ຖືສຳຄັນການປັບປຸງກໍ່ສ້າງກົມກອງຕິດພັນກັບການສ້າງພາລາທິການກັບທີ່

17/06/2024 10:43
Email Print 558
KPL ໂດຍປະຕິບັດຕາມທິດທາງໃນການປັບປຸງກໍ່ສ້າງ ກຳລັງປະກອບອາວຸດ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ກາຍເປັນກອງທັບປະຕິວັດມີລະບຽບແຜນທັນສະໄໝ, ບໍ່ວ່າກົມກອງກຳລັງຫລວງ-ກຳລັງທ້ອງຖິ່ນໃນກຳລັງປະກອບອາວຸດກອງທັບປະຊາຊົນລາວ ເວລາໃດກໍ່ຖືສຳຄັນຕໍ່ວຽກງານປັບປຸງກໍ່ສ້າງກົມກອງຕິດພັນກັບການສ້າງເສດຖະກິດ ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ດີຂ້ຶນເທື່ອລະກ້າວ.

   *ໂດຍປະຕິບັດຕາມທິດທາງໃນການປັບປຸງກໍ່ສ້າງ ກຳລັງປະກອບອາວຸດ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ກາຍເປັນກອງທັບປະຕິວັດມີລະບຽບແຜນທັນສະໄໝ,  ບໍ່ວ່າກົມກອງກຳລັງຫລວງ-ກຳລັງທ້ອງຖິ່ນໃນກຳລັງປະກອບອາວຸດກອງທັບປະຊາຊົນລາວ ເວລາໃດກໍ່ຖືສຳຄັນຕໍ່ວຽກງານປັບປຸງກໍ່ສ້າງກົມກອງຕິດພັນກັບການສ້າງເສດຖະກິດ ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ດີຂ້ຶນເທື່ອລະກ້າວ, ໃນນີ້, ເວົ້າສະເພາະສູນຝຶກກອງພົນທີ 5 ກໍ່ແມ່ນກົມກອງໜຶ່ງທີ່ມີໜ້າທີ່ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ທັງເປັນບ່ອນຝຶກຝົນຫລໍ່ຫລອມພະນັກງານ-ນັກຮົບຮຸ່ນສືບທອດໃຫ້ແກ່ກອງທັບ.

    ສະຫາຍ ພັນໂທ ໜອນຄຳ  ພີມມະສອນ ຮອງຫົວໜ້າການເມືອງສູນຝຶກກອງພົນທີ 5 ໃຫ້ຮູ້ວ່າ:  ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນສະເພາະໜ້າ ແລະ ຍາວນານ ໃຫ້ທັນກັບສະພາບການໃນໄລຍະໃໝ່ກໍ່ຄື: ໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ ສ້າງໃຫ້ກຳລັງປະກອບອາວຸດ ກາຍເປັນກອງທັບປະຕິວັດມີແບບແຜນທັນສະໄໝ. ໃນນີ້ສູນຝຶກພວກເຮົາກໍ່ໄດ້ເອົາໃຈໃສ່ປະຕິບັດທຸກມະຕິຄຳສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ ໂດຍຈັດຕັ້ງຜັນຂະຫຍາຍມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດ, ມະຕິຂອງກອງປະຊຸມໃຫຍ່ ຄັ້ງ VI ຂອງອົງຄະນະພັກກອງພົນທີ 5  ຕິດພັນກັບການປະຕິບັດມະຕິ ຂອງກອງປະຊຸມໃຫ່ຍຂ້ັນຂອງຕົນວາງອອກໃຫ້ກາຍເປັນຮູບປະທຳຕົວຈິງ, ໄປພ້ອມໆກັບການກໍ່ສ້າງພະນັກງານ-ນັກຮົບ ໃຫ້ມີຄຸນທາດການເມືອງ ຄຸນສົມບັດສິນທຳປະຕິວັດ ໂດຍຖືເອົາການສຶກສາອົບຮົມ ການເມືອງແນວຄິດເປັນກົກສ້າງໃຫ້ເຂົາເຈົ້າ ມີຄວາມຈົ່ງຮັກພັກດຕໍ່ປະເທດຊາດປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນຂະບວນການດ້ານຕ່າງໆຂອງກົມກອງ ເຮັດໃຫ້ຂະບວນການພາຍໃນສູນຝຶກມີບັນຍາກາດຟົດຟື້ນ.

    ຕິດພັນກັບຂະບວນການດັ່ງກ່າວ  ຍັງໄດ້ຊຸກຍູ້ຊີ້ນຳຜູ້ຮັບຜິດຊອບວຽກງານພະລາທິການສຸມໃສ່ວຽກງານການສ້າງເສດຖະກິດ ເພື່ອແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ແລະ ສ້າງລາຍຮັບເຂົ້າໃນການພັດທະນາກົມກອງ ໃຫ້ມີໂສມໜ້າໃໝ່. ສະຫາຍ ພັນໂທ ໂກະ ໂພທິສານ  ຫົວໜ້າພະລາທິການສູນຝຶກກອງ ພົນທີ 5 ໃຫ້ຮູ້ຕື່ມວ່າ: ວຽກງານສ້າງເສດຖະກິດ ແກ້ໄຂຊີວິດການເປັນຢູ່ໄດ້ເຊີດຊູຈິດໃຈທີ່ວ່າ: ເພິ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃນນີ້ການປູກ ໄດ້ເລັ່ງໃສ່ການປູກມັນຕົ້ນໃນເນື້ອທີ່ 4,5 ເຮັກຕາ ເກັບກູ້ໄດ້ຈຳນວນ 22.066 ກິໂລ ເປັນເງິນ 25.400.000 ກີບ, ປູກພືດຜັກຊະນິດຕ່າງໆເກັບກູ້ໄດ້ 28.200  ກິໂລ, ລ້ຽງໝູ ຈຳນວນ 4 ໂຕ  ໄລ່ເປັນເງິນ 5.630.000 ກີບ, ແບ້ 5 ໂຕ ເປັນເງິນ 4.325.000 ກີບ, ລ້ຽງສັດປີກ ( ເປັດ,ໄກ່) ຈຳນວນ 180 ກວ່າໂຕ ເປັນເງິນ 11.500.000 ກີບ, ນອກນັ້ນຍັງໄດ້ຊອກແຫລ່ງລາຍຮັບຈາກການບໍລິການອື່ນໆ ເປັນເງິນ 87.960.000 ກີບ.

    ສັງລວມໃນປີຜ່ານມາແລ້ວ ກົມກອງສາມາດສ້າງລາຍຮັບໄດ້ຈາກແຫລ່ງຕ່າງໆທັງໝົດ  134.815.000 ກີບ, ແຫລ່ງລາຍຮັບຈຳນວນດັ່ງກ່າວຕົ້ນຕໍແມ່ນໄດ້ໝູນໃຊ້ເຂົ້າໃນການປັບປຸງກໍ່ສ້າງພື້ນຖານໂຄງລ່າງຂອງກົມກອງ ໃຫ້ເປັນລະບົບລະບຽບແໜ້ນໜາຖາວອນ ເປັນກອງວັດທະນະທຳຕາມທິດນຳຂອງຂັ້ນເທິງ, ເຊັ່ນ: ກໍ່ສ້າງເຮືອນພັກປ້ອງກັນ 1 ຫລັງ, ກໍ່ສ້າງກຳລັງດ້ານໜ້າປະຕູໂຂງ, ເຮັດປ້າຍໂຄສະນາຄຳຂວັນປຸກລະດົມພາຍໃນກົມກອງ, ເທເປຕົງທາງເຂົ້າປະຕູໂຂງ ແລະ ເທເປຕົງຕໍ່ໜ້າຫ້ອງການ, ເຮັດໂຕະ, ຕັ່ງເຂົ້າໃສ່ສະໂມສອນຫ້ອງຮຽນ ແລະ ກໍ່ໜານດອກໄມ້ທາງເຂົ້າປະຕູໂຂງໃຫຍ່ ແລະ ອື່ນໆ, ຕໍ່ຜົນງານດັ່ງກ່າວກົມກອງ ຈິ່ງສາມາດຮັບຮອງເປັນກອງວັດທະນະທຳ 3 ສະໄໝ ຕິດຕໍ່ກັນ.

ບົດໂດຍ: ແສງອາທິດ ສີດາໄລ

ພາບ:  ບຸນລົມ ສີພັນດົງ

KPL

ຂ່າວອື່ນໆ

    • ຫວຽດເຈັດເພີ່ມຖ້ຽວບິນ ສູ່ເມືອງທ່ອງທ່ຽວແຄມທະເລ ຂອງຫວຽດນາມເສດຖະກິດ

      ຫວຽດເຈັດເພີ່ມຖ້ຽວບິນ ສູ່ເມືອງທ່ອງທ່ຽວແຄມທະເລ ຂອງຫວຽດນາມ

      6/20/2024 2:23:48 PM

      ນັກທ່ອງທ່ຽວລາວສາມາດເພີດເພີນກັບການພັກຮ້ອນໃນຫາດຊາຍທີ່ສວຍງາມຂອງຫວຽດນາມ ດ້ວຍສາຍການບິນຂອງຫວຽດເຈັດ (VietJet) ທີ່ມີການຂະຫຍາຍທາງເລືອກສຳລັບຜູ້ທີ່ມັກຫາດຊາຍທີ່ສວາຍງາມ ດ້ວຍການເພີ່ມຖ້ຽວບິນໄປຫາບັນດາແຫລ່ງທ່ອງທ່ຽວແຄມທະເລ ທີ່ມີຊື່ສຽງຂອງຫວຽດນາມ ຄື: Nha Trang ແລະ Phu Quoc,ໃນຂະນະດຽວກັນກໍໄດ້ສືບຕໍ່ຂະຫຍາຍຖ້ຽວບິນສາກົນຢ່າງຕໍ່ເນື່ອງ.

    • ເມືອງທ່າໂທມ ຜົນຂະຫຍາຍມະຕິພັກ ໃນການພັດທະນາເສດຖະກິດ-ສັງຄົມ ຢ່າງມີຜົນສຳເລັດເສດຖະກິດ

      ເມືອງທ່າໂທມ ຜົນຂະຫຍາຍມະຕິພັກ ໃນການພັດທະນາເສດຖະກິດ-ສັງຄົມ ຢ່າງມີຜົນສຳເລັດ

      6/12/2024 10:51:18 AM

      ເມືອງທ່າໂທມ ແຂວງໄຊສົມບູນ ເປັນເມືອງໜຶ່ງທີ່ເອົາໃຈໃສ່ຈັດຕ້ັງຜັນຂະຫຍາຍມະຕິຂອງສູນກາງພັກ, ມະຕິຂອງອົງຄະນະພັກແຂວງ, ມະຕິຂອງອົງຄະນະພັກເມືອງເຂົ້າສູ່ລວງເລິກໃນຂົງເຂດຕ່າງໆເປັນຕົ້ນ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບ ປະມານ-ການເງິນ, ວຽກງານ ປກຊ- ປກສ, ວຽກງານວັດທະນະທໍາ-ສັງຄົມ ແລະ ວຽກງານອື່ນໆ.

    • ສນຊ ເຜີຍແຜ່ນິຕິກໍາການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໄລຍະໃໝ່ເສດຖະກິດ

      ສນຊ ເຜີຍແຜ່ນິຕິກໍາການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໄລຍະໃໝ່

      6/10/2024 3:01:04 PM

      ຂປລ. ທ້າຍອາທິດຜ່ານມາ, ສູນກາງແນວລາວສ້າງຊາດ (ສນຊ) ໄດ້ເຜີຍແຜ່ມະຕິຂອງກົມການ ເມືອງສູນກາງພັກ ເລກທີ 04/ກມສພ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ແລະ ຄໍາແນະນໍາຂອງຄະນະໂຄສະນາສູນກາງພັກ ເລກທີ 700/ຄອສພ ໂດຍມີທ່ານ ນາງ ອິນລາວັນ ແກ້ວບຸນພັນ ຮອງປະທານ ສນຊ, ພ້ອມດ້ວຍຮອງປະທານ, ຄະນະປະຈໍາ, ທີ່ປຶກສາ, ຕາງໜ້າສະມາຄົມ, ສາສະໜາຕ່າງໆ ແລະ ພະນັກງານ-ລັດຖະກອນ ສນຊ ເຂົ້າຮ່ວມ.

    • ເສດຖະກິດແຂວງໄຊສົມບູນ ຂະຫຍາຍຕົວຢ່າງຕໍ່ເນື່ອງເສດຖະກິດ

      ເສດຖະກິດແຂວງໄຊສົມບູນ ຂະຫຍາຍຕົວຢ່າງຕໍ່ເນື່ອງ

      6/10/2024 1:54:51 PM

      ແຂວງໄຊສົມບູນ ເປັນແຂວງໜຶ່ງທີ່ຕັ້ງຢູ່ທາງພາກກາງຕອນເໜືອ ຂອງ ສປປ ລາວ ສ້າງຕັ້ງຂຶ້ນໃນປີ 2013 ປະກອບມີ 5 ເມືອງຄື: ເມືອງ ອະນຸວົງ, ເມືອງລ້ອງຊານ, ເມືອງ ລ້ອງແຈ້ງ, ເມືອງຮົ່ມ ແລະ ເມືອງທ່າໂທມ.

    • ສາຍການບິນຫວຽດເຈັດ ເປີດບໍລິການສາຍການບິນ ລະຫວ່າງຮ່າໂນ້ຍ ແລະ ເມວເບີນເສດຖະກິດ

      ສາຍການບິນຫວຽດເຈັດ ເປີດບໍລິການສາຍການບິນ ລະຫວ່າງຮ່າໂນ້ຍ ແລະ ເມວເບີນ

      6/6/2024 9:10:55 PM

      ຂປລ. ຖ້ຽວບິນທຳອິດຂອງສາຍການບິນຫວຽດເຈັດ (VietJet) ຈາກນະຄອນຫລວງຮ່າໂນ້ຍ, ຫວຽດນາມ ໄປ ເມວເບີນ, ປະເທດອົດສະຕຣາລີ ໄດ້ລົງຈອດຢູ່ສະໜາມບິນ ເມວເບີນ ເປັນທີ່ຮຽບຮ້ອຍແລ້ວ ຊຶ່ງແມ່ນເສັ້ນທາງສາຍທີ​ 6 ຂອງ VietJet ທີ່ເຊື່ອມຕໍ່ຫວຽດນາມ ກັບ ອົດສະຕຣາລີ ດ້ວຍຖ້ຽວບິນ 2 ຖ້ຽວ ທຸກໆວັນອັງຄານ ແລະ ວັນເສົາ ດ້ວຍເຮືອບິນ A330 ທີ່ກວ້າງ ແລະ ທັນສະໄໝ.


Top