KPL
ເລີ່ມແຕ່ ວັນທີ 17-19 ມິຖຸນາ, ທ່ານ ເລມິນຮຶງ, ນາຍົກ ລັດຖະມົນຕີ ຫວຽດນາມ ຈະນຳໜ້າ ຄະນະຜູ້ແທນ ຫວຽດນາມ ໄປເຂົ້າຮ່ວມ ກອງປະຊຸມ ສຸດຍອດ ຣັດເຊຍ-ອາຊຽນ ເຊິ່ງຈະຈັດຂຶ້ນ ຢູ່ນະຄອນ ກາຊານ(Kazan) ປະເທດ ຣັດເຊຍ.
ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ເລີ່ມແຕ່ ວັນທີ 17-19 ມິຖຸນາ, ທ່ານ ເລມິນຮຶງ, ນາຍົກ ລັດຖະມົນຕີ ຫວຽດນາມ ຈະນຳໜ້າ ຄະນະຜູ້ແທນ ຫວຽດນາມ ໄປເຂົ້າຮ່ວມ ກອງປະຊຸມ ສຸດຍອດ ຣັດເຊຍ-ອາຊຽນ ເຊິ່ງຈະຈັດຂຶ້ນ ຢູ່ນະຄອນ ກາຊານ(Kazan) ປະເທດ ຣັດເຊຍ.
ເມື່ອຕອບສຳພາດ ຕໍ່ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ (VOV), ທ່ານຮອງສາສະດາຈານ ນາງ ເອຄາເທຣີນາ ໂຄລຄູໂນວາ (Ekaterina Koldunova), ຫົວໜ້າສູນ ອາຊຽນ, ສະຖາບັນ ການພົວພັນ ສາກົນ ແຫ່ງຊາດ ມົດສະກູ (MGIMO), ກະຊວງ ການຕ່າງປະເທດ ຣັດເຊຍ ເນັ້ນໜັກວ່າ ການເຂົ້າຮ່ວມ ກອງປະຊຸມ ຂອງ ທ່ານ ເລມິນຮຶງ ໄດ້ສະແດງ ໃຫ້ເຫັນເຖິງ ບົດບາດ ທີ່ນັບມື້ ນັບສຳຄັນ ຂອງ ຫວຽດນາມ ໃນການພົວພັນ ຣັດເຊຍ-ອາຊຽນ, ໄດ້ເປີດໂອກາດ ຊຸກຍູ້ ໂຄງການ ດຳເນີນງານ 2 ຝ່າຍ ຣັດເຊຍ-ຫວຽດນາມ ແລະ ການຮ່ວມມື ຢູ່ພາກພື້ນ.
ນອກຈາກນີ້ ທ່ານນາງ ເອຄາເທຣີນາ ໂຄລຄູໂນວາ ກໍໃຫ້ຮູ້ວ່າ ຣັດເຊຍ ແລະ ຫວຽດນາມ ໄດ້ສ້າງກົນໄກໂອ້ລົມສົນທະນາ ຢູ່ລະດັບສູງສຸດ ຢ່າງມີປະສິດທິຜົນ. ຕໍ່ສະພາບການນັ້ນ, ສ່ວນທ່ານ ເລມິນຮຶງ ເຂົ້າຮ່ວມເຫດການ ໃນຄັ້ງນີ້ ກໍຈະເປັນການ ສ້າງໂອກາດ ເພື່ອໃຫ້ບັນດາ ການນຳ ຣັດເຊຍ ແລກປ່ຽນໂດຍກົງ ກັບ ຜູ້ນຳໜ້າ ລັດຖະບານ ຫວຽດນາມ ຕື່ມອີກ. ຂະນະທີ່ ຫວຽດນາມ ມີສາຍພົວພັນ ທີ່ເປັນມູນເຊື້ອ ກັບ ຣັດເຊຍ, ພ້ອມກັນນັ້ນ ກໍແມ່ນສະມາຊິກ ທີ່ຕັ້ງໜ້າ ຂອງ ອາຊຽນ. ສະນັ້ນ, ບົດບາດ ຂອງ ຫວຽດນາມ ໃນການ ເຊື່ອມຕໍ່, ຊຸກຍູ້ ຄວາມເຂົ້າໃຈ ແລະ ເປີດກວ້າງ ການຮ່ວມມື ລະຫວ່າງ ຣັດເຊຍ ກັບ ອາຊຽນ ອາດກາຍເປັນ ສິ່ງສຳຄັນພິເສດ ໃນໄລຍະປະຈຸບັນ./
KPL