ອົງການອາຫານໂລກ ສະໜອງອາຫານທ່ຽງ ໃຫ້ນັກຮຽນລາວ

22/04/2025 14:41
Email Print 251
KPL ຂປລ. ອົງການອາຫານໂລກ ແຫ່ງອົງການສະຫະປະຊາຊາດ ໄດ້ໃຫ້ການຊ່ວຍເຫລືອປ໋ອງປາ ທີ່ນໍາເຂົ້າຈາກສະຫະພັນຣັດເຊຍ ຈໍານວນ 149 ໂຕນ ໃຫ້ກະຊວງສຶກສາທິການ ແລະ ກິລາ ໃນວັນທີ 22 ເມສາ 2025 ເພື່ອນຳໃຊ້ເຂົ້າໃນການປຸງແຕ່ງອາຫານທ່ຽງ ໃຫ້ແກ່ນັກຮຽນຊັ້ນປະຖົມ ແລະ ກຽມປະຖົມ ຈຳນວນ 50.000 ຄົນ, ໃນ 13 ເມືອງຢູ່ພາກເໜືອ ຂອງ ສປປ ລາວ ເຊິ່ງເປັນສ່ວນໜຶ່ງຂອງແຜນງານ ສົ່ງເສີມອາຫານທ່ຽງໃນໂຮງຮຽນ.




ຂປລ. ອົງການອາຫານໂລກ ແຫ່ງອົງການສະຫະປະຊາຊາດ ໄດ້ໃຫ້ການຊ່ວຍເຫລືອປ໋ອງປາ ທີ່ນໍາເຂົ້າຈາກສະຫະພັນຣັດເຊຍ ຈໍານວນ
149 ໂຕນ ໃຫ້ກະຊວງສຶກສາທິການ ແລະ ກິລາ ໃນວັນທີ 22 ເມສາ 2025 ເພື່ອນຳໃຊ້ເຂົ້າໃນການປຸງແຕ່ງອາຫານທ່ຽງ ໃຫ້ແກ່ນັກຮຽນຊັ້ນປະຖົມ ແລະ ກຽມປະຖົມ ຈຳນວນ 50.000 ຄົນ, ໃນ 13 ເມືອງຢູ່ພາກເໜືອ ຂອງ ສປປ ລາວ ເຊິ່ງເປັນສ່ວນໜຶ່ງຂອງແຜນງານ ສົ່ງເສີມອາຫານທ່ຽງໃນໂຮງຮຽນ.

 ໂອກາດດັ່ງກ່າວ, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ສະ​ແດງ​ຄວາມ​ຂອບ​ໃຈ​ ຕໍ່ອົງການອາຫານໂລກ ທີ່ໄດ້ໃຫ້ການຊ່ວຍເຫລືອ ໃນຄັ້ງນີ້ ເຊິ່ງປ໋ອງປາທີ່ໄດ້ຮັບໃນຄັ້ງນີ້, ຈະນຳໄປມອບໃຫ້ນັກຮຽນ ຢູ່ໂຮງຮຽນເປົ້າໝາຍ ໃນແຂວງຫລວງນ້ຳທາ, ຜົ້ງສາລີ ແລະ ແຂວງຫລວງພະບາງ. ນັບແຕ່ປີ 2018 ເປັນຕົ້ນມາ ສະຫະພັນຣັດເຊຍ ໄດ້ຮ່ວມມືກັບອົງການອາຫານໂລກ ເພື່ອສະໜັບສະໜູນຄວາມພະຍາຍາມ ຂອງລັດຖະບານລາວ ໃນການສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ແລະ ແຜນງານສົ່ງເສີມອາຫານທ່ຽງໃນໂຮງຮຽນ. ການຊ່ວຍເຫລືອຄັ້ງນີ້, ເປັນສ່ວນໜຶ່ງຂອງຄຳໝັ້ນສັນຍາອັນໃຫຍ່ຫລວງ ຂອງສະຫະພັນຣັດເຊຍ ແນໃສ່ເພີ່ມຄວາມໝັ້ນຄົງ ດ້ານສະບຽງອາຫານ ແລະ ປັບປຸງຊີວິດການເປັນຢູ່ຂອງເດັກນ້ອຍໃນລາວ ໂດຍມີມູນຄ່າທັງໝົດ 2 ລ້ານໂດລາສະຫະລັດ.



ທ່ານ ວາລາດີເມຍ ກາລິນອິນ ເອກອັກຄະລັດຖະທູດແຫ່ງສະຫະພັນຣັດເຊຍ ປະຈໍາ ລາວ ​ໄດ້ກ່າວວ່າ: ສະຫະພັນຣັດເຊຍ ໄດ້ໃຫ້ຄວາມສຳຄັນຕໍ່ການໃຫ້ ການຊ່ວຍເຫລືອດ້ານເສດຖະກິດ
, ມະນຸດ ສະທຳ ແລະ ສັງຄົມແກ່ ສປປ ລາວ, ເປັນພັນທະມິດທີ່ໄວ້ເນື້ອເຊື່ອໃຈ ແລະ ເພື່ອນສະໜິດຂອງ ພວກເຮົາມາເປັນເວລາ 65 ປີ. ພວກເຮົາເຊື່ອວ່າ ການຊ່ວຍເຫລືອດ້ານສະບຽງອາຫານ ເປັນການຊ່ວຍໃຫ້ເດັກນັກຮຽນໃນ ສປປ ລາວ ໄດ້ເຂົ້າເຖິງອາຫານທີ່ມີໂພຊະນາການໃນແຕ່ລະວັນ, ທັງສະແດງຄວາມຫວັງວ່າ: ການຊ່ວຍເຫລືອໃນຄັ້ງນີ້, ຈະປະກອບສ່ວນເຂົ້າໃນ ຄວາມພະຍາຍາມຮ່ວມກັນຂອງປະຊາຊາດ ເພື່ອຊຸກຍູ້ການພັດທະນາເສດຖະກິດ ແລະ ສັງຄົມໃນ ສປປ ລາວ.




ທ່ານ ມາກ ອ​ານເດ​ຣ ໂປ​ຣ​ສ ຜູ້ອໍານວຍການອົງການອາຫານໂລກ ປະຈຳ ສປປ ລາວ ​ໄດ້ກ່າວວ່າ: ແຜນງານສົ່ງເສີມອາຫານທ່ຽງໃນໂຮງຮຽນ ໄດ້ກາຍເປັນເຄື່ອງມືປັບປຸງ ການເຂົ້າໂຮງຮຽນ ແລະ ຜົນການຮຽນຫລາຍກວ່າສອງທົດສະວັດ ໂດຍຮັບປະກັນວ່ານັກຮຽນ ໄດ້ຮັບອາຫານທີ່ມີ ໂພຊະນາການ ຢ່າງໜ້ອຍໜຶ່ງຄາບໃນແຕ່ລະມື້ເຂົ້າຮຽນ. ໃນຂະນະດຽວກັນ, ພວກເຮົາກໍາລັງສຸມໃສ່ສ້າງລະບົບຕ່ອງໂສ້ອາຫານ ຜ່ານການສະໜອງອາຫານທ້ອງຖິ່ນ ໃຫ້ໂຮງຮຽນທີ່ມີອາຫານທ່ຽງ ແລະ ອື່ນໆ.

ຂໍ້ມູນ-ພາບ:  ອົງການອາຫານໂລກ

KPL

ຂ່າວອື່ນໆ

    • ຮວຜທ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມວັດທະນະທຳ-ສັງຄົມ

      ຮວຜທ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມ

      4/24/2025 2:42:24 PM

      ຂປລ. ພະແນກຊາວໜຸ່ມ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ(ຮວຜທ) ຈັດພິທີຮັບເອົາມະ ຫາຊົນ ເຂົ້າເປັນສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ​ໃນວັນທີ 23 ເມສາ 2025 ໂດຍການເປັນປະທານຂອງ ສະຫາຍ ພັນໂທ ອຸໄລກອນ ກົມມະເມືອງ ຮອງຫົວໜ້າຫ້ອງການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະຊາວໜຸ່ມ 4 ຫ້ອງ 4 ຫ້ອງ, 2 ກອງພັນ, ສະມາຊິກຊາວໜຸ່ມ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ມອບ-ຮັບ ເດີ່ນເຄົາລົບທຸງ ແລະ ເດີ່ນບານສົ່ງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບວັດທະນະທຳ-ສັງຄົມ

      ມອບ-ຮັບ ເດີ່ນເຄົາລົບທຸງ ແລະ ເດີ່ນບານສົ່ງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ

      4/24/2025 12:09:59 PM

      ຂປລ. ພິທີມອບ-ຮັບ ເດີ່ນເຄົາລົບທຸງ ແລະ ເດີ່ນບານສົ່ງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດ​ຂຶ້ນ​ໃນວັນທີ 22 ເມສາ 2025 ​ໂດຍ​ໄດ້​ຮັບ​ການ​ອະ​ປະຖໍາກໍ່ສ້າງ​ຈາກ ທີມງານສາຍນ້ຳໃຈ ລວມມູນຄ່າທັງ​ໝົດ 136 ລ້ານ​ກວ່າກີບ. ທັງ​ນີ້, ກໍ​ເພື່ອເປັນການປະກອບສ່ວນໃຫ້ ພະນັກງານ-ນັກຮົບ ພ້ອມດ້ວຍນ້ອງນ້ອຍນັກຮຽນ ​ໄດ້​ນໍາ​ໃຊ້ ​ແລະ ສຸມໃສ່ເຮັດສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ.

    • ເຜົ່າລື້ໄຕບໍ່ ສືບສານບຸນບັ້ງໄຟໃນໂອກາດບຸນປີໃໝ່ລາວວັດທະນະທຳ-ສັງຄົມ

      ເຜົ່າລື້ໄຕບໍ່ ສືບສານບຸນບັ້ງໄຟໃນໂອກາດບຸນປີໃໝ່ລາວ

      4/24/2025 10:19:28 AM

      ອາທິດຜ່ານມາປະຊາຊົນເຜົ່າລື້ໄຕບໍ່ 5 ບ້ານ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ພ້ອມກັນຈັດງານບຸນປະເພນີຈູດບ້ັງໄຟ ເຊ່ືອມສາຍໃຍ ເຜົ່າລື້ໄຕບໍ່ ຢູ່ທີ່ເດີນຄຸ້ມຊຽງງາມ ບ້ານທົ່ງແສງຈັນ ກຸ່ມບ້ານທົ່ງແສງຈັນ ເພື່ອສືບຕໍ່ອະນຸລັກ, ປົກປັກຮັກສາຮີດຄອງປະ ເພນີ, ວັດທະນະທຳການນຸ່ງຖື, ພາສາປາກເວົ້າ, ມູນເຊື້ອຄວາມດຸໝັ່ນຂະຫຍັນພຽນ.

    • ສະຫລຸບການຈັດຕັ້ງປະຕິບັດວຽກງານ ກາແດງທົ່ວປະເທດ ປະຈຳປີ 2024ວັດທະນະທຳ-ສັງຄົມ

      ສະຫລຸບການຈັດຕັ້ງປະຕິບັດວຽກງານ ກາແດງທົ່ວປະເທດ ປະຈຳປີ 2024

      4/22/2025 4:59:06 PM

      ຂປລ. ອົງການກາແດງແຫ່ງຊາດລາວ ຈັດກອງປະຊຸມສະຫລຸບການຈັດຕັ້ງປະຕິບັດ ວຽກງານກາແດງທົ່ວປະເທດ ປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ໃນວັນທີ 22 ເມສາ 2025 ໂດຍການເປັນປະທານຂອງ ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງ ແຫ່ງຊາດລາວ, ມີທ່ານ ນາງ ຈັນຖະໜອມ ມະນີທິບ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຫ້ອງ ການກາແດງເມືອງ, ອົງການກາແດງແຂວງທົ່ວປະເທດ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ຍົກລະດັບຄວາມຮູ້ບັນຊີວິສາຫະກິດ  ຊຸດທີ II ໃຫ້ພະນັກງານຂະແໜງການເງິນວັດທະນະທຳ-ສັງຄົມ

      ຍົກລະດັບຄວາມຮູ້ບັນຊີວິສາຫະກິດ ຊຸດທີ II ໃຫ້ພະນັກງານຂະແໜງການເງິນ

      4/22/2025 2:34:20 PM

      ຂປລ. ພິທີເປີດຊຸດຝຶກອົບຮົມ ຍົກລະດັບຄວາມຮູ້ວຽກງານ ບັນຊີວິສາຫະກິດ ຊຸດທີ II ປະຈໍາປີ 2025 ໃຫ້ພະນັກງານ-ລັດຖະກອນ ຂະແໜງການເງິນ ຈັດ​ຂຶ້ນໃນວັນທີ 21 ເມສາ 2025 ຢູ່ສະຖາບັນການເງິນ-ການບັນຊີ ໂດຍການເປັນປະທານຂອງ ທ່ານ ຟອງສີສຸພັນ ພົມມະວົງ ຫົວໜ້າສະຖາບັນການເງິນ-ການບັນຊີ, ມີຕາງໜ້າຈາກກົມຄຸ້ມຄອງການບັນຊີ, ພ້ອມດ້ວຍວິທະຍາກອນ ແລະ ສໍາມະນາກອນ ຈາກ 5 ແຂວງພາກກາງ ເຂົ້າຮ່ວມ.


Top