ຍອດຕິດເຊື້ອ ພະຍາດອີໂບລາ ໃນກົງໂກ ເພີ່ມຂຶ້ນເປັນ 700 ກວ່າຄົນ

15/06/2026 12:43
KPL ກະຊວງ ສາທາລະນະສຸກ ກົງໂກ ເປີດເຜີຍວ່າຍອດຈຳນວນ ຜູ້ຕິດເຊື້ອ ພະຍາດ ອີໂບລາ ທີ່ໄດ້ຮັບການຢືນຢັນ ພາຍໃນປະເທດ ເພີ່ມຂຶ້ນ ເປັນ 710 ຄົນ ລວມເຖິງ ຜູ້ເສຍຊີວິດ 149 ຄົນ, ໂດຍອັດຕາ ຜູ້ເສຍຊີວິດ ກວມເອົາ 21% .

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 13 ມິຖຸນາ, ກະຊວງ ສາທາລະນະສຸກ ກົງໂກ ເປີດເຜີຍວ່າຍອດຈຳນວນ ຜູ້ຕິດເຊື້ອ ພະຍາດ ອີໂບລາ ທີ່ໄດ້ຮັບການຢືນຢັນ ພາຍໃນປະເທດ ເພີ່ມຂຶ້ນ ເປັນ 710 ຄົນ ລວມເຖິງ ຜູ້ເສຍຊີວິດ 149 ຄົນ, ໂດຍອັດຕາ ຜູ້ເສຍຊີວິດ ກວມເອົາ 21% .  ໃນຂະນະດຽວກັນ ລວມມີ ຜູ້ຕິດເຊື້ອ ຖືກກັກໂຕ ຫລື ປິ່ນປົວ ຢູ່ໂຮງໝໍ ລວມມີ 324 ຄົນ ແລະ ປິ່ນປົວຫາຍດີ 35 ຄົນ.

ໂດຍທາງການ ລະດັບແຂວງ ພັນທະມິດ ດ້ານການຮັບມື ແລະ ຊຸມຊົນທ້ອງຖິ່ນ ຍັງຄົງຮ່ວມມືກັນ ດຳເນີນມາດຕະການ ແຊກແຊງ ຊ່ວຍເຫລືອ ສາທາລະນະສຸກ ເພື່ອຫລຸດຜ່ອນ ການແພ່ລະບາດ ແລະ ປົກປ້ອງປະຊາຊົນ , ຊຶ່ງທີມງານ ໃນພື້ນທີ່ ທີ່ໄດ້ຮັບ ຜົນກະທົບ ພວມດຳເນີນການ ເຝົ້າລະວັງ ທາງລະບາດ ວິທະຍາ, ການຮັກສາ ປິ່ນປົວ ຜູ້ຕິດເຊື້ອ ແລະ ຕິດຕາມຜູ້ສຳຜັດເຊື້ອພະຍາດ,​ ສັກວັກຊິນ ແບບເປົ້າໝາຍ, ສື່ສານຄວາມສ່ຽງ ແລະ ສ້າງການມີສ່ວນຮ່ວມ ຂອງ ເຂດຊຸມຊົນ./

KPL

ຂ່າວອື່ນໆ


Top