ພະຍາດ ອີໂບລາ ສ່ຽງຈະແພ່ລະບາດ ໄປຍັງບັນດາປະເທດ ເຈົ້າພາບກິລາບານເຕາະໂລກ 2026

15/06/2026 12:43
KPL ອົງການ ອະນາໄມໂລກ (WHO) ໃຫ້ຂໍ້ສັງເກດວ່າ: ຄວາມສ່ຽງ ທີ່ພະຍາດ ລະບາດ ອີໂບລາ ຈະແພ່ລະບາດ ໄປຍັງ ບັນດາ ປະເທດ ເອີຣົບ ແລະ ບັນດາ ປະເທດ ເຈົ້າພາບຈັດ ກິລາບານເຕາະໂລກ 2026 (World Cup 2026)

ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ເມື່ອບໍ່ດົນມານີ້, ອົງ​ການ​ ອະ​ນາ​ໄມ​ໂລກ (WHO) ໃຫ້​ຂໍ້​ສັງ​ເກດ​ວ່າ: ຄວາມ​ສ່ຽງ ທີ່​ພະຍາດ ​ລະ​ບາດ ອີໂບລາ ຈະແພ່ລະ​ບາດ​ ໄປ​ຍັງ​ ບັນ​ດາ​ ປະ​ເທດ​ ເອີ​ຣົບ ແລະ ບັນ​ດາ​ ປະ​ເທດ ​ເຈົ້າ​ພາບ​ຈັດ​ ກິລາບານເຕາະໂລກ 2026 (World Cup 2026) ແມ່ນ ຢູ່ໃນ​ລະ​ດັບ​ຕ່ຳ, ໃນ​ສະ​ພາບ​ ການ​ແຂ່ງ​ຂັນ ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ແລ້ວ.  

ທ່ານ ຮັນສ ເຮນຣີ ພີ ຄລູເກ (Hans Henri P. Kluge) ຜູ້​ອຳ​ນວຍ​ການ ອົງ​ການ​ ອະນາໄມໂລກ ​ຢູ່​ພາກ​ພື້ນ ເອີ​ຣົບ ໃຫ້​ຮູ້​ວ່າ: ປັດ​ຈຸ​ບັນ ​ຍັງ​ບໍ່​ທັນ​ມີການຢັ້ງ​ຢືນ​ ກໍລະ​ນີ​ຕິດເຊື້ອ Ebola  ຢູ່​ເຂດ​ທາງ​ທິດ​ເໜືອ ທະ​ວີບ ອາ​ເມ​ລິ​ກາ ຫຼື ເອີ​ລົບ,

ເຖິງແມ່ນວ່າ ​ ພະຍາດ​ນີ້ ​ພວມ​ມີ​ການ​ຜັນ​ແປ​ທີ່​ສັບ​ສົນ​ ຢູ່​ປະ​ເທດ ອາຟຣິກກ​າ​ ຈຳ​ນວນ​ໜຶ່ງ. ໃນຂະນະທີ່ ມີການສະເໜີແນະນຳ ການ​ຈັດ​ວາງ​ ບັນ​ດາ​ມາດ​ຕະ​ການ​ ຈຳ​ກັດ​ ການ​ເດີນ​ທາງ​ ໄປ​ມາ​ ທີ່​ກ່ຽວ​ຂ້ອງອີໂບລາ. ແຕ່​ວ່າ, ອົງ​ການ​ນີ້ ​ຍັງ​ແນະ​ນຳ​ໃຫ້​ ປະ​ຊາ​ຊົນ ​ຈຳ​ກັດ​ ການ​ເດີນ​ທາງ​ ໄປ​ຍັງເຂດທີ່​ພວມ​ເກີດ​ ການແພ່​ລະ​ບາດ​ ຖ້າ​ບໍ່​ມີ​ຄວາມ​ຈຳ​ເປັນ./

 

KPL

ຂ່າວອື່ນໆ


Top