ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າ

10/07/2025 11:27
Email Print 396
KPL ຊຳຊຸງ ອີເລັກໂທຣນິກ ໄດ້ນຳສະເໜີ Galaxy ຊຸດໃໝ່ ໃນວັນທີ 09 ກໍລະກົດ 2025 ທີ່ອອກແບບ ເພື່ອໃຫ້ຜູ້ຊົມໃຊ້ປ່ຽນວິທີການເຊື່ອມຕໍ່, ເຮັດວຽກ ແລະ ເບິ່ງແຍງສຸຂະພາບ ໃຫ້ດີຍິ່ງຂຶ້ນ.

ຊຳຊຸງ ອີເລັກໂທຣນິກ ໄດ້ນຳສະເໜີ Galaxy ຊຸດໃໝ່ ໃນວັນທີ 09 ກໍລະກົດ 2025 ທີ່ອອກແບບ ເພື່ອໃຫ້ຜູ້ຊົມໃຊ້ປ່ຽນວິທີການເຊື່ອມຕໍ່, ເຮັດວຽກ ແລະ ເບິ່ງແຍງສຸຂະພາບ ໃຫ້ດີຍິ່ງຂຶ້ນ. The new Galaxy Z Fold7, Galaxy Z Flip7, ແລະ Galaxy Watch8 Series ເຊິ່ງໄດ້ປະສົມປະສານການອອກແບບທີ່ເປັນເອກະລັກມາພ້ອມກັບ AI ທີ່ກ້າວໜ້າ, ມອບປະສົບການໃນການໃຊ້ທີ່ສະຫລາດ, ແຂງແກ່ງ ແລະ ປັບໃຫ້ເໝາະສົມກັບຜູ້ໃຊ້ແຕ່ລະຄົນຜ່ານລະບົບການເຊື່ອມໂຍງຂອງ Samsung.

ນະວັດຕະກຳໃໝ່ນີ້ ປະກອບດ້ວຍ Galaxy Z Fold7, ມືຖືຈໍພັບທີ່ທັນສະໄໝທີ່ສຸດຂອງຊໍາຊຸງ ເຊິ່ງມີຄວາມບາງພຽງ 8,9 ມມ. ເມື່ອພັບ ແລະ ນໍ້າໜັກພຽງ 215 ກຣາມ, ພ້ອມກັບໜ້າຈໍ Dynamic AMOLED ຂະໜາດ 8 ນິ້ວ ເມື່ອເປີດອອກຈະໃຫ້ປະສົບການທີ່ດີກວ່າໃນດ້ານການເຮັດວຽກ ແລະ ຄວາມບັນເທີງ. ໃນປີນີ້ ຊຳຊຸງ ໄດ້ຍົກລະດັບກ້ອງແບບ Ultra Camera ທີ່ມີຄວາມລະອຽດເຖິງ 200MP ໃນອຸປະກອນດຽວທີ່ມີເຖິງ 5 ກ້ອງ.

ສໍາລັບຜູ້ທີ່ມັກການອອກແບບທີ່ກະທັດຮັດ, Galaxy Z Flip7 ມາພ້ອມກັບ FlexWindow ຂະໜາດໃຫຍ່ ແລະ ສະຫວ່າງທີ່ສຸດເຖິງ 4,1 ນິ້ວ ເຮັດໃຫ້ການໃຊ້ວຽກງານຕ່າງໆ, ການແຈ້ງເຕືອນ ແລະ ຟັງຊັນ AI ເປັນໄປໄດ້ຕັ້ງແຕ່ຍັງບໍ່ເປີດໜ້າຈໍ. ດ້ວຍພະລັງຂອງ Galaxy AI ຜູ້ໃຊ້ສາມາດເພີດເພີນໄປກັບເຄື່ອງມືອັດສະລິຍະ ເຊັ່ນ: Photo Assist, Audio Eraser ແລະ ອື່ນໆ ທີ່ຈະຊ່ວຍໃຫ້ການເຮັດວຽກຢ່າງສ້າງສັນບໍ່ມີອຸປະສັກ. ເບົາບາງລົງ, ແຂງແກ່ງຂຶ້ນ ແລະ ການປັບໃຊ້ AI ໃຫ້ເຂົ້າກັບຜູ້ໃຊ້ໄດ້ຢ່າງສົມບູນແບບ ພ້ອມທັງພັດທະນາກ້ອງ ແລະ Samsung DeX ທີ່ຈະເຮັດມືຖື ກາຍເປັນບ່ອນເຮັດວຽກທີ່ຄົບວົງວຈອນ ພ້ອມກັບການໃຊ້ງານ Gemini Advance ແລະ Google Drive ຂະໜາດ 2TB ຟຣີຍາວນານເຖິງ 6 ເດືອນ ແລະ ເພື່ອໃຫ້ຊີວິດດີຂຶ້ນໄປກັບ Galaxy ຕັ້ງແຕ່ຕື່ນຈົນເຖິງເວລານອນ, Galaxy Watch8 Series ໄດ້ອອກມາປະກາດໂຕເປັນ Smartwatch ທີ່ບາງ ແລະ ໃສ່ສະບາຍທີ່ສຸດຂອງຊຳຊຸງ. Watch8 ອອກແບບມາເພື່ອຊ່ວຍໃຫ້ຜູ້ໃຊ້ຮັກສາສຸຂະພາບຢ່າງຖືກຕ້ອງ ແລະ ມີຄວາມສຸກ ດ້ວຍ 3 ຕົວເລືອກ: Watch8 ສຳລັບສາຍ minimal ອອກແບບລຽບໆ ແຕ່ທັນສະໄໝ, Watch8 Classic ອອກມາຫຼູຫຼາທີ່ບໍ່ຫາຍໄປຕາມການເວລາ ແລະ Watch Ultra ທີ່ເພີ່ມຄວາມຈຳເຖິງ 64GB ແລະ ພ້ອມມອບປະສົບການ Ultra ເທິງຂໍ້ມືທ່ານ. BioActive Sensor ທີ່ພັດທະນາຂຶ້ນ ເຊິ່ງຈະໃຫ້ຂໍ້ມູນສຸຂະພາບທີ່ເລິກເຊິ່ງ ແລະ ຊັດເຈນກວ່າເກົ່າ ລວມເຖິງການອອກແບບຄູ່ມື ເພື່ອພັດທະນາຄຸນະພາບຂອງການນອນ ແລະ ການແລ່ນ ສະເພາະບຸກຄົນ, ການກວດຈັບການຢຸດຫາຍໃຈຂະນະທີ່ນອນຫຼັບ ແລະ ອື່ນໆ. ພ້ອມກັບຟີເຈີ AI ທີ່ຈະຊ່ວຍສົ່ງເສີມໃຫ້ທ່ານມີສຸຂະພາບທີ່ສົມບູນຂຶ້ນ. ອຸປະກອນໃໝ່ທັງໝົດທີ່ຊຳຊຸງໄດ້ເປີດໂຕ ຈະເຮັດວຽກດ້ວຍລະບົບ One UI 8 ທີ່ອອກແບບມາເພື່ອ Galaxy ມືຖືພັບ ແລະ Watch8 Series ໂດຍສະເພາະ ພ້ອມການປະສົມປະສານກັບ Gemini ຜູ້ຊ່ວຍອັດສະລິຍະຈາກ Google ທີ່ຈະຊ່ວຍໃຫ້ຜູ້ໃຊ້ຈັດການວຽກແບບ real-time ໂດຍບໍ່ຕ້ອງໃຊ້ມືຈັບ ຕັ້ງແຕ່ໜ້າຈໍໃຫຍ່ໄປຈົນຮອດໜ້າໂມງເທິງຂໍ້ມື.

ເພື່ອເປັນການສະເຫລີມສະຫລອງນະວັດຕະກຳໃໝ່ນີ້ ຊຳຊຸງ ມີໂປຣໂມຊັນພິເສດ ສຳລັບການສັ່ງຈອງ Galaxy Z Fold7 ຫຼື Galaxy Z Flip7 ຕັ້ງແຕ່ວັນທີ 10-31 ກໍລະກົດ 2025 ນີ້ ຮັບຟຣີ ອັບເກຣດຄວາມຈຳ 2 ເທົ່າ, ຫົວສາກ ຊຳຊຸງ 25W, ຮັບປະກັນຈໍແຕກ 1 ປີ ແລະ ສິດທິພິເສດແລກຊື້ໂມງ ດ້ວຍສ່ວນຫລຸດ 20%. ພິເສດ ສັ່ງຈອງ ສະເພາະ 5 ມື້ທຳອິດ (10-14 ກໍລະກົດ) ຮັບເພີ່ມໄມໂຄຣເວບຊຳຊຸງ ເຊິ່ງສີຂອງ Galaxy Z Fold7 ມານຳກັນທັງໝົດ 3 ສີ Blue Shadow, Jetblack ແລະ Silver Shadow (ສະ ເພາະຄວາມຈຳ 12 + 512GB). ສີຂອງ Galaxy Z Flip7 ມານຳກັນທັງໝົດ 3 ສີ Mint, Coralred ແລະ Jetblack. ສີຂອງ Watch Series ມານຳກັນທັງໝົດ ດັ່ງນີ້: Watch Ultra ສີ Blue; Watch8 Classic, Watch8: ສີ Black ແລະ ສີ White (Watch8 40 mm ມີສີ Black ເທົ່ານັ້ນສາມາດສັ່ງຈອງໄດ້ແລ້ວມື້ນີ້ ຈົນເຖິງວັນທີ 31 ກໍລະກົດ 2025 ທີ່ຮ້ານຄ້າຕົວແທນທົ່ວປະເທດ.

KPL

ຂ່າວອື່ນໆ

    • ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ Vເສດຖະກິດ

      ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ V

      7/9/2025 3:44:20 PM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຄັ້ງທີ V ຈັດຂຶ້ນ ໃນວັນທີ 8 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາແສນ ສີສະວົງ ປະທານສະມາ ຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ (ສທໜຊ)

    • ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນເສດຖະກິດ

      ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນ

      7/8/2025 12:16:42 PM

      ຂປລ. ພິທີພົບປະລະຫວ່າງ ນັກທຸລະກິດ ລາວ-ຈີນ ໄດ້ຈັດຂຶ້ນ ໃນວັນທີ 3 ກໍລະກົດ 2025 ຜ່ານມານີ້, ຢູ່ນະຄອນຫລວງວຽງຈັນ ໃນໂອກາດງານວາງສະແດງສິນຄ້າ ອຸດສາຫະກໍາ ແລະ ການຮ່ວມມືດ້ານການຄ້າລາວ-ຈີນ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.


Top