ສ້າງຄວາມສາມາດ ໃນການຮັບມືກັບເຫດການ ສຸກເສີນດ້ານສາທາລະນະສຸກ ໃນອະນາຄົດ

30/10/2024 15:33
Email Print 1093
ຂປລ ຂປລ. ກອງປະຊຸມວິຊາການ ດ້ານຊັບພະຍາກອນມະນຸດ ສາທາລະນະສຸກ ອາຊີ-ປາຊີຟີກ ຄັ້ງທີ 13 ຈັດ​ຂຶ້ນ​ໃນໃນວັນທີ 29-30 ຕຸລາ 2024 ຢູ່ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ດຣ ມາຍຟອງ ມາຍຊາຍ ຮອງອະທິການບໍດີມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ, ປະທານພັນທະມິດຊັບພະຍາກອນມະນຸດ ໃນຂົງເຂດ ອາຊີ-ປາຊີຟິກ




ຂປລ. ກອງປະຊຸມວິຊາການ ດ້ານຊັບພະຍາກອນມະນຸດ ສາທາລະນະສຸກ ອາຊີ-ປາຊີຟີກ ຄັ້ງທີ
13 ຈັດ​ຂຶ້ນ​ໃນໃນວັນທີ 29-30 ຕຸລາ 2024 ຢູ່ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ດຣ ມາຍຟອງ ມາຍຊາຍ ຮອງອະທິການບໍດີມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ, ປະທານພັນທະມິດຊັບພະຍາກອນມະນຸດ ໃນຂົງເຂດ ອາຊີ-ປາຊີຟິກ ​ໂດຍ​ມີ​ໂດຍ​ມີ ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ ແລະ ປະເທດສະມາຊິກ 26 ປະເທດ, ພ້ອມທັງແຂກ ພາຍໃນປະເທດ ທີ່ມາຈາກພະແນກສາທາ ລະນະສຸກແຂວງ, ໂຮງໝໍແຂວງ, ສະຖານການສຶກສາສາທາລະນະສຸກ, ຄູ່ຮ່ວມພັດທະນາ, ອົງການຈັດ ຕັ້ງສາກົນ ແລະ ກົມກອງອ້ອມຂ້າງກະຊວງສາທາລະນະສຸກ ເຂົ້າຮ່ວມ.

ກອງປະຊຸມຈັດ​ຂຶ້ນ, ເພື່ອສ້າງຄວາມສາມາດໃນການກະກຽມ ແລະ ການຕອບໂຕ້ ຂອງພະນັກ ງານສາທາລະນະສຸກ ແລະ ລະບົບສາທາລະນະສຸກ ເພື່ອການຮັບມືກັບ ເຫດການສຸກເສີນ ດ້ານສາທາລະນະສຸກ ໃນອະນາຄົດຢ່າງມີປະສິດທິພາບ, ພ້ອມດຽວກັນກໍຮັກສາການເຮັດໜ້າທີ່ ບໍລິການທີ່ຈໍາເປັນຢ່າງເປັນປົກກະຕິ; ມອບລາງວັນ ແລະ ຍ້ອງຍໍ ການມີສ່ວນຮ່ວມ ແລະ ຄວາມຄິດລິເລີ່ມທີ່ເປັນແບບຢ່າງ ໃນການກະກຽມຄວາມພ້ອມຕໍ່ເຫດການສຸກເສີນ ສາທາລະນະສຸກ; ເສີມສ້າງຂີດຄວາມສາມາດ ຂອງເຄືອຂ່າຍພັນທະມິດ ຊັບພະຍາກອນມະນຸດ ໃນຂົງເຂດ ອາຊີ-ປາຊີຟິກ (AAAH), ອໍານວຍຄວາມສະ ດວກໃນການຮ່ວມມື, ສັງລວມບັນດາຜົນສໍາເລັດຂອງແຕ່ລະປະເທດ ແລ້ວຈັດບູລິມະສິດໃນການຈັດ ຕັ້ງປະຕິບັດຂອງຂົງເຂດ ເພື່ອສ້າງພະນັກງານສາທາລະນະສຸກ ທີ່ສາມາດປັບຕົວໄດ້ຕໍ່ເຫດການສຸກເສີນ ທາງດ້ານສາທາລະນະສຸກ.



ກອງປະຊຸມ​ໄດ້ມີການແລກປ່ຽນບົດຮຽນ
, ສົນທະນາກ່ຽວກັບການວາງແຜນຕໍ່ການ ສ້າງຄວາມສາມາດໃນການກະກຽມ ແລະ ການຕອບໂຕ້ ຂອງພະນັກງານສາທາລະນະສຸກ ແລະ ລະບົບສາທາລະນະສຸກ ເພື່ອການຮັບມືກັບເຫດການສຸກເສີນ ດ້ານສາທາລະນະສຸກໃນອະນາຄົດ ຢ່າງມີປະສິດທິພາບ, ພ້ອມດຽວກັນກໍຮັກສາ ການເຮັດໜ້າທີ່ບໍລິການ ທີ່ຈໍາເປັນຢ່າງເປັນປົກກະຕິ. ພ້ອມ​ນີ້, ຜູ້ເຂົ້າຮ່ວມຍັງໄດ້ໄປຖອດຖອນບົດຮຽນ ຢູ່ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ກ່ຽວກັບການກໍ່ສ້າງພະນັກງານ ໃນການຕອບໂຕ້ຕໍ່ເຫດການສຸກເສີນ ທາງດ້ານສາທາລະນະສຸກ ໃນອະນາຄົດທີ່ອາດຈະເກີດຂຶ້ນ; ລົງ​ຕິ​ດ ຕາມເບິ່ງຄວາມພ້ອມຂອງສູນວິເຄາະ ແລະ ລະບາດວິທະຍາ, ສູນເລືອດແຫ່ງຊາດ, ໃນການກວດວິ ເຄາະ ແລະ ສະໜອງເລືອດ ຖ້າມີກໍລະນີເກີດເຫດການສຸກເສີນ ທາງດ້ານສາທາລະນະສຸກ ​ແລະ ໄປຢ້ຽມຢາມສຸກສາລາ ແລະ ບ້ານນາກຸງ ເມືອງໄຊທານີ ເພື່ອເບິ່ງການປະກອບສ່ວນຕໍ່ຊຸມຊົນ ໃນການຕອບໂຕ້ຕໍ່ເຫດການສຸກເສີນ.

ຂ່າວ: ສົມຫວັງ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ ການເມືອງ

      ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ

      1/7/2026 2:39:08 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ, ສະຫາຍ ຄຳມອນ ຈັນທະຈິດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງ ປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນ 2026 ວ່າ: ຕົນມີ ຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ມີສ່ວນຮ່ວມເຂົ້າໃນການກຽມກອງປະຊຸມໃນຄັ້ງນີ້ ຖືວ່າເປັນບັນຍາ ກາດທີ່ມີຄວາມຄຶກຄື້ນ, ມີຄວາມຮັບຜິດຊອບ ແລະ ທັງມີຄວາມສະນິດສະໜົມ ບໍ່ວ່າຢູ່ພາຍໃນກອງປະຊຸມ ແລະ ຢູ່ນອກກອງປະຊຸມ ລ້ວນແຕ່ສະແດງເຖິງຄວາມຕັ້ງໃຈ, ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ.

    • ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດການເມືອງ

      ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດ

      1/7/2026 2:33:02 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວັນທີ 6 ມັງກອນ 2026 ນີ້, ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ພະນັກງານສະມາຊິກພັກ ໃນຂອບເຂດທົ່ວປະເທດ ກໍຄື ເປັນຕົວແທນສະມາຊິກພັກກະ ຊວງ ຍທຂ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້, ຖືເປັນເຫດການການເມືອງ ທີ່ມີຄວາມໝາຍຄວາມສໍາຄັນຫລາຍ ທີ່ໄດ້ຮັບຮູ້ກ່ຽວກັບການສະຫລຸບຕີລາຄາການນໍາພາຂອງພັກ ຕະຫລອດໄລຍະ 5 ປີ ຜ່ານມາ ແລະ ກໍານົດທິດທາງແຜນ ການ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາໃນຕໍ່ໜ້າ ໃຫ້ມີອັນພົ້ນເດັ່ນ ມີອັນໃໝ່ໆ ນໍາພາປະເທດຊາດເຮົາກ້າວຂຶ້ນໃນແຕ່ລະໄລຍະ.

    • ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ  ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝການເມືອງ

      ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝ

      1/7/2026 2:26:55 PM

      ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກ ປປ ລາວ ກໍຄື ຄະນະບໍລິຫານງານສູນກາງພັກ ຊຸດທີ XII ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃຫ້ໂປ່ງໃສຍິ່ງຂຶ້ນ, ຫລຸດຜ່ອນຂອດຂັ້ນ ແລະ ຍົກສູງປະສິດທິພາບ ແລະ ຄວາມສາມາດ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ການຫັນເປັນທັນສະໄໝ-ຫັນເປັນດີຈິຕອນ, ການແບ່ງຂັ້ນຄຸ້ມຄອງ, ແບ່ງສິດໃຫ້ຈະແຈ້ງ, ຂາດຕົວ ແລະ ສ້າງສະພາບແວດລ້ອມການລົງທຶນ, ການດໍາເນີນການຜະ ລິດ-ທຸລະກິດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີຄວາມສາມາດສູງຂຶ້ນໃນການແຂ່ງຂັນ.

    • ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນການເມືອງ

      ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ

      1/7/2026 2:06:59 PM

      ໄລຍະ 5 ປີ (2026-2030) ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເປັນແຜນສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ, ບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ທັງເປັນແຜນຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຍຸດທະສາດການພັດທະນາ ໄລຍະ 10 ປີ (2026-2035) ແລະ ວິໄສທັດ ຮອດປີ 2055, ສືບຕໍ່ປະຕິບັດ 4 ບຸກທະລຸ ໃຫ້ແຂງແຮງ, ເລິກເຊິ່ງ.

    • ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນການເມືອງ

      ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນ

      1/7/2026 7:47:13 AM

      ໃນວາລະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດລາວໃນມື້ທຳອິດ ໃນວັນທີ 6 ມັງກອນ 2026.

ads
ads

Top