KPL
ທາງພາກເໜືອຂອງຈີນ ລວມເຖິງ ນະຄອນຫລວງ ປັກກິ່ງ, ແຂວງເຫີເປຍ, ແຂວງຈີ໊ຫລິນ ແລະ ແຂວງຊານຕົງ ພວມຜະເຊີນກັບ ນໍ້າຖ້ວມຢ່າງໜັກ ເນື່ອງຈາກ ພາຍຸຝົນຕົກໜັກ , ເບື້ອງຕົ້ນ ມີຜູ້ເສຍຊີວິດ ຢ່າງໜ້ອຍ 30 ຄົນ ແລະ ປະຊາຊົນໃນນະຄອນຫລວງ ປັກກິ່ງ.ຫລາຍກວ່າ 80.000 ຄົນ ຕ້ອງອົບພະຍົບ.

ຂປລ. ສຳນັກຂ່າວ ຊິນຮວາ ແລະ ສະຖານີໂທລະພາບກາງ ແຫ່ງປະເທດ ຈີນ (ຊີຊີທີວີ) ລາຍງານວ່າ ໃນວັນທີ 29 ກໍລະກົດ, ທາງພາກເໜືອຂອງຈີນ ລວມເຖິງ ນະຄອນຫລວງ ປັກກິ່ງ, ແຂວງເຫີເປຍ, ແຂວງຈີ໊ຫລິນ ແລະ ແຂວງຊານຕົງ ພວມຜະເຊີນກັບ ນໍ້າຖ້ວມຢ່າງໜັກ ເນື່ອງຈາກ ພາຍຸຝົນຕົກໜັກ , ເບື້ອງຕົ້ນ ມີຜູ້ເສຍຊີວິດ ຢ່າງໜ້ອຍ 30 ຄົນ ແລະ ປະຊາຊົນໃນນະຄອນຫລວງ ປັກກິ່ງ.ຫລາຍກວ່າ 80.000 ຄົນ ຕ້ອງອົບພະຍົບ.
ໃນຂະນະດຽວກັນ, ທ່ານ ສີຈິ້ນຜິງ ປະທານປະເທດ ຈີນ ໄດ້ເນັ້ນໜັກ ໜ່ວຍງານ ທີ່ກ່ຽວຂ້ອງ ໃຫ້ເລັ່ງຊ່ວຍ ເຫລືອປະຊາຊົນ ຜູ້ປະສົບໄພດັ່ງກ່າວ. ປັດຈຸບັນ ສປຈີນ ເປັນປະເທດ ທີ່ ປ່ອຍແກັສ ເຮືອນແກ້ວ ຫລາຍທີ່ສຸດໃນໂລກ , ໂດຍນັກວິທະຍາສາດ ກ່າວວ່າ ບັນຫານີ້ ເປັນປັດໄຈຕົ້ນຕໍ ທີ່ເຮັດໃຫ້ເກີດ ການປ່ຽນແປງ ສະພາບພູມອາກາດ ແລະ ສົ່ງຜົນໃຫ້ ປະເທດຈີນ ຕ້ອງຜະເຊີນໜ້າ ກັບ ສະພາບອາກາດຮຸນແຮງຫລາຍຄັ້ງ. /
KPL