KPL
ໃນໄລຍະ ກອງປະຊຸມ ອະນາໄມໂລກ ຄັ້ງທີ 78, ສປ ຈີນ, ມາເລເຊຍ, ເນປານ, ອາຣັບບີ ຊາອຸດິດ, ເຊແຊນ ໄດ້ຮ່ວມກັນ ຈັດກອງປະຊຸມ ສະເພາະ ຢາພື້ນເມືອງ ພາຍໃຕ້ຫົວຂໍ້ “ປະຕິບັດ ຍຸດທະສາດ ແພດສາດ ພື້ນເມືອງ ຊຸກຍູ້ການປົກຄຸມ ສຸຂະພາບ ທົ່ວປວງຊົນ” ຢູ່ນະຄອນເຊີແນວ ຂອງ ສະວິດ

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ໃນໄລຍະ ກອງປະຊຸມ ອະນາໄມໂລກ ຄັ້ງທີ 78, ສປ ຈີນ, ມາເລເຊຍ, ເນປານ, ອາຣັບບີ ຊາອຸດິດ, ເຊແຊນ ໄດ້ຮ່ວມກັນ ຈັດກອງປະຊຸມ ສະເພາະ ຢາພື້ນເມືອງ ພາຍໃຕ້ຫົວຂໍ້ “ປະຕິບັດ ຍຸດທະສາດ ແພດສາດ ພື້ນເມືອງ ຊຸກຍູ້ການປົກຄຸມ ສຸຂະພາບ ທົ່ວປວງຊົນ” ຢູ່ນະຄອນເຊີແນວ ຂອງ ສະວິດ. ນີ້ແມ່ນ ປະເທດ ສະມາຊິກ ອົງການ ອະນາໄມໂລກ ຫລື WHO ຈັດກອງປະຊຸມ ພາຍໃຕ້ ຫົວຂໍ້ ກ່ຽວກັບ ຢາພື້ນເມືອງ ເປັນຄັ້ງທຳອິດ ໃນໄລຍະ ກອງປະຊຸມ ໂດຍມີ ຈຸດປະສົງ ເພື່ອຊຸກຍູ້ ໃຫ້ຢາພື້ນເມືອງ ເຊື່ອມໂຍງ ເຂົ້າກັບ ລະບົບ ສາທາລະນະສຸກ ຂອງບັນດາ ປະເທດໃນໂລກ,ເພື່ອໃຫ້ບໍລິການ ແກ່ການປົກຄຸມ ສຸຂະພາບ ທົ່ວປວງຊົນ ແລະ ເປົ້າໝາຍ ແຫ່ງການພັດທະນາ ແບບຍືນຍົງ ເປັນຢ່າງດີ, ຊ່ວຍການສ້າງ ປະຊາຄົມ ຮ່ວມສຸຂະພາບ ສາທາລະນະສຸກ ຂອງມວນມະນຸດ.ເຈົ້າໜ້າທີ່ ສາທາລະນະສຸກ ລະດັບສູງ ຈາກຫລາຍປະເທດ, ຜູ້ຕາງໜ້າ ອົງການ ອະນາໄມໂລກ, ຜູ້ຊ່ຽວຊານ, ນັກວິຊາການ ທີ່ມີຊື່ສຽງ ພ້ອມດ້ວຍ ບຸກຄົນວົງການ ວິຊາການ ໃນສາກົນ ແລະ ອື່ນໆ ທັງໝົດ 100 ກວ່າຄົນ ໄດ້ເຂົ້າຮ່ວມ ກອງປະຊຸມຄັ້ງນີ້./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL