ກອງປະຊຸມສຸດຍອດເວທີປາໄສສົນທະນາການຮ່ວມມື ອາຊີ ຄັ້ງທີ 3

04/10/2024 22:13
Email Print 164
KPL ກອງປະຊຸມ ສຸດຍອດ ເວທີ ປາໄສສົນທະນາ ຮ່ວມມື ອາຊີ (ACD) ຄັ້ງທີ 3 ໄດ້ຈັດຂຶ້ນ ຢູ່ນະຄອນໂດຮາ(Doha) ຂອງ ກາຕາ ເມື່ອບໍ່ດົນມານີ້ ພາຍໃຕ້ ຫົວຂໍ້ “ການທູດກິລາ”, ກອງປະຊຸມ ສຸດຍອດ ACD ຄັ້ງທີ 3 ໄດ້ຮັບຮອງເອົາ ຖະແຫລງ ການຮ່ວມ Doha

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ກອງປະຊຸມ ສຸດຍອດ ເວທີ ປາໄສສົນທະນາ ຮ່ວມມື ອາຊີ (ACD) ຄັ້ງທີ 3 ໄດ້ຈັດຂຶ້ນ ຢູ່ນະຄອນໂດຮາ(Doha) ຂອງ ກາຕາ ເມື່ອບໍ່ດົນມານີ້ ພາຍໃຕ້ ຫົວຂໍ້ການທູດກິລາ”, ກອງປະຊຸມ ສຸດຍອດ ACD ຄັ້ງທີ 3 ໄດ້ຮັບຮອງເອົາ ຖະແຫລງການຮ່ວມ Doha, ຢັ້ງຢືນ ຄຳໝັ້ນສັນຍາ ຂອງບັນດາ ປະເທດ ສະມາຊິກ ສືບຕໍ່ ຊຸກຍູ້ການເຈລະຈາ ແລະ ຮ່ວມມື, ຜັນຂະຫຍາຍ ແຜນການດຳເນີນງານ ACD ໄລຍະ 2021 – 2030 ແລະ ວິໄສທັດ ACD 2030 ໃຫ້ມີປະສິດທິຜົນ. ໃນໂອກາດນີ້, ທ່ານ ນາງ ຫງວຽນມິງຮັ່ງ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ຖືວ່າ ACD ຕ້ອງສຸມໃສ່ ບາງຈຸດສຸມ ການຮ່ວມມື, ເຊັ່ນ: ຍົກສູງລັດທິ ຫລາຍຝ່າຍ, ການສົນທະນາ ແລະ ຮ່ວມມື ເພື່ອສັນຕິພາບ ແລະ ວັດທະນາຖາວອນ, ໜູນຊ່ວຍ ບັນດາປະເທດ ໃນການຫັນເປັນ ສີຂຽວ, ຫັນເປັນດີຈີຕອນ, ຍູ້ແຮງການເຊື່ອມຕໍ່, ພົບປະແລກປ່ຽນ ລະຫວ່າງ ປະຊາຊົນ ບັນດາປະເທດ. ພ້ອມທັງ ຢັ້ງຢືນວ່າ: ສສ ຫວຽດນາມ ພ້ອມແລ້ວ ທີ່ຈະປະກອບສ່ວນ ຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ ເຂົ້າໃນການເຄື່ອນໄຫວ ຂອງບັນດາການຈັດຕັ້ງ, ກົນໄກ ຮ່ວມມື ທົ່ວໂລກ, ລະຫວ່າງ ເຂດພາກ ແລະ ພາກພື້ນ ເພື່ອສັນຕິພາບ, ການຮ່ວມມື  ແລະ ພັດທະນາ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top