ມູນຄ່າການຄ້າຊາຍແດນ ເນປານ-ສປຈີນ ເພີ່ມຂຶ້ນ 2 ເທົ່າ

01/07/2024 12:01
Email Print 156
KPL ສຳນັກງານ ພາສີ ຂອງ ເນປານ ລາຍງານວ່າ: ມູນຄ່າ ການຄ້າຊາຍແດນ ລະຫວ່າງ ເນປານ ແລະ ສປຈີນ ເພີ່ມຂຶ້ນ ຫລາຍກວ່າ 2 ເທົ່າ ໃນໄລຍະ 11 ເດືອນທຳອິດ ຂອງ ສົກປີ ງົບປະມານ ປັດຈຸບັນ, ຊຶ່ງຈະສິ້ນສຸດ ກາງເດືອນ ກໍລະກົດນີ້ ບັນລຸ 9,42 ໝື່ນລ້ານຣູປີ ເນປານ

ຂປລ. ສຳນັກ​ຂ່າວ ຊິນ​ຮວາ ​ຂອງ ສປຈີນ,​ ເມື່ອ​ບໍ່​ດົນ​ມາ​ນີ້,  ສຳນັກງານ ພາສີ ​ຂອງ ​ເນ​ປານ ລາຍ​ງານ​ວ່າ: ມູນຄ່າ ການ​ຄ້າ​ຊາຍ​ແດນ ​ລະຫວ່າງ ​ເນ​ປານ ​ແລະ ສປຈີນ ​ເພີ່ມ​ຂຶ້ນ​ ຫລາຍ​ກວ່າ 2 ​ເທົ່າ ​ໃນ​ໄລຍະ 11​ ເດືອນ​ທຳ​ອິດ​ ຂອງ ສົກປີ ​ງົບປະມານ ປັດຈຸບັນ, ຊຶ່ງຈະສິ້ນ​ສຸດ ກາງ​ເດືອນ ກໍລະກົດ​ນີ້ ບັນລຸ 9,42 ໝື່ນ​ລ້ານຣູປີ ​ເນ​ປານ, ​ເພີ່ມ​ຂຶ້ນ​ ຈາກ 4 ໝື່ນ​ລ້ານຣູປີ​ເນ​ປານ ​ເມື່ອທຽບໃສ່ ໃນ​ໄລຍະ​ດຽວ​ກັນ​ ຂອງ​ ສົກປີ​ງົບປະມານ 2022-2023. ​ໂດຍ​ການ​ສົ່ງ​ອອກ​ຂອງ ​ເນ​ປານ ໄປຍັງ​ຈີນ ລວມມີ 1,63 ຕື້ຣູປີ​ເນ​ປານ ​ແລະ ການ​ນໍາ​ເຂົ້າ​ຈາກ ຈີນ​ ຈຳນວນ 9,26 ໝື່ນ​ລ້ານຣູປີ ​ເນ​ປານ. ນອກນັ້ນ ໜ່ວຍ​ງານ ດ້ານ​ພາສີ ​ທ້ອງ​ຖິ່ນ ເນ​ປານ ​ໄດ້ລະບຸ​ວ່າ: ການ​ກັບ​ຄືນມາ​ ເປີດ​ດ່ານ​ ຊາຍ​ແດນ ຣາສຸ​ວະ​ຄານ​ທິ-ຈີ້​ຫລົງ ​ແລະ ດ່ານ​ຕາ​ໂຕ​ປານີ-​ຈາງ​ມູ່ ​ເມື່ອທ້າຍ​ປີ 2022 ​ແລະ ​ເດືອນ ພືດ​ສະພາ ປີ 2023 ​ໄດ້​ຊຸກຍູ້ໃຫ້ ການ​ຄ້າ ທະວີ​ພາຄີ ເສັ້ນທາງບົກ​ ຢ່າງ​ຫລວງຫລາຍ ​ແລະ ອື່ນໆ. /

KPL

ຂ່າວອື່ນໆ


Top