ມາເລເຊຍ ຈັດກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ຄັ້ງທີ 33

25/04/2025 17:46
Email Print 151
KPL ກອງປະຊຸມ ສະພາ ປະຊາຄົມ ວັດທະນະທຳ - ສັງຄົມ ອາຊຽນ (ASCC) ຄັ້ງທີ 33 ໄດ້ຈັດຂຶ້ນ ໃນວັນທີ 24 ເມສາ, ຢູ່ ມາເລເຊຍ. ຄະນະຜູ້ແທນ ຫວຽດນາມ ນຳໂດຍ ທ່ານ ຫວູຈຽນທັງ, ຮອງລັດຖະມົນຕີ ກະຊວງ ພາຍໃນ ເປັນຫົວໜ້າ ຄະນະເຂົ້າຮ່ວມ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ກອງປະຊຸມ ສະພາ ປະຊາຄົມ ວັດທະນະທຳ - ສັງຄົມ ອາຊຽນ (ASCC) ຄັ້ງທີ 33 ໄດ້ຈັດຂຶ້ນ ໃນວັນທີ 24 ເມສາ, ຢູ່ ມາເລເຊຍ. ຄະນະຜູ້ແທນ ຫວຽດນາມ ນຳໂດຍ ທ່ານ ຫວູຈຽນທັງ, ຮອງລັດຖະມົນຕີ ກະຊວງ ພາຍໃນ ເປັນຫົວໜ້າ ຄະນະເຂົ້າຮ່ວມ.ໃນໂອກາດນີ້ ທ່ານ ຫວູຈຽນທັງ ໄດ້ເນັ້ນໜັກເຖິງ 3 ຈຸດສຸມ ຍຸດທະສາດ ອາຊຽນ ທີ່ຕ້ອງໄດ້ເອົາໃຈໃສ່ ໃນໄລຍະຈະມາເຖິງ, ລວມມີ: ຄວາມສາມັກຄີ ແລະ ເສີມຂະຫຍາຍ ບົດບາດ ໃຈກາງ ຂອງປະຊາຊົນ; ເພີ່ມທະວີ ການເຊື່ອມຕໍ່ກັບ ວິທີເຂົ້າເຖິງ ທົ່ວປະຊາຄົມ ເພື່ອປະກອບສ່ວນ ຮັບປະກັນ ການສຳຜັດບັນດາໂອກາດ ດ້ວຍຄວາມຍຸຕິທຳ ໃຫ້ແກ່ທຸກໆຄົນ, ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫລັງ; ເສີມຂະຫຍາຍ ບົດບາດ ໃຈກາງຂອງ ອາຊຽນ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມື ເພື່ອຜົນປະໂຫຍດລວມ; ແລະ ເອົາໃຈໃສ່ຕໍ່ ວຽກງານ ໂຄສະນາ ໃຫ້ຫລາຍກວ່າ, ພິເສດ ແມ່ນການຍົກສູງ ຄວາມຮັບຮູ້ ແລະ ສະຕິ ກ່ຽວກັບ ຄຸນຄ່າ ແລະ ຄວາມໝາຍຂອງ ອາຊຽນ ໃຫ້ແກ່ທຸກໆຄົນ. ໃນກອງປະຊຸມ, ບັນດາລັດຖະມົນຕີ, ຫົວໜ້າຄະນະຜູ້ແທນ ໄດ້ອອກ ຖະແຫລງການຮ່ວມ ແລະ ເຫັນດີ ຮັບຮອງເອົາ ກ່ຽວກັບ ຫລັກການສຳລັບ ບັນດາເອກະສານ ທີ່ຈະຍື່ນສະເໜີ ຕໍ່ກອງປະຊຸມ ຂັ້ນສູງ ອາຊຽນ ຄັ້ງທີ 46 ທີ່ຈະຈັດຂຶ້ນ ໃນເດືອນ ພຶດສະພາ ເພື່ອຮັບຮອງເອົາ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top