ເສດຖະກິດແຂວງໄຊສົມບູນ ຂະຫຍາຍຕົວຢ່າງຕໍ່ເນື່ອງ

10/06/2024 13:54
Email Print 992
KPL ແຂວງໄຊສົມບູນ ເປັນແຂວງໜຶ່ງທີ່ຕັ້ງຢູ່ທາງພາກກາງຕອນເໜືອ ຂອງ ສປປ ລາວ ສ້າງຕັ້ງຂຶ້ນໃນປີ 2013 ປະກອບມີ 5 ເມືອງຄື: ເມືອງ ອະນຸວົງ, ເມືອງລ້ອງຊານ, ເມືອງ ລ້ອງແຈ້ງ, ເມືອງຮົ່ມ ແລະ ເມືອງທ່າໂທມ.

     *ແຂວງໄຊສົມບູນ ເປັນແຂວງໜຶ່ງທີ່ຕັ້ງຢູ່ທາງພາກກາງຕອນເໜືອ ຂອງ ສປປ ລາວ ສ້າງຕັ້ງຂຶ້ນໃນປີ 2013 ປະກອບມີ 5 ເມືອງຄື: ເມືອງ ອະນຸວົງ, ເມືອງລ້ອງຊານ, ເມືອງ ລ້ອງແຈ້ງ, ເມືອງຮົ່ມ ແລະ ເມືອງທ່າໂທມ. ຕະຫລອດໄລຍະ 10 ປີແຫ່ງ ການພັດທະນາເສດຖະກິດແຂວງ ໄຊສົມບູນ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    ທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນຈາກສູນກາງ ແລະ ທ້ອງຖິ່ນເມື່ອບໍ່ດົນມານີ້ວ່າ: ຕະຫລອດໄລຍະ 10 ປີ ຜ່ານມາ ແຂວງໄຊສົມບູນໄດ້ເອົາໃຈໃສ່ປົກປັກຮັກສາ ແລະ ສ້າງສາພັດທະ ນາ ເສດຖະກິດແຂວງໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ. ເບື້ອງຕົ້ນແຂວງໄຊສົມບູນ ຍັງພົບຄວາມຫຍຸ້ງຍາກຫລາຍດ້ານດ້ວຍເຫດຜົນດັ່ງກ່າວກົມການເມືອງສູນກາງພັກ ຈຶ່ງມີມະຕິເລກທີ 055 ວ່າດ້ວຍການຮັບຮອງເອົາຍຸດທະສາດການພັດທະນາເສດຖະກິດ ແຂວງໄຊສົມບູນ. ຫລັງຈາກນັ້ນ, ລັດຖະບານໄດ້ຄົ້ນຄວ້າອອກດຳລັດເລກທີ 414 ວ່າດ້ວຍການພັດທະນາເສດຖະກິດແຂວງໄຊສົມບູນ.

   ພ້ອມນັ້ນ, ສະພາແຫ່ງຊາດ ໄດ້ອອກມະຕິເລກທີ 016 ວ່າດ້ວຍການຮັບຮອງເອົາມະຕິ, ດຳລັດຂອງລັດຖະບານໃນການພັດທະນາເສດຖະກິດແຂວງໄຊສົມບູນ ຜ່ານການຈັດຕັ້ງປະຕິບັດແຕ່ປີ 2014 ເຖິງປັດຈຸບັນເຮັດໃຫ້ແຂວງ ໄຊສົມບູນ ປະຕິບັດໄດ້ວຽກງານອັນພົ້ນເດັ່ນຫລາຍດ້ານ ເປັນຕົ້ນສາມາດແກ້ໄຂຄວາມຫຍຸ້ງຍາກໄດ້ ໂດຍພື້ນຖານທີ່ມີມາແຕ່ດົນນານ; ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມທິດນໍາຂອງພັກທີ່ວ່າ: ເອົາການພັດທະນາເສະຖະກິດ-ສັງຄົມຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບສາ ມາດແກ້ໄຂປະກົດການຫຍ້ໍທໍ້ຕ່າງໆໄດ້ເທື່ອລະກ້າວ.

   ພ້ອມນັ້ນ, ລັດຖະບານໄດ້ຕັດສິນໃຈກໍ່ສ້າງເສັ້ນທາງ ເພື່ອອຳນວຍຄວາມສະດວກໃນການໄປ-ມາຫາສູ່ລະຫວ່າງແຂວງຕໍ່ແຂວງ, ເມືອງຕໍ່ເມືອງໜຶ່ງໃນນັ້ນ ໄດ້ກໍ່ສ້າງເສັ້ນທາງແຕ່ເທສະບານແຂວງໄຊສົມບູນ ໄປຫາບ້ານວຽງທອງ ເມືອງທ່າໂທມ. ຄຽງຄູ່ກັນ ນັ້ນ, ການດຳລົງຊີວິດຂອງປະຊາຊົນໃນເມື່ອກ່ອນແມ່ນອາໄສທຳມະຊາດເປັນຕົ້ນຕໍ ແຕ່ປັດຈຸບັນໄດ້ເລີ່ມມີໜໍ່ແໜງການຜະລິດເປັນສິນຄ້າເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ສິ່ງທີ່ຢັ້ງຢືນໃຫ້ເຫັນໂດຍສະເພາະປະຊາຊົນເມືອງລ້ອຊານ, ປະຊາຊົນເມືອງຮົ່ມໄດ້ສຸມໃສ່ປູກຢາງພາລາ, ການລ້ຽງສັດໃຫຍ່, ການປູກພືດເປັນສິນຄ້າເປັນຕົ້ນປູກໝາກນັດ, ກາເຟ, ໝາກກ້ຽງເປັນສິນຄ້າ, ປູກມັນເພື່ອສະໜອງໃຫ້ໂຮງງານປຸງແຕ່ງ, ປູກພືດຜັກຕ່າງໆ.

   ສຳລັບເມືອງທ່າໂທມໄດ້ສຸມໃສ່ການລ້ຽງສັດ, ປູກມັນຕົ້ນ, ສາລີ, ພືດຜັກ ແລະ ອື່ນໆເປັນສິນຄ້າສົ່ງຂາຍອອກທັງພາຍໃນ ແລະ ຕ່າງປະເທດ. ປັດຈຸບັນທົ່ວແຂວງມີເນື້ອທີ່ທຳການຜະລິດທັງໝົດ 10 ພັນກວ່າເຮັກຕາ ຊຶ່ງມີນັກລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນຢູ່ແຂວງເພີ່ມຂຶ້ນ. ພ້ອມນັ້ນ, ແຂວງໄຊສົມບູູນໄດ້ກຳນົດເອົາ 5 ທ່າແຮງການພັດທະນາເສດຖະກິດຂອງແຂວງຄື: ການພັດທະນາກະສິກຳ-ປ່າໄມ້, ໄຟຟ້າ-ພະລັງງານນໍ້າ, ພັດທະນາບໍ່ແຮ່, ການທ່ອງທ່ຽວ ແລະ ເປັນໃຈກາງຜ່ານ. ທ່ານ ພອຍຄຳ ຮຸ່ງບຸນຍວງ ໃຫ້ຮູ້ຕື່ມວ່າ: ຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດແຂວງ ເຮັດໃຫ້ການຄຸ້ມຄອງຫົວໜ່ວຍການຜະລິດ ແລະ ຈັດເກັບລາຍຮັບຂອງແຂວງມີບາດກ້າວດີຂຶ້ນ ໂດຍສະເພາະ 5 ເດືອນຕົ້ນປີ 2024 ລັດຖະບານມອບໃຫ້ແຂວງໄຊສົມບູນ ເກັບລາຍຮັບໃຫ້ໄດ້ 704 ຕື້ກີບ ແຕ່ສາມາດເກັບລາຍຮັບໄດ້ຕົວຈິງ 824 ຕື້ກີບ ເຮັດໃຫ້ເກີນແຜນ 14%.

ໂດຍ: ວັນເພັງ

KPL

ຂ່າວອື່ນໆ

    • ຫວຽດເຈັດເພີ່ມຖ້ຽວບິນ ສູ່ເມືອງທ່ອງທ່ຽວແຄມທະເລ ຂອງຫວຽດນາມເສດຖະກິດ

      ຫວຽດເຈັດເພີ່ມຖ້ຽວບິນ ສູ່ເມືອງທ່ອງທ່ຽວແຄມທະເລ ຂອງຫວຽດນາມ

      6/20/2024 2:23:48 PM

      ນັກທ່ອງທ່ຽວລາວສາມາດເພີດເພີນກັບການພັກຮ້ອນໃນຫາດຊາຍທີ່ສວຍງາມຂອງຫວຽດນາມ ດ້ວຍສາຍການບິນຂອງຫວຽດເຈັດ (VietJet) ທີ່ມີການຂະຫຍາຍທາງເລືອກສຳລັບຜູ້ທີ່ມັກຫາດຊາຍທີ່ສວາຍງາມ ດ້ວຍການເພີ່ມຖ້ຽວບິນໄປຫາບັນດາແຫລ່ງທ່ອງທ່ຽວແຄມທະເລ ທີ່ມີຊື່ສຽງຂອງຫວຽດນາມ ຄື: Nha Trang ແລະ Phu Quoc,ໃນຂະນະດຽວກັນກໍໄດ້ສືບຕໍ່ຂະຫຍາຍຖ້ຽວບິນສາກົນຢ່າງຕໍ່ເນື່ອງ.

    • ຖືສຳຄັນການປັບປຸງກໍ່ສ້າງກົມກອງຕິດພັນກັບການສ້າງພາລາທິການກັບທີ່ເສດຖະກິດ

      ຖືສຳຄັນການປັບປຸງກໍ່ສ້າງກົມກອງຕິດພັນກັບການສ້າງພາລາທິການກັບທີ່

      6/17/2024 10:43:04 AM

      ໂດຍປະຕິບັດຕາມທິດທາງໃນການປັບປຸງກໍ່ສ້າງ ກຳລັງປະກອບອາວຸດ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ກາຍເປັນກອງທັບປະຕິວັດມີລະບຽບແຜນທັນສະໄໝ, ບໍ່ວ່າກົມກອງກຳລັງຫລວງ-ກຳລັງທ້ອງຖິ່ນໃນກຳລັງປະກອບອາວຸດກອງທັບປະຊາຊົນລາວ ເວລາໃດກໍ່ຖືສຳຄັນຕໍ່ວຽກງານປັບປຸງກໍ່ສ້າງກົມກອງຕິດພັນກັບການສ້າງເສດຖະກິດ ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ດີຂ້ຶນເທື່ອລະກ້າວ.

    • ເມືອງທ່າໂທມ ຜົນຂະຫຍາຍມະຕິພັກ ໃນການພັດທະນາເສດຖະກິດ-ສັງຄົມ ຢ່າງມີຜົນສຳເລັດເສດຖະກິດ

      ເມືອງທ່າໂທມ ຜົນຂະຫຍາຍມະຕິພັກ ໃນການພັດທະນາເສດຖະກິດ-ສັງຄົມ ຢ່າງມີຜົນສຳເລັດ

      6/12/2024 10:51:18 AM

      ເມືອງທ່າໂທມ ແຂວງໄຊສົມບູນ ເປັນເມືອງໜຶ່ງທີ່ເອົາໃຈໃສ່ຈັດຕ້ັງຜັນຂະຫຍາຍມະຕິຂອງສູນກາງພັກ, ມະຕິຂອງອົງຄະນະພັກແຂວງ, ມະຕິຂອງອົງຄະນະພັກເມືອງເຂົ້າສູ່ລວງເລິກໃນຂົງເຂດຕ່າງໆເປັນຕົ້ນ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບ ປະມານ-ການເງິນ, ວຽກງານ ປກຊ- ປກສ, ວຽກງານວັດທະນະທໍາ-ສັງຄົມ ແລະ ວຽກງານອື່ນໆ.

    • ສນຊ ເຜີຍແຜ່ນິຕິກໍາການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໄລຍະໃໝ່ເສດຖະກິດ

      ສນຊ ເຜີຍແຜ່ນິຕິກໍາການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໄລຍະໃໝ່

      6/10/2024 3:01:04 PM

      ຂປລ. ທ້າຍອາທິດຜ່ານມາ, ສູນກາງແນວລາວສ້າງຊາດ (ສນຊ) ໄດ້ເຜີຍແຜ່ມະຕິຂອງກົມການ ເມືອງສູນກາງພັກ ເລກທີ 04/ກມສພ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ແລະ ຄໍາແນະນໍາຂອງຄະນະໂຄສະນາສູນກາງພັກ ເລກທີ 700/ຄອສພ ໂດຍມີທ່ານ ນາງ ອິນລາວັນ ແກ້ວບຸນພັນ ຮອງປະທານ ສນຊ, ພ້ອມດ້ວຍຮອງປະທານ, ຄະນະປະຈໍາ, ທີ່ປຶກສາ, ຕາງໜ້າສະມາຄົມ, ສາສະໜາຕ່າງໆ ແລະ ພະນັກງານ-ລັດຖະກອນ ສນຊ ເຂົ້າຮ່ວມ.

    • ສາຍການບິນຫວຽດເຈັດ ເປີດບໍລິການສາຍການບິນ ລະຫວ່າງຮ່າໂນ້ຍ ແລະ ເມວເບີນເສດຖະກິດ

      ສາຍການບິນຫວຽດເຈັດ ເປີດບໍລິການສາຍການບິນ ລະຫວ່າງຮ່າໂນ້ຍ ແລະ ເມວເບີນ

      6/6/2024 9:10:55 PM

      ຂປລ. ຖ້ຽວບິນທຳອິດຂອງສາຍການບິນຫວຽດເຈັດ (VietJet) ຈາກນະຄອນຫລວງຮ່າໂນ້ຍ, ຫວຽດນາມ ໄປ ເມວເບີນ, ປະເທດອົດສະຕຣາລີ ໄດ້ລົງຈອດຢູ່ສະໜາມບິນ ເມວເບີນ ເປັນທີ່ຮຽບຮ້ອຍແລ້ວ ຊຶ່ງແມ່ນເສັ້ນທາງສາຍທີ​ 6 ຂອງ VietJet ທີ່ເຊື່ອມຕໍ່ຫວຽດນາມ ກັບ ອົດສະຕຣາລີ ດ້ວຍຖ້ຽວບິນ 2 ຖ້ຽວ ທຸກໆວັນອັງຄານ ແລະ ວັນເສົາ ດ້ວຍເຮືອບິນ A330 ທີ່ກວ້າງ ແລະ ທັນສະໄໝ.


Top