ສະຫະກອນຊາວສວນໃຈກາເຟ ຄາດຜົນຜະລິດປີນີ້ຈະຫລຸດລົງ ເນື່ອງຈາກການລະບາດຂອງພະຍາດໃນສວນເຟ

15/06/2026 11:49
Email Print 103
KPL ຂປລ. ດັ່ງທີ່​ເ​ຮົາຮູ້​ກັນ​ດີ​ແລ້ວ​ວ່າ, ​ເມືອງ​ປາກ​ຊ່ອງ ​ແຂວງ ຈໍາ​ປາ​ສັກ ​ເປັນ​ເມືອງ​ທີ່​ຂຶ້ນ​ຊື່​ລື່ນາມ​ເລື່ອງ​ການ​ປູກ​ກາ​ເຟ ​ຈົນ​ໄດ້​ຮັບ​ການ​ຂະໜານນາມ​ວ່າ: “​ເມືອງ​ຫລວງ​ແຫ່ງກາ​ເຟຂອງປະເທດລາວ” ຍ້ອນມີສະພາບອາກາດທີ່ເຢັນສະບາຍ ຕະຫລອດປີ ແລະ ມີດິນພູເຂົາໄຟທີ່ອຸດົມສົມບູນ ເໝາະສົມແກ່ການປູກກາເຟອາຣາບິກາ ແລະ ໂຣບັດສະຕາ

ຂປລ. ດັ່ງທີ່​ເ​ຮົາຮູ້​ກັນ​ດີ​ແລ້ວ​ວ່າ,  ​ເມືອງ​ປາກ​ຊ່ອງ ​ແຂວງ ຈໍາ​ປາ​ສັກ ​ເປັນ​ເມືອງ​ທີ່​ຂຶ້ນ​ຊື່​ລື່ນາມ​ເລື່ອງ​ການ​ປູກ​ກາ​ເຟ ​ຈົນ​ໄດ້​ຮັບ​ການ​ຂະໜານນາມ​ວ່າ: ​ເມືອງ​ຫລວງ​ແຫ່ງກາ​ເຟຂອງປະເທດລາວຍ້ອນມີສະພາບອາກາດທີ່ເຢັນສະບາຍ ຕະຫລອດປີ ແລະ ມີດິນພູເຂົາໄຟທີ່ອຸດົມສົມບູນ ເໝາະສົມແກ່ການປູກກາເຟອາຣາບິກາ ແລະ ໂຣບັດສະຕາ ແລະ ​ເປັນ​ແຫລ່ງ​ປູກ​ກາ​ເຟທີ່​ມີ​ຄຸນ​ນະພາ​ບດີ ​ເນື່ອງ​ຈາກ​ວ່າ ​ເມືອ​ງປາກ​ຊ່ອງ ​ຕັ້ງຢູ່​​ໃນ​ພື້ນ​ທີ່​ສູງ ​ແລະ ມີ​ດິນ​ທີ່​ອຸດົມສົມບູນ ຈຶ່ງ​ມີ​ຄວາມ​ເໝາະສົມ​ແກ່​ການ​ປູກ​ກາ​ເຟ. ສະ​ນັ້ນ, ຈຶ່ງເຮັດໃຫ້ປະຊາຊົນເຂດດັ່ງກ່າວຫັນມາປູກກາເຟເປັນອາຊີບຫລັກຫລາຍຂຶ້ນເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວ. ປັດຈຸບັນສະຫະກອນຊາວສວນໃຈກາເຟ ເມືອງປາກຊ່ອງ ມີສະມາຊິກທັງໝົດ 450 ຄອບຄົວ ກວມເອົາ 21 ໝູ່ບ້ານທົ່ວເມືອງປາກຊ່ອງ ແລະ ມີເນື້ອທີ່ປູກກາເຟຫລາຍກວ່າ 10.000 ເຮັກຕາ, ​ອັນສ່ົ່ງຜົນໃຫ້ການຜະລິດກາເຟຂອງສະຫະກອນຊາວສວນໃຈກາເຟ ສາມາດສົ່ງອອກກາເຟດິບໄປຍັງຕ່າງປະເທດ ຄຽງຄູ່ກັບການຂົ້ວກາເຟ ເພື່ອຈຳໜ່າຍພາຍໃນປະເທດໃນຈຳນວນໜຶ່ງ.

ທ່ານນາງ ບອນຄຳ ສຸບັນດິດ ຄະນະຮັບຜິດຊອບສະຫະກອນຊາວສວນໃຈກາເຟ ເມືອງປາກຊ່ອງ ແຂວງຈຳປາສັກ ໃຫ້ສຳພາດໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າ ສະຫະກອນກຸ່ມ ແລະ ຜູ້ປະກອບການສະເຫລີມສະຫລອງວັນສະຫະກອນ (11 ພຶດສະພາ 1978) ຄົບຮອບ 48 ປີ ຢູ່ສູນການຄ້າລາວ-ໄອເຕັກ ເມື່ອບໍ່ດົນມານີ້ວ່າ: ສະຫະກອນຊາວສາວໃຈກາເຟ ເລີ່ມຕົ້ນສ້າງຕັ້ງສະຫະກອນ ແຕ່ປີ 1999 ໃນເບື້ອງຕົ້ນ ມີ 3 ບ້ານ 15 ຄອບຄົວ ປະກອບມີ ບ້ານ ພູໂອຍ, ບ້ານ ພູໝາກກໍ່ ແລະ ບ້ານ ໜອງຫລວງ ຊຶ່ງມາຮອດປັດຈຸບັນ, ມີຢູ່ 21ບ້ານ, 450 ຄອບຄົວ. ສຳລັບຕະຫລາດສົ່ງອອກຫລັກຢູ່ຕ່າງປະເທດຂອງສະຫະກອນປະກອບມີ ປະເທດຍີ່ປຸ່ນ, ຈີນ,  ໄຕ້ຫວັນ ແລະ ກຳປູເຈຍ ໃນແຕ່ລະປີສາມາດສົ່ງອອກກາເຟໄດ້ໃນປະລິມານສົມຄວນ, ແຕ່ໃນປີ 2026 ນີ້ລາຄາກາເຟໃນຕະຫລາດບໍ່ດີເທົ່າກັບປີຜ່ານມາ ຂະນະທີ່ຜົນຜະລິດກໍມີແນວໂນ້ມຫລຸດລົງເນື່ອງຈາກການລະບາດຂອງພະຍາດໃນສວນກາເຟ ບຸກຄະລາກອນວິຊາການຂອງສະຫະກອນສ່ວນໃຫຍ່ເປັນຄົນລາວທີ່ໄດ້ຜ່ານການຝຶກອົບຮົມມາແລ້ວ, ແນວໃດກໍຕາມ, ໃນໄລຍະຜ່ານມາການດຳເນີນງານຍັງປະສົບຄວາມຫຍຸ້ງຍາກຫລາຍໂດຍສະເພາະຜົນກະທົບຈາກໄພທຳມະຊາດ ແລະ ພະຍາດລະບາດໃນສວນກາເຟເຊັ່ນ ດ້ວງເຈາະລຳຕົ້ນ,​ພະຍາດໃບກູດ, ໃບງໍ ແລະ ພະຍາດອື່ນໆທີ່ ສົ່ງຜົນກະທົບຕໍ່ຜົນຜະລິດ ແລະ ຄຸນນະພາບຂອງກາເຟ.


ໃນໂອກາດນີ້, ຂ້າພະເຈົ້າຂໍຕາງໜ້າສະຫະກອນຊາວສວນໃຈກາເຟ ຮຽກຮ້ອງໄປຍັງພາກສ່ວນກ່ຽວຂ້ອງຊ່ວຍໃຫ້ສະໜັບສະໜູນໃນການຊອກຫາຕະຫລາດຮອງຮັບທີ່ມີຄວາມໝັ້ນຄົງ ພ້ອມທັງສົ່ງເສີມການກຳນົດລາຄາຊື້-ຂາຍໃຫ້ມີຄວາມເໝາະສົມ ແລະ ເປັນທຳຕໍ່ທຸກຝ່າຍເພື່ອໃຫ້ຊາວສວນກາເຟ ແລະ ຄູ່ຄ້າໄດ້ຮັບຜົນປະໂຫຍດຮ່ວມກັນອັນຈະນຳໄປສູ່ການພັດທະນາສະຫະກອນໃຫ້ມີຄວາມຍືນຍົງໃນໄລຍະຍາວ. ນອກຈາກນັ້ນ, ຍັງໄດ້ຮຽກຮ້ອງໃຫ້ພາກສ່ວນວິຊາການເຂົ້າມາຊ່ວຍເຫລືອໃນການຄົ້ນຄວ້າ ແລະ ກຳຈັດພະຍາດລະບາດໃນສວນກາເຟ ໂດຍສະເພາະດ້ວງເຈາະລຳຕົ້ນ ເພື່ອຫລຸດຜົນກະທົບຕໍ່ຜົນຜະລິດ ແລະ ຍົກລະດັບຄຸນນະພາບກາເຟຂອງລາວໃຫ້ສາມາດແຂ່ງຂັນໄດ້ໃນຕະຫລາດສາກົນ.

ທ່ານ ອານົງສອນ ພົມມະຈັນ ຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ໄດ້ໃຫ້ຮູ້ວ່າ: ເພື່ອເປັນການເຕົ້າໂຮມກຳລັງການຜະລິດຂອງພໍ່ແມ່ປະຊາຊົນ ລັດຖະບານແຫ່ງ ສປປ ລາວ ໄດ້ມີແນວຄິດລິເລີ່ມ ສ້າງຕັ້ງສະຫະກອນແຕ່ປີ 1970 ຊຶ່ງເລີ່ມຈາກໃນເຂດປົດປ່ອຍ ເພື່ອເປັນການປະ ກອບສ່ວນເຂົ້າໃນການຕໍ່ສູ້ປົດປ່ອຍຊາດ ແລະ ຮັບປະກັນທາງດ້ານສະບຽງອາຫານ, ທຸກການຜະລິດ ເພື່ອແນວໜ້າໄດ້ເກີດມີສະຫະກອນລວມໝູ່ ຫລື ສະຫະກອນນາລວມ ເລີ່ມຕົ້ນແມ່ນຢູ່ແຂວງຫົວພັນ, ນັບແຕ່ປີ 1975 ມາຮອດປີ 1979 ສະຫະກອນ ໄດ້ສ້າງຕັ້ງຂຶ້ນ ຈໍານວນ 2.452 ສະຫະກອນ ຊຶ່ງໄລຍະດັ່ງກ່າວແມ່ນຄຸ້ມຄອງໂດຍ ສໍານັກງານນາຍົກລັດຖະມົນຕີ, ມາຮອດປີ 1983 ໄດ້ເກີດມີຄະນະກຳມະການຂັ້ນສູນກາງ ເພື່ອພັດທະນາສະຫະກອນ ແລະ ໃນປີ 1986 ໄດ້ມີການຫັນປ່ຽນເສດຖະກິດໃໝ່ ຈາກເກື້ອກູນ ກ້າວເປັນສູ່ເສດຖະກິດຕະຫລາດແບບສັງຄົມນິຍົມ ແລະ ມີສະຫະກອນ 3.980 ສະຫະກອນ ຊຶ່ງແມ່ນ ກະຊວງກະສິກຳປ່າໄມ້ ແລະ ສະຫະກອນ ເປັນຜູ້ຄຸ້ມຄອງ, ໃນໄລຍະປັບໂຕຕາມທິດກົນໄກໃໝ່ ຈາກການວາງແຜນເສດຖະກິດລວມສູນ ໄປສູ່ເສດຖະກິດຕະຫລາດ ໃນຊຸມປີ 1991-2009 ເຮັດໃຫ້ສະຫະກອນທີ່ມີຄ່ອຍໆສະຫລາຍຕົວລົງ ຈົນມາຮອດຕົ້ນປີ 2010 ລັດຖະບານ ແຫ່ງ ສປປ ລາວ ຈຶ່ງໄດ້ຫວນຄືນນໍາໃຊ້ຫລັກການສະຫະກອນ ສ້າງວິສາຫະກິດລວມໝູ່ເພື່ອເປັນທາງ ເລືອກຊ່ວຍຜູ້ທຸກຍາກໃຫ້ມີທີ່ຢືນໃນສັງຄົມ ຈົນຮອດປັດຈຸບັນ.

ມາຮອດປັດຈຸບັນ, ທຸກພາກສ່ວນໄດ້ໃຫ້ຄວາມຮ່ວມມືພັດທະນາມາຢ່າງບໍ່ຢຸດຢັ້ງ ແລະ ຕໍ່ເນື່ອງກຸ່ມ ແລະ ສະຫະກອນ ເພີ່ມຂຶ້ນຢ່າງໄວ້ ມີຈໍານວນກຸ່ມການຜະລິດ 3.705 ກຸ່ມ ແລະ ສະຫະກອນ 114 ສະຫະກອນ. ໃນນັ້ນ, ມີ 6 ປະເພດສະຫະກອນ ເຊັ່ນ: ສະຫະກອນກະສິກຳ ແລະ ປ່າໄມ້ ມີ 58 ສະຫະກອນ; ສະຫະກອນສິນເຊື່ອ ແລະ ການເງິນຝາກປະຢັດ ມີ 32 ສະຫະກອນ; ສະຫະກອນການຄ້າ ມີ 7 ສະຫະກອນ; ສະຫະກອນການຫັດຖະກຳ ແລະ ປຸງແຕ່ງ ມີ 4 ສະຫະກອນ; ສະຫະກອນບໍລິການ ມີ 13 ສະຫະກອນ ແລະ ສະຫະກອນອື່ນໆ. ພ້ອມນີ້, ຍັງຈະສູ້ຊົນສ້າງຕັ້ງກຸ່ມການຜະລິດ ໃຫ້ໄດ້ 1.500-2.000 ກຸ່ມ, ຊຸກຍູ້, ປັບປຸງກຸ່ມການຜະລິດທີ່ມີແລ້ວ ໃຫ້ມີຄວາມເຂັ້ມແຂງ ກາຍເປັນສະກອນ, ສູ້ຊົນສ້າງຕັ້ງສະຫະກອນກະສິກຳ ໃຫ້ໄດ້ຕື່ມ 100 ສະຫະກອນ. ຄຽງຄູ່ກັນນັ້ນ, ຕ້ອງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມສະມາຄົມ ແລະ ເຄືອຂ່າຍການຜະລິດ ໃຫ້ມີການເຄື່ອນໄຫວຢ່າງແຂງແຮງ, ໄປຄ່ຽງຄູ່ກັບການຄົ້ນຄວ້າ ແລະ ການຖ່າຍຖອດເຕັກນິກ, ເຕັກໂນໂລຊີ ກ່ຽວກັບການນໍາໃຊ້ວິທະຍາສາດ, ເຕັກໂນໂລຊີ ຫັນເປັນອຸດສາຫະກຳ ແລະ ທັນສະໄໝ ເຂົ້າໃນການປູກ, ການລ້ຽງ.

ໂດຍ:​ມາລີດາ

KPL

ຂ່າວອື່ນໆ


Top