ສນຊ ເຜີຍແຜ່ນິຕິກໍາການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໄລຍະໃໝ່

10/06/2024 15:01
Email Print 2838
KPL ຂປລ. ທ້າຍອາທິດຜ່ານມາ, ສູນກາງແນວລາວສ້າງຊາດ (ສນຊ) ໄດ້ເຜີຍແຜ່ມະຕິຂອງກົມການ ເມືອງສູນກາງພັກ ເລກທີ 04/ກມສພ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ແລະ ຄໍາແນະນໍາຂອງຄະນະໂຄສະນາສູນກາງພັກ ເລກທີ 700/ຄອສພ ໂດຍມີທ່ານ ນາງ ອິນລາວັນ ແກ້ວບຸນພັນ ຮອງປະທານ ສນຊ, ພ້ອມດ້ວຍຮອງປະທານ, ຄະນະປະຈໍາ, ທີ່ປຶກສາ, ຕາງໜ້າສະມາຄົມ, ສາສະໜາຕ່າງໆ ແລະ ພະນັກງານ-ລັດຖະກອນ ສນຊ ເຂົ້າຮ່ວມ.



ຂປລ. ທ້າຍອາທິດຜ່ານມາ, ສູນກາງແນວລາວສ້າງຊາດ (ສນຊ) ໄດ້ເຜີຍແຜ່ມະຕິຂອງກົມການ ເມືອງສູນກາງພັກ ເລກທີ
04/ກມສພ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ແລະ ຄໍາແນະນໍາຂອງຄະນະໂຄສະນາສູນກາງພັກ ເລກທີ 700/ຄອສພ ໂດຍມີທ່ານ ນາງ ອິນລາວັນ ແກ້ວບຸນພັນ ຮອງປະທານ ສນຊ, ພ້ອມດ້ວຍຮອງປະທານ, ຄະນະປະຈໍາ, ທີ່ປຶກສາ, ຕາງໜ້າສະມາຄົມ, ສາສະໜາຕ່າງໆ ແລະ ພະນັກງານ-ລັດຖະກອນ ສນຊ ເຂົ້າຮ່ວມ.



ໂອກາດນີ້, ທ່ານ ຄໍາໄຫລ ສີປະເສີດ ຮອງປະທານຜູ້ປະຈໍາການ ສູນກາງແນວລາວສ້າງຊາດ ໄດ້ຍົກໃຫ້ເຫັນວ່າ: ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ແມ່ນການຍົກສູງສະຕິຊາດ
, ເສີມຂະຫຍາຍສະຕິປັນຍາ, ກຳລັງແຮງ ແລະ ຄວາມສາມາດແຂ່ງຂັນ ຂອງຄົນໃນຊາດ ເພື່ອຂຸດຄົ້ນທ່າແຮງບົ່ມຊ້ອນ ດ້ານຊັບພະຍາກອນມະນຸດ, ຊັບພະຍາກອນທຳມະຊາດ, ທີ່ຕັ້ງພູມສັນຖານ, ວັດທະນະທຳ-ສັງຄົມ ຢ່າງມີການວາງແຜນ, ມີຍຸດທະສາດ ແລະ ຄຳນຶງເຖິງປະສິດທິພາບ, ປະສິດທິຜົນ ແລະ ຄວາມຄຸ້ມຄ່າ ຂອງການນຳໃຊ້ຄວາມສາມາດບົ່ມຊ້ອນ ຂອງຊັບພະຍາກອນທີ່ມີ ເພື່ອຕອບສະໜອງໃຫ້ແກ່ ການປົກປັກຮັກສາປະເທດຊາດ ແລະ ການພັດທະນາທີ່ຍືນຍົງ; ແມ່ນການສ້າງຄວາມເປັນເຈົ້າດ້ານຄວາມຮັບຮູ້, ເພື່ອຂຸດຄົ້ນນຳໃຊ້ໃນສິ່ງທີ່ມີຢູ່ ຂອງປະເທດຊາດ ແລະ ສັງຄົມລາວ, ໃນສິ່ງທີ່ເຮົາສາມາດເຮັດໄດ້, ຮູ້ອີງໃສ່ທ່າແຮງບົ່ມຊ້ອນຂອງປະເທດ, ຮູ້ວາງແຜນໃນການຂຸດຄົ້ນ, ຄຸ້ມຄອງ, ນຳໃຊ້ຊັບພະຍາກອນຂອງຊາດ ໃຫ້ອອກມາເປັນທຶນຮອນຢ່າງມີປະສິດທິຜົນ, ສ້າງໃຫ້ຄົນລາວເປັນເຈົ້າການຫລາຍຂຶ້ນ ໃນການຮູ້ຫາເງິນ ຢ່າງເປັນລະບົບ, ຮູ້ສະສົມ ແລະ ນຳໃຊ້ທຶນຢ່າງປະຢັດ, ຮູ້ຕໍ່ຍອດ ແລະ ສ້າງມູນຄ່າເພີ່ມຂຶ້ນໃໝ່ຢ່າງບໍ່ຢຸດຢັ້ງ, ເປັນເຈົ້າການຄິດໄລ່, ໄຕ່ຕອງ ການນຳເຂົ້າຜະລິດຕະພັນຈາກພາຍນອກ ມາຊົມໃຊ້ຢ່າງມີຈຸດສຸມ ແລະ ມີການເລືອກເຟັ້ນ; ເປັນເຈົ້າການໃນການພັດທະນາ ພື້ນຖານການຜະລິດ, ການບໍລິການ, ສ້າງໃຫ້ມີຜະລິດຕະພັນທີ່ຫລາກຫລາຍ, ພັດທະນາລະບົບການເງິນ-ເງິນຕາ ໃຫ້ເຂັ້ມແຂງ ແລະ ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ, ເປັນເຈົ້າການຜະລິດພາຍໃນເພື່ອສົ່ງອອກ, ປຸງແຕ່ງຊັບພະຍາກອນ ທີ່ເປັນທ່າແຮງ ຂອງປະເທດ ໂດຍນຳໃຊ້ເຕັກນິກເຕັກໂນໂລຊີທີ່ທັນສະໄໝ, ເປັນເຈົ້າການເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ຫລາຍເທົ່າທີ່ຈະຫລາຍໄດ້, ສ້າງລາຍຮັບໃໝ່ໃຫ້ຫລາຍ ແລະ ໜັກແໜ້ນ; ຍົກສູງຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ເສີມຂະຫຍາຍຄວາມ ບາກບັ່ນສູ້ຊົນສູງສຸດຂອງຕົນເອງ ເປັນສິ່ງຕັດສິນຕົ້ນຕໍໃນ ການຮັບປະກັນຄວາມເປັນເອກະລາດ, ເປັນເຈົ້າຕົນເອງໃຫ້ສະແດງອອກ ຢ່າງເປັນຮູບປະທຳທາງດ້ານເສດຖະກິດ, ການຮ່ວມມືດ້ານເສດຖະກິດ ກັບພາຍນອກ ແລະ ການເຊື່ອມໂຍງ ສາກົນ, ຍາດແຍ່ງເອົາການສະໜັບສະໜູນ ຈາກເພື່ອນມິດສາກົນໂດຍເລືອກແຟ້ນ ເພື່ອປະກອບສ່ວນພັດທະນາ ປະເທດຊາດໃຫ້ມັ່ງຄັ່ງເຂັມແຂງເທື່ອລະກ້າວ.



ຈາກນັ້ນ
, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການ ເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍການສະສາງ ລົດລັດ ເລກທີ 169/ນຍ ຕື່ມອີກ.

KPL

ຂ່າວອື່ນໆ


Top