ເປີດນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈໍາຕົວພົນລະເມືອງ ດີຈິຕອນ

30/07/2025 21:27
Email Print 246
KPL ຂປລ. ພິທີເປີດນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈໍາຕົວພົນລະເມືອງ ດີຈິຕອນ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 30 ກໍລະກົດ 2025, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ທ່ານ ພົນເອກ ເລືອງ ຕາມ ກວາງ ກໍາມະການກົມການເມືອງສູນກາງພັກ ກອມມູນິດຫວຽດນາມ



ຂປລ. ພິທີເປີດນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈໍາຕົວພົນລະເມືອງ ດີຈິຕອນ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 30 ກໍລະກົດ 2025, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ທ່ານ ພົນເອກ ເລືອງ ຕາມ ກວາງ ກໍາມະການກົມການເມືອງສູນກາງພັກ ກອມມູນິດຫວຽດນາມ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ, ມີ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາຮອງລັດຖະມົນຕີ, ການນໍາຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ຫວຽດນາມ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.



ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ໄດ້ມີຄໍາເຫັນວ່າ: ພິທີເປີດນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈຳຕົວພົນລະເມືອງດີຈິຕອນ ຢ່າງເປັນທາງການ ຄັ້ງນີ້ ສຸດທີ່ມີຄວາມໝາຍສໍາຄັນເປັນຢ່າງຍິ່ງ, ພວກເຮົາຈະໄດ້ນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈຳຕົວພົນລະເມືອງດີຈິຕອນ ຢ່າງເປັນເອກະພາບ ແຕ່ສູນກາງຮອດທ້ອງຖິ່ນ, ເປັນການຈັດຕັ້ງຜັນຂະຫຍາຍໂຄງການ ມີໝາກມີຜົນຕາມຈິດໃຈ ຊີ້ນໍາທີ່ປະທານປະເທດ ແຫ່ງ ສປປ ລາວ ແລະ ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ພ້ອມກັນກົດປຸ່ມດຳເນີນໂຄງການນີ້ ຢ່າງເປັນທາງການ ໃນວັນທີ 11 ກໍລະກົດ 2024 ໃຫ້ເຂົ້າສູ່ວຽກງານຕົວຈິງ. ການນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈຳຕົວດີຈິຕອນ ແມ່ນຖືກກັບກາລະໂອກາດ ແລະ ເປັນຄວາມມຸ່ງຫວັງຂອງລັດຖະບານລາວ ທີ່ຢູ່ໃນໄລຍະປະຕິບັດແນວທາງ ລັດຖະບານດີຈິຕອນ, ເສດຖະກິດດີຈິຕອນ ແລະ ສັງຄົມດີຈິຕອນ ເຂົ້າສູ່ວຽກງານຕົວຈິງ ເພື່ອຂ້າມຜ່ານຄວາມຫຍຸ້ງຍາກ, ສິ່ງທ້າທາຍທົດສອບ ແລະ ສິ່ງກີດຂວາງຕໍ່ການ ພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ, ໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະ ຈຳຕົວນີ້ ແມ່ນໄດ້ຮັບທຶນຊ່ວຍເຫລືອ ຈາກລັດຖະບານຫວຽດນາມ ກໍຄື ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ເຊິ່ງເປັນໂຄງການທີ່ສໍາຄັນ ເພື່ອຊ່ວຍລັດຖະບານລາວ ກໍຄື ກະຊວງປ້ອງກັນຄວາມສະຫງົບລາວ ໃນການຫັນເປັນດີຈິຕອນ ແລະ ຈະນໍາເອົາຜົນປະໂຫຍດສໍາຄັນ ມາສູ່ປະເທດຂອງພວກເຮົາ. ພ້ອມນີ້, ທ່ານຍັງໄດ້ຕາງໜ້າໃຫ້ສູນກາງພັກ, ລັດຖະບານ, ຄະນະນໍາກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫລືອ, ສະໜັບສະໜູນ ແລະ ຮ່ວມມືຢ່າງໝົດຈິດໝົດໃຈ ເຮັດໃຫ້ກະຊວງປ້ອງກັນຄວາມສະຫງົບລາວ ນໍາເອົາແນວທາງລັດຖະບານດີຈິຕອນ, ເສດຖະ ກິດ ດີຈິຕອນ ແລະ ສັງຄົມດີຈິຕອນ ມາພັດທະນາ ແລະ ມີຜົນສຳເລັດເປັນກ້າວໆມາ.



ທ່ານ ພົນໂທ ຄໍາກິ່ງ ຜຸຍຫລ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ຮູ້ວ່າ: ການສ້າງລະບົບຖານຂໍ້ມູນພົນລະເມືອງ ໂດຍສະເພາະແມ່ນລະບົບຄຸ້ມຄອງ ແລະ ບັດປະຈຳຕົວພົນລະເມືອງດີຈິຕອນ ແມ່ນອົງປະກອບໜຶ່ງທີ່ສໍາຄັນ ແລະ ຈຳເປັນຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ. ດ້ວຍເຫດນັ້ນ, ກະຊວງປ້ອງກັນຄວາມສະຫງົບ ເວລາໃດກໍພະ ຍາຍາມຢ່າງຕັ້ງໜ້າ ເພື່ອສ້າງເງື່ອນໄຂ ອໍານວຍຄວາມສະດວກ ໃຫ້ແກ່ການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ເຂົ້າໃນການພັດທະນາວຽກງານ ໃນຂະແໜງການຂອງຕົນ, ກະຊວງປ້ອງກັນຄວາມສະຫງົບ ຂອງ ສປປ ລາວ ສຸດທີ່ດີໃຈ ທີ່ໄດ້ຮັບການຊ່ວຍເຫລືອ ເພື່ອສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວພົນລະເມືອງ ຈາກພັກ-ລັດຖະບານ ສສ ຫວຽດນາມ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດ. ຜົນສໍາເລັດຂອງໂຄງການນີ້, ຈະສ້າງປະຫວັດສາດ ໜ້າໃໝ່ ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກໍຄື ສອງກໍາລັງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ, ທັງເປັນການປະກອບສ່ວນທີ່ສໍາຄັນ ໃຫ້ແກ່ການສະກັດກັ້ນ ແລະ ຕ້ານອາຊາຍາກໍາ ລວມທັງການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຂອງປະເທດພວກເຮົາໃຫ້ນັບມື້ດີຂຶ້ນເລື້ອຍໆ.



ໃນໂອກາດດຽວກັນ, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ຍັງໄດ້ມອບຫລຽນກາ ແລະ ໃບຍ້ອງຍໍ ກະຊວງປ້ອງກັນຄວາມສະຫງົບ ໃຫ້ບັນກົມກອງລວມໝູ່ ແລະ ກອງບັນຊາການ ປກສ ແຂວງ, ປກສ ເມືອງ ທີ່ມີຜົນງານດີເດັ່ນ ປະກອບສ່ວນເຂົ້າໃນວຽກງານ ການຈັດຕັ້ງປະຕິບັດໂຄງການ ສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈໍາຕົວ. ພ້ອມນີ້, ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ຍັງໄດ້ມອບລົດໃຫຍ່ 3 ຄັນ ແລະ ລົດຈັກ 244 ຄັນ ໃຫ້ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ເພື່ອນໍາໃຊ້ເຂົ້າໃນວຽກງານ ປ້ອງກັນຄວາມສະຫງົບ ຕາງໜ້າມອບໂດຍຂອງ ທ່ານ ພົນເອກ ເລືອງ ຕາມກວາງ ແລະ ຮັບໂດຍ ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ມີບັນດາຮອງລັດຖະ ມົນຕີ, ການນໍາຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ສສ ຫວຽດນາມ ເຂົ້າຮ່ວມ.



ພ້ອມກັນນີ້, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ແລະ ທ່ານ ພົນເອກ ເລືອງ ຕາມ ກວາງ ພ້ອມດ້ວຍການນໍາຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ສສ ຫວຽດນາມ ພ້ອມດ້ວຍແຂກຖືກເຊີນ ໄດ້ຢ້ຽມຊົມການວາງສະແດງຄວາມສາມາດຂອງບັດປະຈໍາຕົວຝັງຊິບ, ຊົມ ແລະ ຮັບຟັງການນໍາໃຊ້ແຜນທີ່ດີຈິຕອນ, ຄວາມສາມາດການນໍາໃຊ້ແຜນທີ່ດີຈິຕອນ ແລະ ວິທີການ, ຂັ້ນຕອນ ຂອງການນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈໍາຕົວພົນລະເມືອງດີຈິຕອນ ຕື່ມອີກ.

ພາບ: ອ່າຍຄຳ
KPL

ຂ່າວອື່ນໆ


Top