KPL
ສະມາຄົມ ສູນຂໍ້ມູນຂ່າວສານ ປະຈຳ ອາຊີ-ປາຊີຟິກ (APDCA) ຄາດການວ່າ: ພາກສ່ວນ ສູນຂໍ້ມູນ ຂ່າວສານ ຂອງ ມາເລເຊຍ ຈະສ້າງຜົນຜະລິດ ທາງດ້ານເສດຖະກິດ ປະມານ 3,4 ໝື່ນລ້ານໂດລາ ສະຫະລັດ ແລະ ສ້າງວຽກເຮັດ ງານທຳ 30.900 ຕຳແໜ່ງ ໃນປີ 2030.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ສະມາຄົມ ສູນຂໍ້ມູນຂ່າວສານ ປະຈຳ ອາຊີ-ປາຊີຟິກ (APDCA) ຄາດການວ່າ: ພາກສ່ວນ ສູນຂໍ້ມູນ ຂ່າວສານ ຂອງ ມາເລເຊຍ ຈະສ້າງຜົນຜະລິດ ທາງດ້ານເສດຖະກິດ ປະມານ 3,4 ໝື່ນລ້ານໂດລາ ສະຫະລັດ ແລະ ສ້າງວຽກເຮັດ ງານທຳ 30.900 ຕຳແໜ່ງ ໃນປີ 2030.
ສ່ວນດ້ານການກໍ່ສ້າງ ແລະ ການດຳເນີນງານ, ສູນຂໍ້ມູນຂ່າວສານ ໃນມາເລເຊຍ ຈະມີສ່ວນສ້າງ ຜົນຜະລິດ ທາງດ້ານເສດຖະກິດ ປະມານ 4,1% ແລະ ມີສ່ວນ ສະໜັບ ສະໜູນ ມູນຄ່າເພີ່ມລວມ (GVA) ປະມານ 3,5% ໃນປີ 2030. ມາເລເຊຍ ເປັນໜຶ່ງ ໃນຕະຫລາດ ສູນຂໍ້ມູນຂ່າວສານ ທີ່ ເຕີບໂຕ ຢ່າງວ່ອງໄວທີ່ສຸດ ໃນພາກພື້ນ ອາຊີ-ປາຊີຟິກ, ໂດຍ ທ່າອຽງ ການເຕີບໂຕຂອງມາເລເຊຍ ໄດ້ສະແດງໃຫ້ເຫັນເຖິງ ລະດັບ ພະລັງການປະມວນ ແລະ ຄວາມຕ້ອງການ ອົງກອນທີ່ເພີ່ມຂຶ້ນ, ນະໂຍບາຍ ການສະໜັບ ສະໜູນ ຈາກລັດຖະບານ ແລະ ອື່ນໆ./
KPL