ການຢືນຢັນບັນລຸສັນຍາລະຫວ່າງ ສ.ອາເມລິກາ-ອີຣານ ເຮັດໃຫ້ລາຄານ້ຳມັນສາກົນຫລຸດລົງຫລາຍ

15/06/2026 16:19
KPL ຍ້ອນ​ວ່າ ສ.​ອາ​ເມ​ລິ​ກາ ແລະ ອີ​ຣານ​ ຢືນ​ຢັນ​ວ່າ: ໄດ້​ບັນ​ລຸ​ສັນ​ຍາ ແລະ ຄາດ​ວ່າ ​ຊ່ອງ​ແຄບ​ຮໍ​ມູ​ສ ​ຈະ​ເປີດ​ຄືນ​ໃໝ່​ ໃນ​ໄວໆ​ນີ້, ວັນ​ທີ 14 ມິ​ຖຸ​ນາ​ນີ້, ​ລາ​ຄານ້ຳ​ມັນ​ດິບ​ສາ​ກົນ ​ທີ່​ສັ່ງ​ຊື້​ລ່ວງ​ໜ້າ​ ໄດ້ຫລຸດ​ລົງ ​ຢ່າງຫລວງຫລາຍ ພາຍຫລັງ​ ໄດ້​ເລີ່ມ​ການ​​ຊື້-​ຂາຍ​ໃນ​ອາ​ທິດ​ໃໝ່

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,  ຍ້ອນ​ວ່າ ສ.​ອາ​ເມ​ລິ​ກາ ແລະ ອີ​ຣານ​ ຢືນ​ຢັນ​ວ່າ: ໄດ້​ບັນ​ລຸ​ສັນ​ຍາ ແລະ ຄາດ​ວ່າ ​ຊ່ອງ​ແຄບ​ຮໍ​ມູ​ສ ​ຈະ​ເປີດ​ຄືນ​ໃໝ່​ ໃນ​ໄວໆ​ນີ້, ວັນ​ທີ 14 ມິ​ຖຸ​ນາ​ນີ້, ​ລາ​ຄານ້ຳ​ມັນ​ດິບ​ສາ​ກົນ ​ທີ່​ສັ່ງ​ຊື້​ລ່ວງ​ໜ້າ​ ໄດ້ຫລຸດ​ລົງ ​ຢ່າງຫລວງຫລາຍ ພາຍຫລັງ​ ໄດ້​ເລີ່ມ​ການ​​ຊື້-​ຂາຍ​ໃນ​ອາ​ທິດ​ໃໝ່. ນັບ​ມາ​ຮອດ​ ວັນ​ທີ 14 ມິ​ຖຸ​ນາ​ນີ້​ ຕາມ​ເວ​ລາ​ພາກ​ຕາ​ເວັນ​ອອກ​ຂອງ ສ.​ອາ​ເມ​ລິ​ກາ, ລາ​ຄາ​ນ້ຳ​ມັນ​ດິບ​ທາດ​ເບົາ ທີ່​ກຳ​ນົດ​ສົ່ງມອບ​ໃນ​ເດືອນ​ກໍ​ລະ​ກົດ​ໜ້າ​ນີ້​ ຢູ່​ຕະຫລາດ​ຊື້-ຂາຍ​ນິວຢອກ ​ຂອງ ສ.​ອາ​ເມ​ລິ​ກາ ​​ໄດ້ຫລຸດ​ລົງສູ່​ ລະ​ດັບ​ຕ່ຳ​ສຸດ​ທີ່ 80,25 ໂດ​ລາ​ຕໍ່​ຖັງ(ບາ​ເຣວ), ຫລຸດ​ລົງ 5,45%; ລາ​ຄາ​ນ້ຳ​ມັນ​ດິບ​ ເບ​ຣນ​ທ໌ ​ທີ່ກຳ​ນົດ​ສົ່ງ​ມອບ​​ໃນ​ເດືອນ​ສິງ​ຫາ​ປີນີ້​ ຢູ່​ຕະຫລາດ​​ຊື້-ຂາຍ​ ລອນດອນ​ ຂອງ​ອັງ​ກິດ ​ໄດ້ຫລຸດ​ລົງ​ ສູ່​ລະ​ດັບ​ຕ່ຳ​ສຸດ​ທີ່ 83,51 ໂດ​ລາ​ຕໍ່​ຖັງ, ຫລຸດ​ລົງ 4,37%./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top