ສະພາແຫ່ງຊາດພິຈາລະນາ ຮ່າງ ກົດໝາຍ ອາກອນລາຍໄດ້ ສະບັບປັບປຸງ

24/06/2025 15:38
KPL ຂປລ. ໃນວາລະດຳເນີນ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນພາກເຊົ້າໃນວັນທີ 24 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍອາກອນລາຍໄດ້ (ສະບັບປັບປຸງ).



ຂປລ. ໃນວາລະດຳເນີນ ກອງປະຊຸມສະໄໝສາມັນເທື່ອທີ
9 ຂອງສະພາແຫ່ງຊາດ ຊຸດທີ IX ໃນພາກເຊົ້າໃນວັນທີ 24 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍອາກອນລາຍໄດ້   (ສະບັບປັບປຸງ). ຫລັງຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ (ສສຊ) ​ໄດ້​ປະກອບ​ຄໍາ​ຄິດ​ຄໍາ​ເຫັນ​ໃສ່​ຮ່າງ​ກົດໝາຍ​ດັ່ງ​ກ່າວ ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ, ກະທັດຮັດ ແລະ ສອດຄ່ອງກັບສະພາບການພັດທະນາເສດຖະກິດໃນປັດ ຈຸບັນ, ທັງເປັນບ່ອນອີງທີ່ສໍາຄັນໃຫ້ແກ່ ການຈັດຕັ້ງປະຕິບັດວຽກງານ ອາກອນລາຍໄດ້ ໃຫ້ເຂົ້າສູ່ລະບົບ.

ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈໍາເປັນ ໃນການປັບປຸງກົດໝາຍວ່າດ້ວຍອາກອນລາຍໄດ້ ເພື່ອແກ້ໄຂຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍອາກອນລາຍໄດ້ ໃນໄລຍະຜ່ານ​ມາ, ທັງເປັນການອັດຊ່ອງວ່າງການຮົ່ວໄຫລ ຂອງລາຍຮັບງົບປະມານແຫ່ງລັດ ແລະ ການຈັດຕັ້ງປະຕິບັດມະຕິ ຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ ກ່ຽວກັບການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ (ສອຈ) ໃຫ້ປະກົດຜົນເປັນຈິງ; ບາງເນື້ອໃນ ແລະ ບາງມາດຕາ ທີ່ເຫັນວ່າຍັງບໍ່ທັນຊັດເຈນ ແລະ ສອດຄ່ອງກັບການຈັດຕັ້ງປະຕິບັດ ວຽກງານຕົວຈິງທີ່ເປັນຊ່ອງວ່າງ ແນໃສ່ເຮັດໃຫ້ການເກັບອາກອນລາຍໄດ້ ສອດຄ່ອງກັບຫລັກການຂອງສາກົນ ແລະ ສາມາດຈັດເກັບລາຍຮັບ ໄດ້ທຸກທຸລະກໍາ ທີ່ເຄື່ອນໄຫວມີລາຍໄດ້ຢູ່ລາວ; ເພື່ອຊຸກຍູ້ສົ່ງເສີມໃຫ້ວິສາຫະກິດ ຈົດທະບຽນ ໃນຕະຫລາດຫລັກຊັບຫລາຍຂຶ້ນ ເຊິ່ງເປັນຊ່ອງທາງໜຶ່ງໃນການເຂົ້າເຖິງ ແຫລ່ງທຶນຈາກສັງຄົມ ໂດຍກໍານົດນະໂຍບາຍ ໃຫ້ປະຕິບັດອັດຕາອາກອນກໍາໄລ ໃນອັດຕາຫລຸດຜ່ອນ ຈາກ 13% ມາເປັນ 10% ແລະ ເພີ່ມເວລາປະຕິບັດອັດຕາອາກອນກຳໄລ ຈາກ 4 ປີ ມາເປັນ 10 ປີ; ເພື່ອຊຸກຍູ້ ແລະ ສົ່ງເສີມ ໃຫ້ບັນດາຫົວໜ່ວຍຈຸນລະວິສາຫະກິດ ຖືບັນຊີຕາມກົດໝາຍ ເພື່ອເປັນເງື່ອນໄຂໃຫ້ສາມາດ ເຂົ້າເຖິງແຫລ່ງທຶນ ຈາກສະຖາບັນການເງິນຕ່າງໆໄດ້, ການກໍານົດເກັບອາກອນຈາກແຫລ່ງລາຍຮັບໃໝ່ ເປັນຕົ້ນ ສິນເຊື່ອກາກບອນ, ເຄື່ອງປ່າຂອງດົງ ຕາມຂໍ້ຕົກລົງຂອງກະຊວງກະສິກຳ ແລະ ປ່າໄມ້ ວ່າດ້ວຍການກໍານົດບັນຊີເຄື່ອງປ່າຂອງດົງ I, II ແລະ III ສະບັບເລກທີ 0279/ກປ ເປັນຕົ້ນ ຄັ່ງ, ເຄືອແຫມ, ເຄືອຈານ, ຈັນແດງ, ຈັນໄດ, ຂີ້ຊີ, ຫວາຍທູນ ແລະ ອື່ນໆ ຂອງບຸກຄົນທີ່ໄດ້ຮັບອະນຸຍາດ ແລະ ລາຍໄດ້ອື່ນໆ. ຮ່າງກົດໝາຍວ່າດ້ວຍອາກອນລາຍໄດ້ ສະບັບປັບປຸງ ປະກອບດ້ວຍ 9 ພາກ, 7 ໝວດ ແລະ 74 ມາດຕາ. ໃນນີ້, ປັບປຸງ 55 ມາດຕາ ກວມເກືອບ 80%, ຍົກເລີກ 2 ມາດຕາ ແລະ ຮັກສາເນື້ອໃນເກົ່າ 19 ມາດຕາ.

 ພາຍຫລັງ ຮ່າງກົດໝາຍວ່າດ້ວຍອາກອນລາຍໄດ້ ສະບັບປັບປຸງ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ຈະເຮັດໃຫ້ ການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍອາກອນລາຍໄດ້ ໄປໃນລວງດຽວກັບນະໂຍບາຍຂອງ ພັກ-ລັດຖະບານ ແລະ ນິຕິກຳອື່ນທີ່ກ່ຽວຂ້ອງ ເປັນຕົ້ນ ມະຕິ04/ກມສພ, ກົດໝາຍການປົກຄອງທ້ອງຖິ່ນ ແລະ ນະໂຍບາຍຂອງລັດຖະບານ ທີ່ມີຕໍ່ຜູ້ອອກແຮງງານທີ່ມີລາຍຮັບຂັ້ນຕໍ່າ; ສ້າງຄວາມເຊື່ອໝັ້ນໃຫ້ກັບບັນດາບໍລິສັດ ໃນການຈັດຕັ້ງປະຕິບັດສອດຄ່ອງ ຕາມຫລັກການສາກົນກ່ຽວກັບການ ຈັດເກັບອາກອນລາຍໄດ້ ເປັນຕົ້ນ ການເກັບອາກອນກຳໄລຕໍ່າສຸດ ຈາກບັນດາບໍລິສັດຂ້າມຊາດ; ຮັບປະກັນການຄຸ້ມຄອງ ຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ມີຄວາມຈະແຈ້ງ, ຖືກຕ້ອງ, ຄົບຖ້ວນ, ໄດ້ໄວ, ໄດ້ລາຍ​ຮັບເພີ່ມຂຶ້ນ, ທັນເວລາ ແລະ ສາມາດຕອບສະໜອງ ໄດ້ທາງດ້ານລາຍຈ່າຍງົບປະມານ; ເປັນການຊຸກຍູ້ສົ່ງເສີມການຊຳລະສະສາງ ຜ່ານລະບົບທະນາຄານ ເປັນຕົ້ນ ການຊຳລະສະສາງຄາສິນຄ້າ ແລະ ບໍລິການທັງພາຍໃນ ແລະ ຕ່າງປະເທດ ໃຫ້ສາມາດກວດສອບໄດ້; ເປັນການສົ່ງເສີມ ແລະ ກຳນົດນະໂຍບາຍດ້ານອາກອນກໍາໄລ ໃນຂະແໜງການທີ່ລັດຖະບານ ໄດ້ສົ່ງເສີມດ້ວຍການຫລຸດຜ່ອນ ອັດຕາອາກອນກຳໄລ ໃຫ້ບັນດາວິສາຫະກິດທີ່ຈົດທະບຽນ ໃນຕະຫລາດຫລັກຊັບ ແລະ ຈຸນລະວິສາຫະກິດ ຄາດວ່າຈະສາມາດ ເກັບລາຍຮັບໄດ້ເພີ່ມຂຶ້ນເທົ່າຕົວ ຈາກອາກອນມູນຄ່າເພີ່ມແທນອາກອນລາຍໄດ້ ທີ່ເຄີຍເກັບໄດ້ໃນໄລຍະຜ່ານມາ ປະມານ 1 ພັນຕື້ກີບ ເພີ່ມເປັນ 3 ພັນຕື້ກີບ ຕາມຂໍ້ມູນໃນປີ 2024; ບຸຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ, ພະນັກງານ-ລັດຖະກອນ ທີ່ຄຸ້ມຄອງວຽກງານການເກັບລາຍຮັບ ຈາກອາກອນລາຍໄດ້ ລວມທັງພາກທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງມີຄວາມເຂົ້າໃຈ ແລະ ເປັນເອກະພາບ ໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ ສູງຂຶ້ນ; ສາມາດຕິດຕາມກວດກາການຈັດຕັ້ງປະ ຕິບັດວຽກງານຄຸ້ມຄອງ ແລະ ຈັດເກັບລາຍຮັບຈາກອາກອນລາຍໄດ້ ຢ່າງມີປະສິດທິຜົນ, ໂປ່ງໃສ, ຍຸຕິ ທໍາ ແລະ ກວດສອບໄດ້.

ຂ່າວ: ກິດຕາ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • 100 ປີ ສື່ມວນຊົນປະຕິວັດຫວຽດນາມ ໄດ້ຮ່ວມ ພາລະກິດອັນມີກຽດສະຫງ່າຂອງພັກ-ຂອງຊາດການເມືອງ

      100 ປີ ສື່ມວນຊົນປະຕິວັດຫວຽດນາມ ໄດ້ຮ່ວມ ພາລະກິດອັນມີກຽດສະຫງ່າຂອງພັກ-ຂອງຊາດ

      6/24/2025 5:55:50 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະ ນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ​ໄດ້​ໃຫ້​ສໍາພາດ​ຕໍ່​ສໍານັກ​ຂ່າວສານ​ຫວຽດນາມ ​ປະ​ຈໍາ​ລາວ

    • ລັດຖະບານ ດໍາເນີນກອງປະຊຸມ ສະໄໝສາມັນ ປະຈຳເດືອນມິຖຸນາ 2025ການເມືອງ

      ລັດຖະບານ ດໍາເນີນກອງປະຊຸມ ສະໄໝສາມັນ ປະຈຳເດືອນມິຖຸນາ 2025

      6/24/2025 5:51:41 PM

      ຂປລ. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມິຖຸນາ 2025 ໄຂຂຶ້ນ ໃນຕອນບ່າຍວັນທີ 24 ມິຖຸນາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າກະຊວງເຂົ້າຮ່ວມ.

    • ສະເໜີຮ່າງກົດໝາຍວ່າດ້ວຍປ້າຍ ສະບັບປັບປຸງການເມືອງ

      ສະເໜີຮ່າງກົດໝາຍວ່າດ້ວຍປ້າຍ ສະບັບປັບປຸງ

      6/24/2025 5:43:14 PM

      ຂປລ. ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນພາກບ່າຍ ວັນທີ 24 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັດທະນະທຳ ແລະ ການ ທ່ອງທ່ຽວ

    • ປະກາດການຈັດຕັ້ງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີການເມືອງ

      ປະກາດການຈັດຕັ້ງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

      6/24/2025 4:24:32 PM

      ຂປລ. ພິທີປະກາດການຈັດຕັ້ງ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ພາຍຫລັງໂຮມວຽກງານຈຳນວນໜຶ່ງ ຂອງກະຊວງພາຍໃນ ມາຂຶ້ນກັບ ຫສນຍ ຈັດ​ຂຶ້ນ​ໃນວັນທີ 23 ມິຖຸນາ 2025 ທີ່ຫໍປະຊຸມແຫ່ງຊາດ ໄດ້ຈັດໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ໃຫ້ທິດຊີ້ນຳຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີ ສະຫາຍ ບົວຄົງ ນາມມະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ມີບັນດາສະຫາຍກຳມະການສູນກາງພັກ, ລັດຖະມົນຕີປະຈໍາ ສນຍ

    • ຮອງປະທານປະເທດ ຕ້ອນຮັບທູດຕີມໍ-ແລັດສະເຕ ເຂົ້າຢ້ຽມອຳລາການເມືອງ

      ຮອງປະທານປະເທດ ຕ້ອນຮັບທູດຕີມໍ-ແລັດສະເຕ ເຂົ້າຢ້ຽມອຳລາ

      6/24/2025 3:45:08 PM

      ຂປລ. ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງທ່ານ ຟີໂລເມໂນ ອາລິໂຊ ດາ ຄຣູສ (Filomeno Aleixo da Cruz) ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ ປະຈຳ ສປປ ລາວ ໃນວັນທີ 24 ມິຖຸນາ 2025 ທີ່ສຳນັກງານປະທານປະເທດ ໃນໂອກາດທີ່ສໍາເລັດໜ້າທີ່ການທູດ ຢູ່ ສປປ ລາວ.


Top