ອິນໂດເນເຊຍ ເລັ່ງຂະຫຍາຍທາງລົດໄຟ ຫລາຍກວ່າ 10.000 ກິໂລແມັດ

15/06/2026 12:43
Email Print 100
KPL ອິນໂດເນເຊຍ ພວມເລັ່ງຂະຫຍາຍ ເຄືອຂ່າຍ ທາງລົດໄຟ ລະດັບຊາດ ໃຫ້ມີ ໄລຍະທາງລວມ 10.524 ກິໂລແມັດ ເພື່ອຫລຸດຕົ້ນທຶນ ດ້ານໂລຈິສະຕິກ, ຫລຸດຜ່ອນ ບັນຫາການຈາລະຈອນ ຕິດຂັດ ແລະ ເຊື່ອມຕໍ່ ຊ່ອງວ່າງທາງດ້ານເສດຖະກິດ ລະຫວ່າງ ພາກພື້ນ.

ຂປລ. ສຳນັກຂ່າວຊິນຮວາ ລາຍງານ ຈາກນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ ເມື່ອບໍ່ດົນມານີ້ວ່າ: ອິນໂດເນເຊຍ ພວມເລັ່ງຂະຫຍາຍ ເຄືອຂ່າຍ ທາງລົດໄຟ ລະດັບຊາດ ໃຫ້ມີ ໄລຍະທາງລວມ 10.524 ກິໂລແມັດ ເພື່ອຫລຸດຕົ້ນທຶນ ດ້ານໂລຈິສະຕິກ, ຫລຸດຜ່ອນ ບັນຫາການຈາລະຈອນ ຕິດຂັດ ແລະ ເຊື່ອມຕໍ່ ຊ່ອງວ່າງທາງດ້ານເສດຖະກິດ ລະຫວ່າງ ພາກພື້ນ.

ປັດຈຸບັນ ອິນໂດເນເຊຍ ມີເຄືອຂ່າຍ ທາງລົດໄຟ ເປີດໃຊ້ງານ ລວມມີ 6,927 ກິໂລແມັດ, ໂດຍຄວບຄຸມພື້ນທີ່ ເທິງເກາະຊວາ, ສຸມາຕຣາ, ສຸລາເວສີ ແລະ ປາປົວ.  ນອກຈາກນັ້ນ, ປະຊາຊົນ ອິນໂດເນເຊຍ ນິຍົມໃຊ້ ການບໍລິການ ລະບົບຂົນສົ່ງ ທາງລາງ ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ, ໂດຍຈຳນວນ ຜູ້ໂດຍສານ ທາງລົດໄຟ ເພີ່ມຂຶ້ນ 8,8% ຈາກ 500,5 ລ້ານຄົນ ໃນປີ 2024 ເປັນເກືອບ 550 ລ້ານຄົນ ໃນປີ 2025. /

KPL

ຂ່າວອື່ນໆ


Top