ຫົວໜ້າຄະນະຈັດຕັ້ງສູນກາງພັກ ຊີ້ນໍາ ກະກຽມກອງປະຊຸມໃຫຍ່ 3 ຂັ້ນ ຢູ່ບໍລິຄຳໄຊ

01/10/2024 13:16
Email Print 804
ຂປລ ຂປລ. ​ໃນ​ໂອກາດລົງ​ເຄື່ອນ​ໄຫວຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ບໍລິ​ຄຳ​ໄຊ ເມື່ອບໍ່ດົນມານີ້, ທ່ານ ນາງ ສີ​ໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ​​ໄດ້ພົບ​ປະໂອ້ລົມ ການນຳ ແລະ ອຳນາດການປົກຄອງແຂວງບໍລິຄຳໄຊ ຫລາຍ​ບັນຫາ​ສຳຄັນ ​ໃນ​ການ​ກະກຽມ ​ແລະ ດຳ​ເນີນ​ກອງ​ປະຊຸມ​ໃຫຍ່ 3 ຂັ້ນ ຢູ່​ແຂວງ​ບໍລິ​ຄຳ​ໄຊ ໂດຍ​ໄດ້​ຮັບການຕ້ອນຮັບຂອງ ທ່ານ ສອນທະນູ ທຳມະວົງ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ, ພ້ອມດ້ວຍການນຳຂອງແຂວງ ​ແລະ ຫົວໜ້າພະແນກການອ້ອມຂ້າງເຂົ້າຮ່ວມ.




ຂປລ. ​ໃນ​ໂອກາດລົງ​ເຄື່ອນ​ໄຫວຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ບໍລິ​ຄຳ​ໄຊ ເມື່ອບໍ່ດົນມານີ້, ທ່ານ ນາງ ສີ​ໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ
, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ​​ໄດ້ພົບ​ປະໂອ້ລົມ ການນຳ ແລະ ອຳນາດການປົກຄອງແຂວງບໍລິຄຳໄຊ ຫລາຍ​ບັນຫາ​ສຳຄັນ ​ໃນ​ການ​ກະກຽມ ​ແລະ ດຳ​ເນີນ​ກອງ​ປະຊຸມ​ໃຫຍ່ 3 ຂັ້ນ ຢູ່​ແຂວງ​ບໍລິ​ຄຳ​ໄຊ ໂດຍ​ໄດ້​ຮັບການຕ້ອນຮັບຂອງ ທ່ານ ສອນທະນູ ທຳມະວົງ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ, ພ້ອມດ້ວຍການນຳຂອງແຂວງ ​ແລະ ຫົວໜ້າພະແນກການອ້ອມຂ້າງເຂົ້າຮ່ວມ.

​ໂອກາດ​ນີ້, ທ່ານ ນາງ ສີໃສ ລືເດດມູນສອນ ກໍໄດ້ເນັ້ນໃຫ້ອົງຄະນະພັກແຂວງບໍລິຄຳໄຊ ເພີ່ມທະວີເອົາໃຈໃສ່ຕໍ່ວຽກງານກໍ່ສ້າງພັກ-ພະນັກງານ ແລະ ການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງຄະ ນະພັກແຕ່ລະຂັ້ນ, ຄົ້ນຄວ້າ, ສະຫລຸບຕີລາຄາການຈັດຕັ້ງປະຕິບັດ ກົດລະບຽບຂອງພັກສະໄໝທີ XI ຍັງມີບັນຫາໃດ ທີ່ຍັງບໍ່ທັນຈະແຈ້ງ ແລະ ຄວນປັບປຸງ ໃນກົດລະບຽບພັກສະໄໝທີ XII, ເອົາໃຈໃສ່ເຊື່ອມຊຶມຄໍາສັ່ງເລກທີ 411/ຄລສພ, ຄໍາແນະນຳເລກທີ 211/ຄຈສພ ແລະ ແຈ້ງການຂອງຄະນະຈັດຕັ້ງ ສູນກາງພັກເລກທີ 99/ຄຈສພ ກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກ ເເຂວງຢ່າງລະອຽດ ແລະ ທົ່ວເຖິງ, ພ້ອມທັງລາຍງານ ໄປຍັງຄະນະຈັດຕັ້ງສູນກາງພັກ ເພື່ອຕິດຕາມຮ່ວມກັນ; ເອົາໃຈໃສ່ຕິດຕາມແກ້ໄຂ ບັນຫາເສດຖະກິດ-ການເງິນ ດ້ວຍການວາງກົນໄກ, ລະບຽບການຕ່າງໆຢ່າງເໝາະສົມ, ຖືເອົາວຽກງານການສຶກສາອົບຮົມ ການເມືອງ-ແນວຄິດເປັນພື້ນຖານ ເພື່ອໃຫ້ພະນັກງານ, ທະຫານ, ຕໍາຫລວດປະກອບສ່ວນ ປະຕິບັດໜ້າທີ່ໄດ້ດີຂຶ້ນ ໂດຍບໍ່ສວຍໃຊ້ບັນຫາດັ່ງກ່າວ ເປັນຊ່ອງວ່າງໃນການຫລີກເວັ້ນ ການປະຕິບັດວຽກງານ. ພ້ອມນີ້, ການປະຕິບັດ 2 ວາລະແຫ່ງຊາດ ຍັງເປັນວຽກໜຶ່ງທີ່ສໍາຄັນ ທີ່​ຈະ​ຕ້ອງ​ໄດ້​ສືບ​ຕໍ່​ເອົາ​ໃຈ​ໃສ່.




ໃນໂອກາດດຽວ​ກັນ,
ທ່ານ ສອນທະນູ ທຳມະວົງ ກໍ​ໄດ້ລາຍງານໂດຍຍໍ້ກ່ຽວກັບ ວຽກງານການພັດທະນາເສດຖະກິດສັງຄົມຂອງແຂວງ ໂດຍສະເພາະ ການຄ້າ, ການລົງທຶນ, ການແກ້ໄຂໄພນ້ຳຖ້ວມ ໃນເມືອງທ່າພະບາດ, ເມືອງປາກຊັນ ແລະ ເມືອງອື່ນໆ. ທັງນີ້, ກໍເພື່ອຊອກຫາວິທີແກ້ໄຂ ເພື່ອຕອບໂຕກັບໄພພິບັດ ໂດຍເນັ້ນໃສ່ຟື້ນຟູ ຊິວິດການເປັນຢູ່ຂອງປະຊາຊົນ ທີ່ຖືກຜົນກະທົບໃນປັດຈຸບັນ.

ຂ່າວ-ພາບ: ຄຳຟອງ

KPL

ຂ່າວອື່ນໆ

    • ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງການເມືອງ

      ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ

      1/7/2026 2:39:08 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ, ສະຫາຍ ຄຳມອນ ຈັນທະຈິດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງ ປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນ 2026 ວ່າ: ຕົນມີ ຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ມີສ່ວນຮ່ວມເຂົ້າໃນການກຽມກອງປະຊຸມໃນຄັ້ງນີ້ ຖືວ່າເປັນບັນຍາ ກາດທີ່ມີຄວາມຄຶກຄື້ນ, ມີຄວາມຮັບຜິດຊອບ ແລະ ທັງມີຄວາມສະນິດສະໜົມ ບໍ່ວ່າຢູ່ພາຍໃນກອງປະຊຸມ ແລະ ຢູ່ນອກກອງປະຊຸມ ລ້ວນແຕ່ສະແດງເຖິງຄວາມຕັ້ງໃຈ, ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ.

    • ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດການເມືອງ

      ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດ

      1/7/2026 2:33:02 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວັນທີ 6 ມັງກອນ 2026 ນີ້, ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ພະນັກງານສະມາຊິກພັກ ໃນຂອບເຂດທົ່ວປະເທດ ກໍຄື ເປັນຕົວແທນສະມາຊິກພັກກະ ຊວງ ຍທຂ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້, ຖືເປັນເຫດການການເມືອງ ທີ່ມີຄວາມໝາຍຄວາມສໍາຄັນຫລາຍ ທີ່ໄດ້ຮັບຮູ້ກ່ຽວກັບການສະຫລຸບຕີລາຄາການນໍາພາຂອງພັກ ຕະຫລອດໄລຍະ 5 ປີ ຜ່ານມາ ແລະ ກໍານົດທິດທາງແຜນ ການ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາໃນຕໍ່ໜ້າ ໃຫ້ມີອັນພົ້ນເດັ່ນ ມີອັນໃໝ່ໆ ນໍາພາປະເທດຊາດເຮົາກ້າວຂຶ້ນໃນແຕ່ລະໄລຍະ.

    • ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ  ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝການເມືອງ

      ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝ

      1/7/2026 2:26:55 PM

      ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກ ປປ ລາວ ກໍຄື ຄະນະບໍລິຫານງານສູນກາງພັກ ຊຸດທີ XII ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃຫ້ໂປ່ງໃສຍິ່ງຂຶ້ນ, ຫລຸດຜ່ອນຂອດຂັ້ນ ແລະ ຍົກສູງປະສິດທິພາບ ແລະ ຄວາມສາມາດ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ການຫັນເປັນທັນສະໄໝ-ຫັນເປັນດີຈິຕອນ, ການແບ່ງຂັ້ນຄຸ້ມຄອງ, ແບ່ງສິດໃຫ້ຈະແຈ້ງ, ຂາດຕົວ ແລະ ສ້າງສະພາບແວດລ້ອມການລົງທຶນ, ການດໍາເນີນການຜະ ລິດ-ທຸລະກິດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີຄວາມສາມາດສູງຂຶ້ນໃນການແຂ່ງຂັນ.

    • ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນການເມືອງ

      ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ

      1/7/2026 2:06:59 PM

      ໄລຍະ 5 ປີ (2026-2030) ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເປັນແຜນສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ, ບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ທັງເປັນແຜນຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຍຸດທະສາດການພັດທະນາ ໄລຍະ 10 ປີ (2026-2035) ແລະ ວິໄສທັດ ຮອດປີ 2055, ສືບຕໍ່ປະຕິບັດ 4 ບຸກທະລຸ ໃຫ້ແຂງແຮງ, ເລິກເຊິ່ງ.

    • ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນການເມືອງ

      ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນ

      1/7/2026 7:47:13 AM

      ໃນວາລະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດລາວໃນມື້ທຳອິດ ໃນວັນທີ 6 ມັງກອນ 2026.

ads
ads

Top