KPL
ຂປລ. ເມື່ອບໍ່ດົນມານີ້, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈໍາປາສັກ ໄດ້ເນັ້ນຫລາຍບັນຫາ ໃນກອງປະຊຸມສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດຮອບດ້ານ - ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ

ຂປລ. ເມື່ອບໍ່ດົນມານີ້, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈໍາປາສັກ ໄດ້ເນັ້ນຫລາຍບັນຫາ ໃນກອງປະຊຸມສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດຮອບດ້ານ - ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໃນໄລຍະ 5 ປີ (2021-2025), 6 ເດືອນຕົ້ນປີ 2026 ແລະ ກຳນົດທິດທາງແຜນການຮອດປີ 2030 ວ່າ: ໃຫ້ຄະນະພັກ - ຄະນະນໍາແຕ່ລະຂັ້ນ ສືບຕໍ່ຈັດຕັ້ງຜັນຂະຫຍາຍ ແລະ ນໍາພາ - ຊີ້ນໍາຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງ, ຄໍາແນະ ນໍາຕ່າງໆ ແລະ ເນື້ອໃນຈິດໃຈມະຕິກອງປະຊຸມສະຫລຸບວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານ ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໄປຜັນຂະຫຍາຍຢູ່ບັນດາກົມກອງ, ນະຄອນປາກເຊ, ບັນດາເມືອງ ແລະ ຕາແສງ ໃນເຂດຄວາມ ຮັບຜິດຊອບຂອງຕົນ ໃຫ້ເລິກເຊິ່ງ ແລະ ເປັນເອກະພາບສູງ, ສ້າງເປັນແຜນການອັນ ລະອຽດຕົວຈິງ ໃນການນໍາພາ - ຊີ້ ນໍາຈັດຕັ້ງປະຕິບັດຕົວຈິງ ເພື່ອສູ້ຊົນປະຕິບັດ 3 ວຽກຍຸດທະສາດດັ່ງກ່າວໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ສ້າງໃຫ້ມີ ການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ເຮັດໃຫ້ຮາກຖານການເມືອງ ຢູ່ຮາກຖານຕ່າງໆ ມີຄວາມ
ໜັກແໜ້ນ, ສາມາດນໍາພາປະຕິບັດໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາບ້ານຊ່ອງຂອງຕົນ ຕາມແນວ ທາງນະໂຍບາຍ ຂອງພັກ-ລັດເຮົາວາງອອກ. ຕໍ່ກັບວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ສຸມໃສ່ເພີ່ມທະວີ ການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ຢູ່ຂັ້ນຮາກຖານ, ຕາແສງ ໃຫ້ຮັບຮູ້-ເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກ, ບັນດານິຕິກຳ ແລະ ລະບຽບການຕ່າງໆຂອງລັດ, ຍົກສູງສະຕິ ຕື່ນຕົວເປັນເຈົ້າການເຄົາລົບ ແລະ ປະຕິບັດລະບຽບກົດໝາຍ, ເປັນເຈົ້າການໃນການ ພັດທະນາຕົນເອງ ແລະ ຄອບຄົວໃຫ້ສູງຂຶ້ນກວ່າເກົ່າ, ສ້າງຄວາມຢູ່ດີກິນດີ ດ້ວຍເຫື່ອແຮງຂອງຕົນ, ແກ້ໄຂແນວຄິດຄອງເດີມ, ແນວຄິດເອື່ອຍອີງ, ສວຍໂອກາດ, ທັງເອົາໃຈໃສ່ ປຸກລະດົມໃຫ້ທຸກຄົນ-ທຸກຄອບຄົວ ເຂົ້າຮ່ວມວຽກງານປ້ອງກັນຊາດ -ປ້ອງກັນຄວາມສະຫງົບ ເປັນຕົ້ນແມ່ນການແກ້ໄຂສະພາບປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ; ສຸມໃສ່ປັບປຸງລະບົບການເມືອງ ຢູ່ຂັ້ນຮາກຖານ, ຕາແສງ ໃຫ້ເຂັ້ມແຂງ, ສ້າງໜ່ວຍພັກໃຫ້ປອດໄສ, ເຂັ້ມແຂງ ແລະ ໜັກແໜ້ນ, ສ້າງຄວາມສາມັກຄີເປັນເອກະພາບພາຍໃນຮາກຖານພັກ, ໜ່ວຍພັກ, ພ້ອມນັ້ນ ຕ້ອງເອົາໃຈໃສ່ນໍາພາບັນດາການຈັດຕັ້ງຕ່າງໆ ຢູ່ຂັ້ນຮາກຖານເຊັ່ນ: ແນວໂຮມ, ສະຫະພັນນັກຮົບເກົ່າ, ການຈັດຕັ້ງຊາວໜຸ່ມ, ແມ່ຍິງ, ກອງຫລອນ, ປກສ ບ້ານ ແລະ ການຈັດຕັ້ງ ອື່ນໆໃຫ້ໜັກແໜ້ນເຂັ້ມແຂງ ສາມາດນໍາພາປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ຖືກຕ້ອງ ແລະ ມີປະສິດທິຜົນສູງ. ບັນດາການຈັດຕັ້ງຢູ່ຂັ້ນຮາກຖານ, ຕາແສງ ຕ້ອງກໍາ ແໜ້ນ ແລະ ເປັນເຈົ້າການແກ້ໄຂສະພາບການຫຍໍ້ທໍ້ ຕ່າງໆຢູ່ພາຍໃນບ້ານຂອງຕົນ; ຄະນະພັກເມືອງ ແລະ ການຈັດຕັ້ງພັກຢູ່ຂັ້ນຮາກຖານ ຕ້ອງເອົາໃຈໃສ່ເປັນ ພິເສດ - ເປັນບູລິມະສິດ ການປັບປຸງການຈັດຕັ້ງຢູ່ ບັນດາບ້ານ ລຽບຕາມຊາຍແດນ ໃຫ້ສາມາດນໍາພາ ແກ້ໄຂສະພາບການຫຍໍ້ທໍ້ຕ່າງໆ ຢູ່ຕາມຂອບເຂດ ຊາຍແດນ ໃຫ້ສາມາດກໍາໄດ້ເປົ້າໝາຍການເຂົ້າມາພັກ ອາໄສຂອງບຸກຄົນພາຍນອກທີ່ບໍ່ຖືກຕ້ອງ ເພື່ອສ້າງຄວາມປັ່ນປ່ວນໃສ່ຮ້າຍປ້າຍສີຜ່ານສື່ສັງຄົມຕ່າງໆ, ສ້າງແນວຄິດຕ້ານແນວທາງນະໂຍບາຍຂອງພັກ- ລັດ, ລັກລອບຕັດໄມ້, ຄ້າຂາຍເຖື່ອນ, ບັນຫາຢາເສບຕິດ ແລະ ອື່ນໆ ທີ່ລະເມີດລະບຽບກົດໝາຍ.
ນອກຈາກທີ່ກ່າວມາຮັ່ນ ແລ້ວສະຫາຍ ອາລຸນໄຊ ສູນນະລາດ ຍັງໄດ້ເນັ້ນຕື່ມວຽກງານ 3 ສ້າງ, ໂດຍໃຫ້ສືບຕໍ່ເອົາ ໃຈໃສ່ກວດກາ ແລະ ປະເມີນຄືນ ການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງ ເມືອງເປັນຫົວໜ່ວຍເຂັ້ມແຂງຮອບ ດ້ານ ແລະ ສ້າງ ບ້ານເປັນຫົວໜ່ວຍພັດທະນາ ໂດຍສົມທຽບເງື່ອນໄຂ ມາດຖານທີ່ກຳນົດໄວ້, ຊອກໃຫ້ເຫັນອັນໃດປະຕິ ບັດໄດ້ ແລະ ອັນໃດປະຕິບັດບໍ່ທັນໄດ້ ເພື່ອຊອກຫາ ວິທີການແກ້ໄຂຢ່າງມີຈຸດສຸມ ແລະ ສອດຄ່ອງ. ສໍາລັບເມືອງ ແລະ ບ້ານ ທີ່ໄດ້ບັນລຸມາດຖານ ຫລື ໄດ້ຮັບຮອງແລ້ວນັ້ນ ກໍໃຫ້ເບິ່ງຄືນດ້ານໃດຄວນປັບປຸງຕື່ມ ເພື່ອຮັກສາ ແລະ ເສີມຂະ ຫຍາຍຜົນສໍາ ເລັດທີ່ສ້າງມານັ້ນໃຫ້ນັບມື້ເຂັ້ມແຂງ ແລະ ດີຂຶ້ນເລື້ອຍໆ, ເພື່ອກາຍເປັນຕົວແບບໃຫ້ແກ່ເມືອງ, ບ້ານ ທີ່ບໍ່ທັນບັນລຸຕາມມາດຖານທີ່ວາງໄວ້.
(ແຫລ່ງຂ່າວ: ໜັງສືພິມຈະປາໃໝ່)
KPL