ເປີດ ສະມາຄົມທຸລະກິດການຢາ ແລະ ຜະລິດຕະພັນການແພດ ຢ່າງເປັນທາງການ

03/07/2025 15:08
Email Print 104
KPL ຂປລ. ພິທີເປີດ ສະມາຄົມທຸລະກິດການຢາ ແລະ ຜະລິດຕະພັນການແພດ ຢ່າງເປັນທາງການໄດ້ຈັດຂຶ້ນ ໃນວັນທີ 3 ກໍລະກົດ 2025 ໂດຍການເປັນປະທານຂອງ ທ່ານ ນາງ ວາລີ ເວດສະພົງ ປະທານສະມາຄົມທຸລະກິດການຢາ ແລະ ຜະລິດຕະພັນການແພດ, ມີຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຜູ້ຕາງໜ້າຈາກກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ


ຂປລ. ພິທີເປີດ ສະມາຄົມທຸລະກິດການຢາ ແລະ ຜະລິດຕະພັນການແພດ ຢ່າງເປັນທາງການໄດ້ຈັດຂຶ້ນ ໃນວັນທີ
3 ກໍລະກົດ 2025 ໂດຍການເປັນປະທານຂອງ ທ່ານ ນາງ ວາລີ ເວດສະພົງ ປະທານສະມາຄົມທຸລະກິດການຢາ ແລະ ຜະລິດຕະພັນການແພດ, ມີຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຜູ້ຕາງໜ້າຈາກກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ, ຜູ້ຕາງໜ້າຈາກສະມາຄົມ, ຜູ້ປະກອບການ, ບໍລິສັດ, ໂຮງງານຂະແໜງທຸລະກິດການຢາ ແລະ ຜະລິດຕະພັນການແພດ ເຂົ້າຮ່ວມ.

ໃນພິທີ, ໄດ້ເຜີຍແຜ່ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະມາຄົມ, ພ້ອມທັງ ປຶກສາຫາລື,  ແລກປ່ຽນຄໍາຄິດຄໍາເຫັນຮ່ວມກັນ ກ່ຽວກັບແຜນການຈັດຕັ້ງປະຕິບັດ ວຽກງານຂອງສະມາຄົມ ເພື່ອສົ່ງ ເສີມ ແລະ ສ້າງຄວາມເຂັ້ມແຂງ ໃຫ້ບັນດາຫົວໜ່ວຍທຸລະກິດ, ໂຮງງານ, ຜູ້ປະກອບການ ທີ່ຕິດພັນກັບທຸລະກິດການຢາ ແລະ ຜະລິດຕະພັນການແພດ ເພື່ອພ້ອມກັນພັດທະນາ ສ້າງຜົນປະໂຫຍດສູງສຸດ ໃຫ້ແກ່ທຸລະກິດ ແລະ ຮ່ວມກັນປະກອບສ່ວນສ້າງ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ນັບມື້ນັບຂະຫຍາຍຕົວ.

ສະມາຄົມທຸລະກິດການຢາ ແລະ ຜະລິດຕະພັນການແພດ ມີສະມາຊິກທັງໝົດ 40 ກວ່າບໍລິສັດ ໂດຍໄດ້ຮັບການສະໜັບສະໜູນ ຈາກພາກລັດ ກໍຄື ກະຊວງສາທາລະນະສຸກ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໂດຍການຮ່ວມແຮງຮ່ວມໃຈກັນ ຂອງບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການ, ໂຮງງານ ທີ່ຕິດພັນກັບທຸລະກິດການຢາ ແລະ ຜະລິດຕະພັນການແພດ.

ຂ່າວ: ທະນູທອງ

ພາບ: ເກດສະໜາ

KPL

ຂ່າວອື່ນໆ


Top