KPL
ພື້ນທີ່ສ່ວນໃຫຍ່ໃນເອີຣົບ ພວມຜະເຊີນກັບອາກາດຮ້ອນຫລາຍ, ເດືອນມິຖຸນາ ຜ່ານມາ ອາດຈະເປັນໜຶ່ງ ໃນເດືອນທີ່ຮ້ອນທີ່ສຸດນັບແຕ່ເອີຣົບມີການບັນທຶກເປັນຕົ້ນມາ.

ຂປ.ວິທະຍຸສາກົນແຫ່ງ ສປ ຈີນ, ສູນພະຍາກອນ ອາກາດ ໄລຍະກາງ ເອີຣົບ ໄດ້ປະກາດ ບົດລາຍງານວ່າ: ພື້ນທີ່ສ່ວນໃຫຍ່ໃນເອີຣົບ ພວມຜະເຊີນກັບອາກາດຮ້ອນຫລາຍ, ເດືອນມິຖຸນາ ຜ່ານມາ ອາດຈະເປັນໜຶ່ງ ໃນເດືອນທີ່ຮ້ອນທີ່ສຸດນັບແຕ່ເອີຣົບມີການບັນທຶກເປັນຕົ້ນມາ. ໃນເດືອນກໍລະກົດ ທີ່ຫາກໍ່ຮອດນີ້, ເອີຣົບ ສືບຕໍ່ປະສົບ ອາກາດຮ້ອນຫລາຍ. ອົງການອຸຕຸນິຍົມຝຣັ່ງຢືນຢັນວ່າ:ນັບແຕ່ຕົ້ນກໍລະກົດນີ້, ອຸນຫະພູມຢູ່ ຝຣັ່ງ ໄດ້ເຖິງລະດັບສູງສຸດ ໃນອາກາດທີ່ຮ້ອນຫລາຍໃນຮອບນີ້, ບາງເຂດມີອຸນຫະພູມ ຫລາຍກວ່າ 40 ອົງສາ. ກະຊວງສຶກສາທິການຝຣັ່ງແຈ້ງໃຫ້ຮູ້ວ່າ: ຍ້ອນສະພາບອາກາດຮ້ອນຫລາຍ, ຝຣັ່ງ ມີໂຮງຮຽນປະມານ 1.350 ແຫ່ງ ໄດ້ປິດການຮຽນ-ການສອນ ສ່ວນໜຶ່ງ ຫລື ປິດການຮຽນ-ການສອນ ທັງໝົດ. ນອກນີ້, ເພື່ອຮັບປະກັນຄວາມປອດໄພ, ຂະນະທີ່ ພາກສ່ວນຄຸ້ມຄອງ ຫໍໄອເຟລເຊິ່ງເປັນແຫລ່ງທ່ອງທ່ຽວ ທີ່ມີຊື່ສຽງຂອງຝຣັ່ງ ໄດ້ຍຸດຕິ ການບໍລິການ ຢູ່ເຂດຍອດຫໍໄອເຟລ ຕໍ່ນັກທ່ອງທ່ຽວ ເປັນການຊົ່ວຄາວ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL