ນາຍົກລັດຖະມົນຕີ ສຳເລັດການເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍອະນາຄົດຂອງອາຊີ ຄັ້ງທີ 31

15/06/2026 12:54
KPL ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ສຳເລັດການເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍອະນາຄົດຂອງອາຊີ ຄ້ັງທີ 31 ພາຍໃຕ້ຫົວຂໍ້: ການເຮັດວຽກຮ່ວມກັນເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ເຂັ້ມແຂງຍິ່ງຂຶ້ນຂອງອາຊີ (Working together for more resilient and prosperous Asia).

ຂປລ.  ໃນວັນທີ 10-11 ມິຖຸນາ 2026 ທີ່ນະຄອນຫລວງໂຕກຽວ, ປະເທດຍີ່ປຸ່ນ. ໃນກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຂຶ້ນກ່າວປາໄສໂດຍໄດ້ສະແດງໃຫ້ເຫັນທັດສະນະຂອງ ສປປ ລາວ ຕໍ່ກັບບັນຫາທ່ີພົ້ນເດັ່ນ ແລະ ເປັນສິ່ງທ້າທາຍໃນ ປັດຈຸບັນ ເພື່ອແລກປ່ຽນກັບຜູ້ນໍາຈາກບັນດາປະເທດໃນພາກພື້ນອາຊີ ແລະ ອົງການຈັດຕັ້ງສາກົນຕ່າງໆ. ໃນນັ້ນ, ໄດ້ຍົກໃຫ້ເຫັນສະພາບການພາກພື້ນ ແລະ ສາກົນ ທີ່ຕິດພັນກັບບັນຫາສັນຕິພາບ ແລະ ຄວາມໝັ້ນຄົງໂດຍສັງເຂບລວມທັງຜົນກະທົບຕໍ່ເສດຖະກິດໂລກ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງບັນດາປະເທດໃນພາກພື້ນອາຊີ ກໍຄື ທົ່ວໂລກ. ພ້ອມກັນນີ້, ຍັງໄດ້ ສະເໜີທັດສະນະຕໍ່ການສົ່ງເສີມການ ຮ່ວມມືເຊິ່ງກັນ ແລະ ກັນ ລະຫວ່າງ ບັນດາປະເທດ ກໍຄື ປະຊາຄົມໂລກ ໂດຍສະເພາະໃນພາກພື້ນອາຊີ- ປາຊີຟິກ ເພື່ອຮັບມືກັບສິ່ງທ້າທາຍ ຕ່າງໆ ທີ່ກໍາລັງຜະເຊີນໜ້າຢູ່ໃນ ປັດຈຸບັນ. ນອກຈາກນ້ີ, ທ່ານນາຍົກ ລັດຖະມົນຕີ ຍັງໄດ້ສະເໜີກ່ຽວກັບ ວິໄສທັດ, ຍຸດທະສາດ ແລະ ທັດສະນະ, ຈຸດຢືນຂອງ ສປປ ລາວ ຕໍ່ບັນຫາສິ່ງທ້າທາຍຕ່າງໆໃນປັດຈຸບັນ ກໍຄືການປະຕິບັດນະໂຍບາຍການ ຕ່າງປະເທດ ແລະ ແຜນພັດທະ ນາເສດຖະກິດ-ສັງຄົມ ຄັ້ງທີ X (2026-2030) ລວມທັງການສົ່ງເສີມການພັດທະນາສີຂຽວ, ຍືນ ຍົງ ແລະ ໄລຍະຂ້າມຜ່ານຂອງການ ຫລຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາ.ໃນກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ຍັງໄດ້ມີການສົນທະນາແລກປ່ຽນຄໍາ ຄິດຄໍາເຫັນ ແລະ ໃຫ້ສຳພາດພິເສດຕໍ່ສໍານັກຂ່າວນິກເກອິ ກ່ຽວກັບການຮັບມືກັບບັນດາຜົນກະທົບຈາກບັນຫາກໍາລັງເຄັ່ງຮ້ອນທີ່ຕິດພັນກັບ ສະພາບການພັດທະນາເສດຖະກິດ- ສັງຄົມຂອງພາກພື້ນ ກໍຄື ສປປ ລາວ ເພື່ອເປັນແນວທາງໃນການສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງ ສປປ ລາວ ແລະ ບັນດາປະເທດໃນພາກພື້ນບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແນໃສ່ຮັກສາພາກພື້ນອາຊີໃຫ້ມີສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາທີ່ເຕີບໂຕຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງໃນອະນາຄົດ.

KPL

ຂ່າວອື່ນໆ


Top