ທາບທາມເນື້ອໃນ ເອກະສານກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ຈຸດແຂວງຊຽງຂວາງ

03/10/2024 20:33
Email Print 249
KPL ຂປລ. ກອງປະຊຸມທາບທາມເນື້ອໃນເອກະສານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ຈຸດຊຽງຂວາງ ຈັດຂຶ້ນໃນຕອນເຊົ້າວັນທີ 3 ຕຸລາ 2024 ຢູ່ແຂວງຊຽງຂວາງ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີບັນດາສະຫາຍເລຂາ-ຮອງເລຂາຄະນະພັກແຂວງ, ກຳມະການຄະນະພັກ, ພະນັກ ງານຫລັກແຫລ່ງ ຂອງ 4 ແຂວງຄື: ແຂວງຊຽງຂວາງ, ຫົວພັນ, ແວຽງຈັນ ແລະ ແຂວງ ໄຊສົມບູນ ເຂົ້າຮ່ວມ.



ຂປລ. ກອງປະຊຸມທາບທາມເນື້ອໃນເອກະສານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ
XII ຂອງພັກ ຢູ່ຈຸດຊຽງຂວາງ ຈັດຂຶ້ນໃນຕອນເຊົ້າວັນທີ 3 ຕຸລາ 2024 ຢູ່ແຂວງຊຽງຂວາງ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີບັນດາສະຫາຍເລຂາ-ຮອງເລຂາຄະນະພັກແຂວງ, ກຳມະການຄະນະພັກ, ພະນັກ ງານຫລັກແຫລ່ງ ຂອງ 4 ແຂວງຄື: ແຂວງຊຽງຂວາງ, ຫົວພັນ, ແວຽງຈັນ ແລະ ແຂວງ ໄຊສົມບູນ ເຂົ້າຮ່ວມ.




ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອລະດົມ ແລະ ຍາດແຍ່ງຄວາມຄິດຄວາມເຫັນ ຈາກບັນດາສະຫາຍ ຄະນະພັກ ແລະ ພະນັກງານຫລັກແຫລ່ງ ເຂົ້າໃສ່ຮ່າງລາຍງານການເມືອງ ແລະ ຮ່າງແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ
10 ທີ່ຈະລາຍງານຕໍ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃຫ້ມີເນື້ອໃນເລິກເຊິ່ງ, ຄົບຖ້ວນ, ຖືກຕ້ອງສອດຄ່ອງ ແລະ ແທດຕົວຈິງ, ທັງສອງແສງໄດ້ສະຕິປັນຍາລວມໝູ່ ແລະ ການເສີມຂະຫຍາຍປະຊາທິປະໄຕພາຍໃນພັກຢ່າງກວ້າງຂວາງ, ສ້າງຄວາມເປັນເອກະພາບ ທາງດ້ານທັດສະນະ, ຄວາມຮັບຮູ້, ຄວາມເຂົ້າໃຈແຕ່ຫົວທີ ຂອງບັນດາຄະນະພັກ, ພະນັກງານຫລັກແຫລ່ງ ຂອງທ້ອງຖິ່ນ ຕໍ່ຮ່າງເອກະສານຕົ້ນຕໍ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ. ຈາກນັ້ນ, ຖືເປັນເນື້ອໃນພື້ນຖານ ເພື່ອໃຫ້ບັນດາອົງຄະນະພັກ ນຳໄປປັບປຸງການກະກຽມເນື້ອໃນ ກອງປະຊຸມໃຫຍ່ຂອງຕົນ ໃຫ້ສອດຄ່ອງ, ກົມກຽວກັນ ແລະ ສາມາດຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ.




ໃນໂອກາດນີ້ ສະຫາຍ ນາງ ສູນທອນ ໄຊຍະຈັກ
ປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ຜູ້ແທນເຂົ້າຮ່ວມກອງປະຊຸມ ຍົກສູງຄວາມຮັບຜິດຊອບການເມືອງ, ປະກອບຄໍາຄິດຄໍາເຫັນ ຕໍ່ສອງເອກະສານດັ່ງກ່າວ ຢ່າງກົງໄປກົງມາ, ສ້າງສັນ, ມີປະຊາທິປະໄຕ ແລະ ຕີລາຄາບັນຫາຕ່າງໆ ຢ່າງຈະແຈ້ງ, ຊັດເຈນ ແລະ ແທດກັບຕົວຈິງ, ມີການອະທິບາຍບັນຫາໃຫ້ຈະແຈ້ງ, ຊັດເຈນ ເພື່ອເປັນພື້ນຖານໃຫ້ອະນຸກຳມະ ການເນື້ອໃນ ນໍາເອົາໄປສືບຕໍ່ຄົ້ນຄວ້າ, ປັບປຸງ ຮ່າງເອກະສານ ຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໃຫ້ຈະແຈ້ງ, ຄົບຖ້ວນ, ຮັດກຸມ ແລະ ສົມບູນຂຶ້ນກວ່າເກົ່າ.

KPL

ຂ່າວອື່ນໆ

    • ຮອງປະທານປະເທດ  ເຄື່ອນໄຫວຢ້ຽມຢາມ ປະຊາຊົນບ້ານນາຈຽງ ນະຄອນປາກເຊການເມືອງ

      ຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມ ປະຊາຊົນບ້ານນາຈຽງ ນະຄອນປາກເຊ

      10/4/2024 3:36:42 PM

      ຂປລ. ວັນທີ 2 ຕຸລາ 2024 ຜ່ານມາ, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານປະເທດ ເຄື່ອນໄຫວຢ້ຽມຢາມປະຊາຊົນ ບ້ານນາຈຽງ ນະຄອນປາກເຊ ທີ່ໄດ້ຮັບຜົນກະທົບຈາກໄພພໍ້າຖ້ວມ ໂດຍມີ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ພ້ອມການນຳຂອງແຂວງ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມຕິດຕາມ.

    • ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສຸດຍອດຂອບການຮ່ວມມືເວທີປຶກສາຫາລື ແຫ່ງ ອາຊີ ການເມືອງ

      ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສຸດຍອດຂອບການຮ່ວມມືເວທີປຶກສາຫາລື ແຫ່ງ ອາຊີ

      10/4/2024 3:30:35 PM

      ຂປລ. ວັນທີ 3 ຕຸລາ 2024 ທີ່ນະຄອນຫລວງໂດຮາ, ປະເທດກາຕາ, ທ່ານ ກິແກ້ວ ໄຂຄຳພິທູນ ຮອງ ນາຍົກລັດຖະມົນຕີ ໄດ້ນຳພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບການຮ່ວມມື ເວທີປຶກສາຫາລື ແຫ່ງ ອາຊີ ຄັ້ງທີ 3 (ACD) ພາຍໃຕ້ຄຳຂວັນ: “ການທູດດ້ານກິລາ (Sport Diplomacy)” ໂດຍການເປັນປະທານຂອງ ສົມເດັດ Sheikh Tamim Bin Hamad Al Thani, ປະມຸກລັດ ແຫ່ງ ປະເທດ ກາຕາ ແລະ ມີບັນດາປະມຸກລັດ/ຫົວໜ້າລັດຖະບານຈາກ 35 ປະເທດສະມາຊິກ ຂອບການຮ່ວມມືດັ່ງກ່າວ ເຂົ້າ ຮ່ວມ.

    • ໂທລະສານສະແດງຄວາມເສົ້າສະຫລົດໃຈການເມືອງ

      ໂທລະສານສະແດງຄວາມເສົ້າສະຫລົດໃຈ

      10/3/2024 9:01:44 PM

      ຂປລ. ວັນ​ທີ 3 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ໄດ້​ສົ່ງ​ໂທລະ​ສານ​ສະ​ແດງ​ຄວາມ​ເສົ້າ​ສະຫລົດ​ໃຈ ເຖິງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຕໍ່​ເຫດການອຸ ບັດເຫດທາງລົດ ຂອງຄະນະຄູອາຈານ ແລະ ນັກຮຽນໃນວັນທີ 1 ຕຸລາ 2024 ຜ່ານມາ.

    • ກວດກາສູນກາງພັກ ພົບປະຄະນະ ຊ່ຽວຊານ ມະຫາວິທະຍາໄລເຊ້ຍເມີນການເມືອງ

      ກວດກາສູນກາງພັກ ພົບປະຄະນະ ຊ່ຽວຊານ ມະຫາວິທະຍາໄລເຊ້ຍເມີນ

      10/3/2024 8:44:44 PM

      ຂປລ. ວັນທີ 3 ຕຸລາ 2024 ນີ້, ທ່ານ ດາວບົວລະພາ ບາວົງເພັດ ກຳມະການປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານ ການສໍ້ລາດບັງຫລວງຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຊຸຍ ຈີ້ນກົງ (Xu jingong) ອະດີດຮອງເລຂາຄະນະພັກ, ມະຫາວິທະຍາໄລ ເຊ້ຍເມີນ, ຫົວໜ້າສະຖາບັນຄົ້ນ ຄວ້າ ລັດທິມາກ ແຂວງຟູຈ້ຽນ ສປ ຈີນ ພ້ອມຄະນະ ໃນໂອກາດ​ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

    • ແຈ້ງການຂອງກະຊວງການຕ່າງປະເທດການເມືອງ

      ແຈ້ງການຂອງກະຊວງການຕ່າງປະເທດ

      10/3/2024 12:43:36 PM

      ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍສາມີ ແລະ ຄະນະ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ


Top