KPL
ຂປລ. ກອງເລຂາຄະນະກໍາມະການ ຕ້ານການຄ້າມະນຸດລະດັບຊາດ ຮ່ວມກັບອົງການຈັດຕັ້ງສາກົນ ທີ່ເຄື່ອນໄຫວວຽກງານຕ້ານການຄ້າມະນຸດ ຢູ່ ສປປ ລາວ ຈັດກອງປະຊຸມຜ່ານຮ່າງແຜນງານແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄລຍະ IV (2026-2030) ໃນວັນທີ 1-2 ກໍລະກົດ 2025

ຂປລ. ກອງເລຂາຄະນະກໍາມະການ ຕ້ານການຄ້າມະນຸດລະດັບຊາດ ຮ່ວມກັບອົງການຈັດຕັ້ງສາກົນ ທີ່ເຄື່ອນໄຫວວຽກງານຕ້ານການຄ້າມະນຸດ ຢູ່ ສປປ ລາວ ຈັດກອງປະຊຸມຜ່ານຮ່າງແຜນງານແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄລຍະ IV (2026-2030) ໃນວັນທີ 1-2 ກໍລະກົດ 2025 ໂດຍການເປັນປະທານ ທ່ານ ພັອ ກິແກ້ວ ຈັນທະລັງສີ ຫົວໜ້າກົມຕຳຫລວດສະ ກັດກັ້ນ ແລະ ຕ້ານການຄ້າມະນຸດ, ຫົວໜ້າຫ້ອງການກອງເລຂາຄະນະກໍາມະການ ຕ້ານການຄ້າມະນຸດລະດັບຊາດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຮ່ວມ.
ການຈັດກອງປະຊຸມຄັ້ງນີ້,ເພື່ອສະຫລຸບຕີລາຄາຄືນດ້ານດີ, ຂໍ້ຄົງຄ້າງການຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄລຍະ III(2021-2025) ແລະ ປະ ກອບຄໍາເຫັນໃສ່ຮ່າງ ບົດສະຫລຸບຂອງແຜນງານດັ່ງກ່າວ, ສະເໜີຮ່າງແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດໄລຍະ IV (2026-2030) ແລະ ຄົ້ນຄວ້າປືກສາຫາລືກ່ຽວກັບບັນດາໂຄງການ, ກິດຈະກໍາຕ່າງໆ ທີ່ຈະກໍານົດເຂົ້າໃນແຜນງານດັ່ງກ່າວ, ລວມທັງສ້າງແຜນດໍາເນີນງານລະອຽດໃນການ ຈັດຕັ້ງປະຕິບັດ 5 ປີຕໍ່ໜ້າ, ເພື່ອປັບປຸງ ແລະ ຮຽບຮຽງເນື້ອໃນຂອງຮ່າງແຜນງານ ແລະ ລະດົມແນວຄວາມຄິດໃຫ້ກັບບັນດາ ອົງການຈັດຕັ້ງສາກົນຕ່າງໆ ທີ່ເຄື່ອນໄຫວວຽກງານຕ້ານການຄ້າມະນຸດ ຢູ່ ສປປ ລາວ ເພື່ອໃຫ້ມີເນື້ອໃນສົມບູນ ແລະ ຄົບຖ້ວນຂຶ້ນຕື່ມ.
ໂອກາດນີ້, ທ່ານ ພັທ ວັນປະດິິດ ຈັນທະວົງ ຮອງຫົວໜ້າກົມຕໍາຫລວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ຮຽກຮ້ອງໃຫ້ບັນສະມາຊິກ ກອງເລຂາຄະນະກໍາມະການ ຕ້ານການຄ້າມະນຸດລະດັບຊາດ ກ່ຽວກັບການສ້າງແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດ ໃຫ້ມີການປະສານງານກັນຢ່າງເປັນປະຈຳ ໂດຍການຈັດກອງປະຊຸມ ໄຕມາດປະຈຳປີ ເພື່ອແລກປ່ຽນຈຸດດີ, ຂໍ້ຄົງຄ້າງ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ເພື່ອຍົກສູງການຈັດຕັ້ງປະຕິບັດ ບັນດາກິດຈະກໍາຕ່າງໆ ທີ່ໄດ້ລະບຸໄວ້ໃນແຜນງານ, ພາຍຫລັງຫ້ອງການກອງເລຂາປັບປຸງແລ້ວ ຍັງຈະໄດ້ສືບຕໍ່ຜ່ານຮ່າງດັ່ງກ່າວ ກັບຄະນະກຳມະການຕ້ານ ການຄ້າມະນຸດລະດັບຊາດ ແລະ ໄດ້ຜ່ານການຮັບຮອງ ຈາກລັດຖະບານໃນຕໍ່ໜ້າ.
ຂ່າວ: ໜັງສືພິມຄວາມສະຫງົບ
KPL