ສສ ຫວຽດນາມ ເພີ່ມການຮ່ວມມືທາງທະເລ-ມະຫາສະໝຸດ

03/07/2025 16:53
Email Print 137
KPL ກອງປະຊຸມ ບັນດາປະເທດ ສະມາຊິກ ສົນທິສັນຍາ ສປຊ ກ່ຽວກັບ ກົດໝາຍວ່າດ້ວຍ ທະເລຄັ້ງທີ 35 (SPLOS 35) ຫາກໍ່ ດຳເນີນຢູ່ ສຳນັກງານ ຂອງ ສປຊ ຢູ່ນິວຢອກຂອງ ສ. ອາເມລິກາ ດ້ວຍການເຂົ້າຮ່ວມຂອງ 170 ປະເທດສະມາຊິກ.

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ, ກອງປະຊຸມ ບັນດາປະເທດ ສະມາຊິກ ສົນທິສັນຍາ ສປຊ ກ່ຽວກັບ ກົດໝາຍວ່າດ້ວຍ ທະເລຄັ້ງທີ 35 (SPLOS 35) ຫາກໍ່ ດຳເນີນຢູ່ ສຳນັກງານ ຂອງ ສປຊ ຢູ່ນິວຢອກຂອງ ສ. ອາເມລິກາ  ດ້ວຍການເຂົ້າຮ່ວມຂອງ 170 ປະເທດສະມາຊິກ. ກອງປະຊຸມຄັ້ງນີ້ ສ້າງຂີດໝາຍໃໝ່ຂອງ ສສ ຫວຽດນາມ ໃນການຮ່ວມມືທາງທະເລ ແລະ ມະຫາສະໝຸດ ດ້ວຍເລື່ອງ ເປັນຄັ້ງທຳອິດ ຜູ້ຕາງໜ້າ ຫວຽດນາມ ໄດ້ຮັບການເລືອກຕັ້ງ ດຳລົງຕຳແໜ່ງ ປະທານ ກອງປະຊຸມ.ນີ້ແມ່ນ ຄັ້ງທຳອິດ ຫວຽດນາມ ຮັບດຳລົງຕຳແໜ່ງ ປະທານ SPLOS ນັບແຕ່ເວລາກາຍເປັນສະມາຊິກຂອງສົນທິສັນຍາ ສປຊ ກ່ຽວກັບ ກົດໝາຍ ວ່າດ້ວຍ ທະເລ (UNCLOS) ປິ 1994 ເຊິ່ງສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຢູ່ລະດັບສູງ ແລະ ການຢັ້ງຢືນຂອງປະຊາຄົມສາກົນ ຕໍ່ບັນດາຄວາມມານະ ພະຍາຍາມ ນຳໜ້າຂອງ ສສ ຫວຽດນາມ ໃນການປະຕິບັດ, ປັບປຸງ ຄຸນຄ່າລວມຂອງ UNCLOS, ກໍ່ຄື ບັນດາ ການປະກອບສ່ວນ ຢ່າງຕັ້ງໜ້າຂອງ ສສ ຫວຽດນາມ ໃຫ້ແກ່ ວຽກງານລວມຂອງ ສປຊ.ໃນໄລຍະ 30 ກວ່າປີ ນັບແຕ່ ເວລາສົນທິສັນຍາ ສປຊ ກ່ຽວກັບກົດໝາຍ ວ່າດ້ວຍ ທະເລ (UNCLOS) ມີຜົນບັງຄັບໃຊ້, ເອກະສານສະບັບນີ້ ຍັງໄດ້ຮັບຖືວ່າ ແມ່ນລັດຖະທຳມະນູນ ວ່າດ້ວຍ ທະເລ ແລະ ມະຫາສະໝຸດ, ແມ່ນພື້ນຖານ ເພື່ອໃຫ້ບັນດາປະເທດ ແກ້ໄຂ ບັນດາ ຄວາມຂັດແຍ້ງກັນ ທາງທະເລ ພ້ອມກັນແກ້ໄຂ ຫລາຍບັນຫາ ທີ່ກ່ຽວຂ້ອງເຖິງ ການຂຸດຄົ້ນ ຊັບພະຍາກອນ ທາງທະເລ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top