ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນ

08/07/2025 12:16
Email Print 466
KPL ຂປລ. ພິທີພົບປະລະຫວ່າງ ນັກທຸລະກິດ ລາວ-ຈີນ ໄດ້ຈັດຂຶ້ນ ໃນວັນທີ 3 ກໍລະກົດ 2025 ຜ່ານມານີ້, ຢູ່ນະຄອນຫລວງວຽງຈັນ ໃນໂອກາດງານວາງສະແດງສິນຄ້າ ອຸດສາຫະກໍາ ແລະ ການຮ່ວມມືດ້ານການຄ້າລາວ-ຈີນ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ



ຂປລ. ພິທີພົບປະລະຫວ່າງ ນັກທຸລະກິດ ລາວ-ຈີນ ໄດ້ຈັດຂຶ້ນ ໃນວັນທີ
3 ກໍລະກົດ 2025 ຜ່ານມານີ້, ຢູ່ນະຄອນຫລວງວຽງຈັນ ໃນໂອກາດງານວາງສະແດງສິນຄ້າ ອຸດສາຫະກໍາ ແລະ ການຮ່ວມມືດ້ານການຄ້າລາວ-ຈີນ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ແນໃສ່ຮັດແໜ້ນການ ຮ່ວມມືດ້ານການຄ້າ-ການລົງທຶນ ໂດຍມີຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ, ນັກທຸລະກິດ, ຜູ້ປະ ກອບການທັງ ລາວ ແລະ ຈີນ ເຂົ້າຮ່ວມ.



ງານພົບປະຄັ້ງນີ້
, ບັນດາຕົວແທນຈາກບໍລິສັດຈີນ ໄດ້ຂຶ້ນນຳສະເໜີທຸລະກິດຂອງຕົ້ນ ເພື່ອສະ ແດງສັກກະຍາພາບ, ສະແດງຄວາມສາມາດ ໃນການປະດິດສ້າງເຕັກໂນໂລຊີ, ພ້ອມ​ທັງສະແດງຄວາມປາຖະໜາຢ່າງໜັກແໜ້ນໃນການຮ່ວມມືກັບບໍລິສັດຢູ່ ສປປ ລາວ. ການພົບປະດັ່ງກ່າວ, ເປັນເວທີໜຶ່ງທີ່ມີຄວາມສຳຄັນ ໃນການເສີມຂະຫຍາຍການພົວພັນຮ່ວມມື ທາງດ້ານເສດຖະກິດ-ສັງຄົມ ຂອງສອງປະ ເທດ ລາວ-ຈີນ ໂດຍສະເພາະການສະໜອງ ແລະ ແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບການຄ້າ-ການລົງ ທຶນ ຂອງບັນດານັກທຸລະກິດ ລາວ-ຈີນ ເພື່ອເຊື່ອມໂຍງ ແລະ ແບ່ງປັນແນວຄວາມຄິດ ໃນການຊຸກຍູ້ການພັດທະນາທາງດ້ານການຄ້າ ແລະ ອຸດສາຫະກຳ ລະຫວ່າງ ລາວ-ຈີນ.



ໂອກາດດຽວກັນນີ້
, ວັນ​ທີ 4 ກໍລະກົດ ​2025 ກໍໄດ້ມີພິທີລົງນາມ ເພື່ອຮ່ວມມືດ້ານການຄ້າ-ການລົງທຶນ ລະຫວ່າງບັນດາບໍລິສັດຈາກ ສປ ຈີນ ແລະ ລາວ ຈຳນວນໜຶ່ງ. ໃນນັ້ນ, ບໍລິສັດ ຢູ້ສີ່ຮົ່ງເຊີງ ເທັກໂນໂລຍີ ຈຳກັດ ແລະ ບໍລິສັດ ຊີ່ງລົງຕ້າ; ບໍລິສັດຜະລິດອຸປະກອນກະສິກໍາ ຢຸຊີຊີນທຽນລີ້ຈຳ ກັດ ແລະ ບໍລິສັດ ລາວຈີຕ້າເພີ່ງ ຈໍາກັດ ໄດ້ລົງນາມໃນສັນຍາການຊື້-ຂາຍ ເພື່ອລົງເລິກການຮ່ວມມືລະ ຫວ່າງສອງຝ່າຍ ໃນຂະແໜງການຂອງຕົນ; ບໍລິສັດ​ຢູ້ສີ່​ລ່ຽນ​ລີ​ໂບ ​ເທຣດດິ້ງ​ຈຳກັດ ​ເຊັນສັນຍາ​ຊື້-ຂາຍ ກັບ ບໍລິສັດໄທລາດສະວົງຈໍາກັດ; ບໍລິສັດຢຸຊີກາວຊີ່ງຊູການລົງທຶນຈໍາກັດ ແລະ ບໍລິສັດ ລາວເໜືອລອງຊານ ກໍ່ສ້າງຄົບວົງຈອນ ຈຳກັດ ໄດ້ຮ່ວມກັນລົງນາມ ສັນຍາຍຸດທະສາດການຮ່ວມມື ດ້ານການສະແດງສິນຄ້າຢຸນນານ (ປູເສັ້ນທາງໃໝ່ໃຫ້ແກ່ຜະລິດຕະພັນພິເສດ ຂອງແຂວງຢຸນນານ ເຂົ້າສູ່ຕະຫລາດລາວ ແລະ ອາຊີຕາເວັນອອກສ່ຽງໃຕ້).



ທ່ານ ຊາງ ຢູ (
Zhang You) ຫົວໜ້າ​ຫ້ອງການ​ຜູ້ຕາງໜ້າ​ ການ​ຄ້າ​ແຂວງ​ຢຸນນານ ປະຈຳ​ນະ ຄອນຫລວງ​ວຽງ​ຈັນ ​ໄດ້ກ່າວວ່າ: ການ​ລົງ​ນາມ​ຄັ້ງ​ນີ້, ເປັນການສ້າງ​ປະຊາ​ຄົມ ​ທີ່​ມີ​ອະນາຄົດ​ຮ່ວມ​ກັນ ​ລະຫວ່າງ​ ຈີນ-ລາວ ແນໃສ່ຊຸກຍູ້​ໃຫ້​ວິ​ສາ​ຫະກິດ ​ນຳ​ໃຊ້​ຄວາມ​ໄດ້​ປຽບ​ຂອງ​ທາງ​ລົດ​ໄຟ ລາວ-ຈີນ ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື ດ້ານ​ເສດຖະກິດ​-ການ​ຄ້າ ໃນ​ພາກ​ພື້ນ ​ແລະ ຮ່ວມ​ກັນ​ສ້າງ​ແແຜນ ເພື່ອ​ພັດທະ ນາ​ໃຫ້ມີຄຸນ​ນະພາ​ບສູງ. ພິທີ​ລົງ​ນາມ ໃນຄັ້ງນີ້, ​ບໍ່​ພຽງ​ແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອ​ໝັ້ນ​ ອັນ​ໜັກ​ແໜ້ນ ​ແລະ ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ ດ້ານ​ເສດຖະກິດ​-ການ​ຄ້າ ​ລະຫວ່າງ​ ຈີນ-ລາວ ​ແລະ ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຊຸກຍູ້​ການ​ຮ່ວມ​ມື​ ໃນ​ພາກ​ພື້ນ​ໃນ​ອະນາຄົດ.



ຂ່າວ: ທະນູທອງ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າເສດຖະກິດ

      ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າ

      7/10/2025 11:27:52 AM

      ຊຳຊຸງ ອີເລັກໂທຣນິກ ໄດ້ນຳສະເໜີ Galaxy ຊຸດໃໝ່ ໃນວັນທີ 09 ກໍລະກົດ 2025 ທີ່ອອກແບບ ເພື່ອໃຫ້ຜູ້ຊົມໃຊ້ປ່ຽນວິທີການເຊື່ອມຕໍ່, ເຮັດວຽກ ແລະ ເບິ່ງແຍງສຸຂະພາບ ໃຫ້ດີຍິ່ງຂຶ້ນ.

    • ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ Vເສດຖະກິດ

      ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ V

      7/9/2025 3:44:20 PM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຄັ້ງທີ V ຈັດຂຶ້ນ ໃນວັນທີ 8 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາແສນ ສີສະວົງ ປະທານສະມາ ຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ (ສທໜຊ)

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.


Top