KPL
ສູນຄວບຄຸມ ແລະ ປ້ອງກັນພະຍາດ ອາຟຣິກາ ເປີດເຜີຍວ່າ: ມີຜູ້ເສຍຊີວິດ ຈາກພະຍາດ ໝາກສຸກລີງ ສະສົມ ຢ່າງໜ້ອຍ 866 ຄົນ ໃນທົ່ວອາຟຣິກາ ແລະ ແພ່ລະບາດ ຍັງບໍ່ສາມາດ ຄວບຄຸມໄດ້
ຂປລ.ສຳນັກຂ່າວ ເອເອຟພີ, ວັນທີ 4 ຕຸລາ, ສູນຄວບຄຸມ ແລະ ປ້ອງກັນພະຍາດ ອາຟຣິກາ ເປີດເຜີຍວ່າ: ມີຜູ້ເສຍຊີວິດ ຈາກພະຍາດ ໝາກສຸກລີງ ສະສົມ ຢ່າງໜ້ອຍ 866 ຄົນ ໃນທົ່ວອາຟຣິກາ ແລະ ແພ່ລະບາດ ຍັງບໍ່ສາມາດ ຄວບຄຸມໄດ້, ຂະນະທີ່ ອັດຕາການກວດຫາເຊື້ອ ຍັງຄົງຈຳກັດ ຊຶ່ງເລີ່ມແຕ່ເດືອນ ມັງກອນປີນີ້ ມີຜູ້ຕິດເຊື້ອສະສົມ ຈຳນວນ 34.297 ຄົນ ທົ່ວທະວີບ ເຮັດໃຫ້ ຈຳນວນປະເທດ ກວດພົບ ຜູ້ຕິດເຊື້ອ ເພີ່ມຂຶ້ນ ຢ່າງໜ້ອຍ 16 ປະເທດ ໃນປີນີ້. ໂດຍສະເພາະ ປະເທດ ກົງໂກ ຊຶ່ງເປັນສູນກາງ ການແພ່ລະບາດ , ເລີ່ມສັກວັກຊິນປ້ອງກັນ ພະຍາດນີ້ ໃຫ້ແກ່ ປະຊາຊົນ ຕັ້ງແຕ່ ວັນທີ 2 ຕຸລາທີ່ຜ່ານມາ./.
KPL