ສປ ຈີນ ສົ່ງດາວທຽມ 8 ດວງຂຶ້ນສູ່ອະວະກາດຢ່າງສໍາເລັດ

15/06/2026 16:19
KPL ເຂດທົດລອງ ນະວັດຕະກໍາການບິນ ທາງການຄ້າ ຕຸ່ງເຟີງ, ສປ ຈີນ ໄດ້ສົ່ງດາວທຽມ 8 ດວງ, ໃນນັ້ນລວມທັງ ດາວ ທຽມ ສໍາຫລວດໄລ ຍະໄກ ທັດສະນະສາດ ຄວາມລະອຽດສູງ 07C04 ດ້ວຍຈະຫລວດສົ່ງຍານ ລີ້ຈ້ຽນ-1 Y14 ຂຶ້ນສູ່ ອະວະກາດ ຢ່າງສໍາເລັດຜົນ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 15 ມິຖຸນານີ້, ຢູ່ເຂດທົດລອງ ນະວັດຕະກໍາການບິນ ທາງການຄ້າ ຕຸ່ງເຟີງ, ສປ ຈີນ ໄດ້ສົ່ງດາວທຽມ 8 ດວງ, ໃນນັ້ນລວມທັງ ດາວທຽມ ສໍາຫລວດໄລ ຍະໄກ ທັດສະນະສາດ ຄວາມລະອຽດສູງ 07C04 ດ້ວຍຈະຫລວດສົ່ງຍານ ລີ້ຈ້ຽນ-1 Y14 ຂຶ້ນສູ່ ອະວະກາດ ຢ່າງສໍາເລັດຜົນ. ດາວທຽມດັ່ງກ່າວ ໄດ້ເຂົ້າສູ່ວົງໂຄຈອນ ທີ່ກໍານົດໄວ້ ລ່ວງໜ້າ ຢ່າງໂລ່ງ ລ່ຽນ ເຮັດໃຫ້ພາລະກິດ ການສົ່ງດາວທຽມຄັ້ງນີ້ ໄດ້ຮັບຜົນສໍາເລັດ ຢ່າງຈົບງາມ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top