ສ.ອາເມລິກາ ໂຈະການມອບໂອນອາວຸດຊົ່ວຄາວໃຫ້ແກ່ ອູແກຣນ

03/07/2025 16:40
Email Print 164
KPL ສື່ມວນຊົນ ຝ່າຍຕາເວັນຕົກ ໄດ້ໃຫ້ຂ່າວວ່າ: ທ່ານ ໂດນັນ ທຣຳ,ປະທານາທິບໍດີ ສ.ອາເມລິກາ ໄດ້ໂຈະຊົ່ວຄາວ ການມອບໂອນອາວຸດ ທີ່ສຳຄັນໃຫ້ແກ່ ອູແກຣນ

ຂປ.ວິທະຍຸສາກົນແຫ່ງ ສປ ຈີນ, ສື່ມວນຊົນ ຝ່າຍຕາເວັນຕົກ ໄດ້ໃຫ້ຂ່າວວ່າ: ທ່ານ ໂດນັນ ທຣຳ,ປະທານາທິບໍດີ ສ.ອາເມລິກາ ໄດ້ໂຈະຊົ່ວຄາວ ການມອບໂອນອາວຸດ ທີ່ສຳຄັນໃຫ້ແກ່ ອູແກຣນ, ເຊິ່ງໄດ້ໃຫ້ຄຳໝັ້ນສັນຍາ ໃນສະໄໝ ອຳນາດ ການປົກຄອງ ທ່ານ ໂຈ ໄບເດັນ(Joe Biden),ອະດີດ ປະທານາທິບໍດີ ສ.ອາເມລິກາ, ຍ້ອນມີຄວາມວິຕົກ ກັງວົນ ກ່ຽວກັບ ລະບົບການສະສົມ ດ້ານປ້ອງກັນຊາດ ຢູ່ພາຍໃນປະເທດ.ທ່ານ ນາງ ແອນນາ ເຄລີ( Anna Kelly) ຮອງເລຂາການຂ່າວ ຂອງທຳນຽບຂາວ ໃຫ້ຮູ້ວ່າ: ຂໍ້ຕົກລົງນີ້ ໄດ້ຍົກອອກມາ ເພື່ອແນໃສ່ຮັບປະກັນຜົນປະໂຫຍດ ໃນຕໍ່ໜ້າ ໃຫ້ແກ່ ປະເທດ ອາເມລິກາ, ພາຍຫລັງ ທີ່ກະຊວງປ້ອງກັນປະເທດ ດຳເນີນການສຳຫລວດກວດຄືນ ຢ່າງຮອບດ້ານ ການໜູນຊ່ວຍ ດ້ານການທະຫານ ແລະ ການຊ່ວຍເຫລືອ ດ້ານປ້ອງກັນຊາດໃຫ້ແກ່ ບັນດາປະເທດໃນທົ່ວໂລກ.ໃນຂໍ້ຄວາມສົ່ງທາງ ອີແມວ, ທຳນຽບ 5 ແຈ ໃຫ້ຮູ້ວ່າ ພວມຍື່ນສະເໜີຕໍ່ ທ່ານ ໂດນັນ ທຣຳ(Donald Trump), ປະທາ ນາທິບໍດີ ສ.ອາເມລິກາ ບັນດາແບບວິທີ ເພື່ອສືບຕໍ່ ຊ່ວຍເຫລືອ ດ້ານການທະຫານໃຫ້ແກ່ ອູແກຣນ ທີ່ເໝາະສົມກັບເປົ້າໝາຍ ຢຸດຕິ ການປະທະກັນຢູ່ອູແກຣນ. ປັດຈຸບັນ, ສ.ອາເມລິກາ ຍັງບໍ່ທັນປະກາດນະໂຍບາຍຊ່ວຍເຫລືອ ດ້ານການທະຫານໃໝ່ໃດໆ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top