ຄວາມເປັນມາ ແລະ ຮີດຄອງປະເພນີ ຂອງຊົນເຜົ່າມົ້ງ

15/06/2026 11:54
Email Print 111
KPL ຂປລ. “ຊົນເຜົ່າມົ້ງ” ມີຕົ້ນທາງ ແລະ ປະຫວັດສາດຄວາມເປັນມາບໍ່ຕ່າງຫຍັງກັບເຜົ່າຫໍ້, ອາຄາ, ອີວມຽນ....ເປັນເຜົ່າໜຶ່ງທີ່ຈັດ ເຂົ້າໃນໝວດພາສາ ມົ້ງ-ອິວມຽນ ແລະ ນອນຢູ່ໃນວົງຄະນະຍາດແຫ່ງຊາດລາວ ມາຫລາຍຍຸກສະໄໝ.

ຂປລ. ຊົນເຜົ່າມົ້ງ” ມີຕົ້ນທາງ ແລະ ປະຫວັດສາດຄວາມເປັນມາບໍ່ຕ່າງຫຍັງກັບເຜົ່າຫໍ້, ອາຄາ, ອີວມຽນ....ເປັນເຜົ່າໜຶ່ງທີ່ຈັດ ເຂົ້າໃນໝວດພາສາ ມົ້ງ-ອິວມຽນ ແລະ ນອນຢູ່ໃນວົງຄະນະຍາດແຫ່ງຊາດລາວ ມາຫລາຍຍຸກສະໄໝ. ໃນອະດີດຕະການ, ເຜົ່າມົ້ງ ໄດ້ສ້າງຕັ້ງອານາຈັກແຫ່ງໜຶ່ງ ຊຶ່ງຈີນເອີ້ນວ່າ: “ຊານມຽວ" (SanMiao). ພາສາມົ້ງເອີ້ນວ່າ: “ເປ້ມົ້ງ”. ຊານມຽວ (SanMiao), ແປພາສາຈີນ ແມ່ນ: “ມົ້ງສາມຄົນ, ສາມກຸ່ມ ຫລື ແຜ່ນດິນມົ້ງ ແລະ ເປ້ມົ້ງ” (ພາສາມົ້ງ): “ເປ້” ແປວ່າ: “ພວກເຮົາ”, ແຕ່ “ເປ້” ໃນທີ່ນີ້ແມ່ນ: “ສາມ”.

ຊົນເຜົ່າມົ້ງ ດຳລົງຊີວິດຢູ່ດິນແດນປະເທດລາວ ນັບແຕ່ກາງສະຕະວັດທີ  XIX ເປັນຕົ້ນມາ ຊຶ່ງຊົນເຜົ່ານີ້ໄດ້ອົບພະຍົບເຄື່ອນຍ້າຍມາຈາກຕີເບດ, ຊີບີລີ, ມົງໂກນ ເຂົ້າສູ່ປະເທດຈີນ ແລະ ຕັ້ງຫລັກແຫລ່ງຢູ່ລຸ່ມແມ່ນ້ຳເຫລືອງ (ຮວງຮາ). ຍ້ອນສົງຄາມຈຶ່ງໄດ້ອົບພະຍົບ ແລະ ເຄື່ອນຍ້າຍຖອຍລົງມາທາງພາກໃຕ້ຂອງປະເທດຈີນ ແລ້ວເຂົ້າສູ່ປະເທດຫວຽດນາມ, ລາວ ແລະ ລາຊະອານາຈັກໄທ. ຊົນເຜົ່ານີ້ເອີ້ນຕົນເອງວ່າ: ມົ້ງ, ສຳລັບຊົນເຜົ່າມົ້ງ ຢູ່ລາວ ການທີ່ເອີ້ນຊື່ມົ້ງແມ່ນວ່າເຂົາເຈົ້າມັກ ແລະ ເພິ່ງພໍໃຈ,​ທັງແມ່ນຊື່ດັ້ງເດີມ ແລະ ເປັນຊື່ທີ່ນຳໃຊ້ທາງລັດຖະການໃນປັດຈຸບັນ. ຄຳວ່າ: ມົ້ງ ຕາມຄວາມໝາຍຂອງພາສາເຂົາເຈົ້າແປວ່າ: ຄົນ. ພ້ອມນັ້ນ ຊົນເຜົ່າມົ້ງຢູ່ລາວປະກອບດ້ວຍຫລາຍແຊກ ເຊັ່ນ: ມົ້ງຂາວ (ມົ້ງເດີ້), ມົ້ງລາຍ (ມົ້ງເລງ, ມົ້ງຊິ, ມົ້ງຢົ້ວ) ແລະ ມົ້ງດຳ, ມົ້ງດູ້. ປັດຈຸບັນຊົນເຜົ່າມົ້ງ ດຳລົງຊີວິດ ແລະ ຕັ້ງຖິ່ນຖານພູມລຳເນົາຢ່າງຫລວງຫລາຍໃນບັນດາແຂວງພາກເໜືອຂອງລາວເຮົາ ລົງຮອດເມືອງທ່າແຂກ ແຂວງຄຳມ່ວນ. ນອກຈາກນີ້, ຊົນເຜົ່າມົ້ງ ຍັງມີຢູ່ປະເທດຈີນ, ​ຫວຽດນາມ, ລາຊະອານາຈັກໄທ ແລະ ປະເທດອື່ນໆ.

          ຊົນເຜົ່າມົ້ງ ສ່ວນຫລາຍປະກອບອາຊີບທາງດ້ານການຜະລິດກະສິກຳ ເປັນຕົ້ນ: ເຮັດໄຮ່ປູກເຂົ້າຈ້າວ ແລະ ສາລີ.​ນອກຈາກນີ້, ຍັງປູກພືດຜັກ, ມັນຊະນິດຕ່າງໆ ຮັບໃຊ້ຊີວິດປະຈຳວັນ ແລະ ນິຍົມການລ້ຽງສັດຫລາຍປະເພດເຊັ່ນ: ງົວ, ຄວາຍ, ມ້າ,​ ແບ້, ໝູ, ໝາ, ເປັດ ແລະ ໄກ່. ພ້ອມນີ້ຜູ້ຊາຍຍັງມີຄວາມຊຳນິຊຳນານໃນການຕີເຫລັກ ແລະ ແມ່ຍິງມີຄວາມຄ່ອງແຄ້ວ ແລະ ຊຳນານໃນການຫຍິບປັກຖັກແສ່ວລວດລາຍຕ່າງໆຢ່າງສວຍງາມ. ພ້ອມກັນນັ້ນ, ຍັງມີຄວາມເອົາໃຈໃສ່ໃນການເລືອກແນວພັນສັດ, ແນວພັນພືດ ເພື່ອຕອບສະໜອງແກ່ຜົນຜະລິດໃຫ້ໄດ້ຮັບຜົນດີຂຶ້ນເລື້ອຍໆ. ປັດຈຸບັນຊົນເຜົ່າມົ້ງ ຈຳນວນໜຶ່ງຫັນມາສູ່ອາຊີບການເຮັດນາປູກເຂົ້າຈ້າວ ແລະ ຄ້າຂາຍຢູ່ຕາມເຂດທົ່ງພຽງ. ຕາມປະເພນີແລ້ວຊົນເຜົ່າມົ້ງ ມັກຢູ່ເຮືອນຕິດພື້ນດິນ.  ນັບແຕ່ໃດມາໃນຊີວິດຕົວຈິງຂອງສັງຄົມຊົນເຜົ່າມົ້ງ ຍັງສາມາດຮັກສາເອກະລັກໃນດ້ານຄວາມເຊື່ອຖືແຕ່ບັນພະບູລຸດໄວ້ໃຫ້ແກ່ຄົນຮຸ່ນລູກຮຸ່ນຫລານຈົນເຖິງທຸກວັນນີ້ເຊັ່ນ: ນັບຖືຜີພໍ່, ຜີແມ່,​ ຜີເຮືອນ, ຜີເຈົ້າຖິ່ນເຈົ້າຖານ,​ ຜີຟ້າ,​ ຜີແຖນ ແລະ ອື່ນໆ. ຜີເຮືອນຈະລວມຫລາຍສັນຍະລັກ ແລະ ເປັນສິ່ງຄະລຳຂອງແຂກຄົນອື່ນ ເຊັ່ນ:  ຮ້ານນ້ອຍແຂວນຢູ່ຝາເຮືອນ, ແຜ່ນເຈ້ຍນ້ອຍຕິດຝາເບື້ອງເທິງຫ້ອງກາງເຮືອນ, ເສົາກາງເຮືອນ, ບໍ່ລ່ວງຫ້ອງນອນທີ່ແອ້ມໄວ້, ບໍ່ນອນຂວາງຕາມລວງຍາວຂອງເຮືອນ, ມີຟົດໄມ້ດິບ ຫລື ຕາແຫລວຕິດຢູ່ປາກປະຕູ, ແມ່ນເຂົ້າເຮືອນບໍ່ໄດ້ ຫລື ຕາມຮີດຂອງຊົນເຜົ່າມົ້ງ ຜູ້ໃດເປັນແຂກມາແຕ່ໄກ,​ ກ່ອນຈະຍ່າງເຂົ້າເຮືອນແມ່ນຕ້ອງຖາມ ຫລື ຂໍອະນຸຍາດຈາກເຈົ້າຂອງເຮືອນເສຍກ່ອນແລ້ວຈຶ່ງເຂົົ້າໄດ້, ຫ້າມບໍ່ໃຫ້ນັ່ງອີງເສົາກາງເຮືອນ ແລະ ແຕະຕ້ອງຮ້ານຜີພ້ອມກັບການນອນຂວາງເບື້ອງເທິງຫ້ອງໄວ້ຮ້ານຜີ. ແນວໃດກໍດີ, ຊົນເຜ່ົາຍັງມີບຸນປະເພນີປະຈຳຊົນເຜົ່າມົ້ງ ຂອງເຂົາເຈົ້າ ໄດ້ແກ່ບຸນກິນຈຽງ ຊຶ່ງຈັດຂຶ້ນໃນມື້ແຮມ 15 ຄ່ຳເດືອນ 12 ລາວ ຫລັງຈາກການເກັບກ່ຽວເຄື່ອງປູກຂອງຝັງ ຊຶ່ງເຜົ່າມົ້ງ ເອີ້ນກັນວ່າ:ນໍ່ເປ້ເຈົາແມ່ນງານປີໃໝ່ ຊຶ່ງຈັດຂຶ້ນມື້ແຮມ 15 ຄໍ່າຂອງເດືອນ 12 ລາວຫລັງຈາກການເກັບກ່ຽວເຄື່ອງປູກຂອງຝັງ ຊຶ່ງຊົນເຜົ່າມົ້ງເອີ້ນກັນວ່າ:  ນໍ່ເປ້ເຈົາ ທີ່ມີລາຍລະອຽດຄື: ມີການແກ້ແຄະໃນມື້ແຮມ 15 ຄ່ຳເດືອນ 12 ລາວ ເອີ້ນວ່າ: ເກົາເຕີ້ໄກ້, ຈາກນັ້ນຈຶ່ງເຮັດພິທີກິນຈຽງໄກ່ ແລະ ສູ່ຂວັນປີໃໝ່ໃນຕອນຄ່ຳ, ພ້ອມກັນເຮັດກິນເຮັດທານ ແລະ ກະກຽມສະຫລອງບຸນກິນຈຽງໃນມື້ຂຶ້ນ 1 ຄ່ຳ ເດືອນຈຽງ ໂດຍມີການຂ້າໝູ, ງົວ, ຄວາຍ ຕາມເງື່ອນໄຂຂອງແຕ່ລະຄອບຄົວ ແລະ ມີພາເຂົ້າໃຫ້ຊາວບ້ານມາກິນທັງມີການມັດແຂນອວຍພອນເຊິ່ງກັນແລະກັນ ໃຫ້ທຸກຄົນມີສຸຂະພາບແຂງແຮງ ເຊິ່ງເມື່ອກ່ອນພາເຂົ້ານັ້ນ ຈະມີອາຫານ 30 ເຍື່ອງ, ດັ່ງນັ້ນ ຜູ້ຄົນທັງຫລາຍຈຶ່ງມັກເອີ້ນກັນວ່າ: ກິນສາມສິບ. ຄວາມຈິງແລ້ວ ບຸນກິນຈຽງໃນປັດຈຸບັນມີທັງກິນ, ມີທັງການອວຍພອນເຊິ່ງກັນ ແລະ ກັນ, ທັງມ່ວນຊື່ນ, ທັງເປັນການສະຫລຸບຜົນການຜະລິດຂອງແຕ່ລະຄອບຄົວໃນໜຶ່ງປີຜ່ານມ. ບຸນກິນຈຽງສ່ວນຫລາຍແມ່ນການຫລິ້ນມ່ວນຊື່ນຂອງບ່າວ-ສາວ, ການສະແດງເຖິງຄວາມຮັ່ງມີໃນແຕ່ລະຄອບຄົວ, ຊຸດເຄ່ືອງນຸ່ງເປັນການສະແດງເຖິງສີໄມ້ລາຍມືຂອງແມ່ຍິງ, ທັງເປັນການຊອກຫາຄູ່ຄອງຂອງຄູ່ບ່າວ-ສາວ ເພື່ອຈະສ້າງຄອບຄົວນຳກັນ ຫລື ພໍ່ແມ່ຊອກຫາລູກໄພ້-ລູກເຂີຍ ດ້ວຍການໂຍນໝາກຄອນຮ່ວມກັນ, ມີບາງທ້ອງຖິ່ນຈະຫລິ້ນຍ່າວເປັນເວລາ 15 ວັນ ຫລື 30 ວັນ ແລະ ຍັງມີການແຂ່ງຂັນມ້າ, ຫລິ້ນເປົ່າແຄນ, ງົວຊົນງົວ, ຕີໝາກຂ່າງ ແລະ ອື່ນໆ.

          ເຖິງແນວໃດກໍຕາມ, ຊົນເຜົ່າມົ້ງ ກໍເປັນອີກຊົນເຜົ່າໜຶ່ງທີ່ປົກປັກຮັກສາເຄື່ືອງນຸ່ງຫົ່ມທີ່ເປັນເອກະລັກຂອງເຜົ່າຕົນໄດ້ເປັນຢ່າງດີຊຶ່ງສະແດງອອກຢ່າງຈະແຈ້ງໃນງານສຳຄັນຕ່າງໆເຊັ່ນ: ແມ່ຍິງຈະນຸ່ງເສື້ອ,ນຸ່ງກະໂປ່ງ ທີ່ມີລວດລາຍໃນການປັກແສ່ວທີ່ປານີດ ແລະ ເຄ່ືອງປະດັບເອ້ຢ້ອງຫລາຍສີສັນ, ໃສ່ປອກແຂນ, ສາຍຄໍ, ຕ້າງຫູ ແລະ ໝວກ.​ສຳລັບຜູ້ຊາຍ ກໍຈະນຸ່ງເສື້ອ, ໂສ້ງສີດຳ ທີ່ມີການປັກແສ່ວລວດລາຍຕ່າງໆ, ປະດັບປະດາດ້ວຍຫລຽນເງິນ. ນອກຈາກນີ້, ຍັງມີເຄື່ອງດົນຕີ ແລະ ສິລະປະພື້ນເມືອງປະຈຳຊົນເຜົ່າມົ້ງ ເຊັ່ນ: ແຄນ, ຄ້ອງ, ກອງ, ແຊ່ງ ທີ່ນຳເອົາມາເປັນເຄື່ອງດົນຕີໃນເວລາມີງານບຸນ, ງານດອງ, ງານເຮັດຮີດຂອງພວກເຂົາເຈົ້າກໍຈະນຳມາເສບ ແລະ ຂັບລຳ ຫລື ເຂົາເຈົ້າເອີ້ນວ່າ: ຂັບມົ້ງ ແລະ ມີບົດເພງຮ້ອງ, ເຄື່ອງດົນຕີທີ່ໂດ່ນເດັ່ນກວ່າໝູ່ຂອງຊົນເຜົ່າມົ້ງ ແມ່ນເປົ່າແຄນ.

ຊົນເຜົ່າມົ້ງ ມີພາສາປາກເວົ້າສະເພາະຂອງຕົນເອງ ພ້ອມກັນນັ້ນ ເຂົາເຈົ້າຍັງມີຕົວໜັງສືຂຽນສອງລະບົບດ້ວຍກັນຄື: ລະບົບທີ່ໃຊຕົວອັກສອນລາຕິນ ແລະ ລະບົບຕົວໜັງສືທີ່ປະດິດແຕ່ງຂອງທ່ານເລົາຝົງ, ພາສາຂອງຊົນເຜົ່າມົ້ງ ແຕ່ລະແຊງຈະມີຄວາມແຕກຕ່າງກັນເລັກນ້ອຍຕາມແຕ່ລະທ້ອງຖິ່ນ, ແຕ່ສາມາດເຂົ້າໃຈເຊິ່ງກັນ ແລະ ກັນ.

KPL

ຂ່າວອື່ນໆ


Top