ລະດົມຄວາມຄິດ ປັບປຸງລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປີ 2015

10/07/2024 13:41
Email Print 581
ຂປລ ຂປລ. ກອງປະຊຸມປະເມີນການຈັດຕັ້ງປະຕິບັດ ລັດຖະທຳມະນູນ ແຫ່ງ ສປປ ລາວ ຈັດຂຶ້ນໃນວັນທີ 10 ກໍລະກົດ 2024 ໂດຍການເປັນປະທານຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ຮອງປະທານຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ແຫ່ງ ສປປ ລາວ.

ຂປລ. ກອງປະຊຸມປະເມີນການຈັດຕັ້ງປະຕິບັດ ລັດຖະທຳມະນູນ ແຫ່ງ ສປປ ລາວ ຈັດຂຶ້ນໃນວັນທີ 10 ກໍລະກົດ 2024 ໂດຍການເປັນປະທານຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ຮອງປະທານຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ແຫ່ງ ສປປ ລາວ. ເພື່ອປຶກສາຫາລື, ປະກອບຄຳຄິດຄຳເຫັນ ໃສ່ລັດຖະທໍາມະນູນ ໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ, ສອດຄ່ອງກັບສະພາບການຕົວຈິງ ກາຍເປັນພາຫະນະພື້ນ ຖານໃຫ້ແກ່ການສ້າງລັດ ທີ່ປົກກຄອງດ້ວຍກົດໝາຍ.

ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ມີຄຳເຫັນວ່າ: ໃນເດືອນມິຖຸນາ ຜ່ານມາ, ໄດ້ສຳເລັດການປະເມີນ ການຈັດຕັ້ງປະຕິບັດ ລັດຖະທຳມະນູນ ຢູ່ຂົງເຂດອົງການພັກ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ໃນມື້ນີ້, ພວກເຮົາພ້ອມກັນດຳເນີນ ກອງປະຊຸມປະເມີນ ການຈັດຕັ້ງປະຕິບັດ ລັດຖະທຳມະນູນ ຢູ່ຂົງເຂດ ເສດຖະກິດ, ວັດທະນະທຳ-ສັງຄົມ ເຊິ່ງເປັນຈຸດທີ 2 ອ້ອມຂ້າງສູນກາງ ເພື່ອສະຫລຸບຕີລາຄາ ການຈັດຕັ້ງປະຕິບັດ ລັດຖະທຳມະນູນ ໃນໄລຍະເກືອບ 10 ປີ ທີ່ຜ່ານມາ ໂດຍສະເພາະ ຢູ່ຂົງເຂດເສດຖະກິດ-ສັງຄົມ ໃຫ້ເຫັນໄດ້ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຜົນສຳເລັດ, ບັນຫາຄົງຄ້າງ, ລວມທັງສາເຫດ, ບົດຮຽນ ແລະ ບັນຫາຕັ້ງຂຶ້ນ ເພື່ອເປັນຂໍ້ມູນ ໃຫ້ແກ່ການຄົ້ນຄວ້າ, ປັບປຸງເນື້ອໃນຂອງລັດຖະທຳມະນູນ ສະບັບປີ 2015 ໃຫ້ຖືກຕ້ອງ, ຄົບຖ້ວນ, ສອດຄ່ອງ, ຮັດກຸມ ແລະ ສາມາດປະຕິບັດໄດ້. ຜ່ານການດຳເນີນຢູ່ຈຸດທີ 1 ໄດ້ມີການປັບປຸງເນື້ອໃນ ບົດສະຫລຸບ ແລະ ຄຳຖາມເຈາະຈີ້ມ ໃຫ້ສອດຄ່ອງ, ແທດຕົວຈິງກວ່າເກົ່າ. ສະນັ້ນ, ການດຳເນີນຢູ່ຈຸດທີ 2 ນີ້, ຖ້າມີອັນໃດບໍ່ທັນສອດຄ່ອງຈະສືບຕໍ່ປັບປຸງ ເພື່ອຖອດຖອນບົດຮຽນ ໃຫ້ແກ່ການຈັດຕັ້ງປະຕິບັດ ການປະເມີນຢູ່ໃນຈຸດຕ່າງໆ ໃຫ້ໄດ້ຮັບຜົນດີ.

ທ່ານ ສຸບັນ ສະວະບຸດ ປະທານກຳມະທິການວຽກງານ ສະມາຊິກສະພາແຫ່ງຊາດ ໄດ້ໃຫ້ຮູ້ວ່າ:  ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບທຳອິດ ໄດ້ປະກາດໃຊ້ໃນວັນທີ 15  ສິງຫາ 1991 ແລະ ໄດ້ຮັບການປັບປຸງ ປີ 2003,  ປີ 2015 ແລະ ການປັບປຸງຄັ້ງນີ້ເປັນ ຄັ້ງທີ 3. ຕະຫລອດໄລຍະດັ່ງກ່າວ, ລັດໄດ້ຜັນຂະຫຍາຍລັດຖະທຳມະນູນ ເປັນກົດໝາຍ ໃນຂົງເຂດຕ່າງໆ ທັງໝົດ 167 ສະບັບ. ໃນນີ້, ຂົງເຂດເສດຖະກິດ 75 ສະບັບ, ຂົງເຂດວັດທະນະທຳ-ສັງຄົມ 42 ສະບັບ, ຂົງເຂດການປົກຄອງ ແລະ ຍຸຕິທໍາ 32 ສະບັບ, ຂົງເຂດຫ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ 13 ສະບັບ, ຂົງເຂດຕ່າງປະເທດ 5 ສະບັບ ເຊິ່ງລັດຖະທຳມະນູນ ແລະ ກົດໝາຍເຫລົ່ານັ້ນ ໄດ້ກາຍເປັນພາຫະນະອັນແຫລມຄົມ ໃນການດັດປັບ ການພົວພັນສັງຄົມ ຕາມແນວທາງປ່ຽນແປງໃໝ່ ຢ່າງຮອບດ້ານທີ່ມີຫລັກການຂອງພັກ ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ມີຄວາມເຂັ້ມງວດ ແລະ ສັກສິດເປັນກ້າວໆ, ສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ໃນທົ່ວສັງຄົມ ໄດ້ຮັບການຍົກສູງຂຶ້ນ ໄດ້ສ້າງເງື່ອນໄຂພື້ນຖານ ໃຫ້ແກ່ການສ້າງລັດ ສປປ ລາວ ໃຫ້ເປັນລັດທີ່ປົກຄອງ ດ້ວຍກົດໝາຍເທື່ອລະກ້າວ.  ແຕ່ຜ່ານການ ຈັດຕັ້ງປະຕິບັດເຫັນວ່າ ມີບາງບົດບັນຍັດຍັງບໍ່ທັນສອດຄ່ອງກັບສະພາບການໃໝ່.

ເພື່ອຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການ ໃນການຈັດຕັ້ງປະຕິບັດ ແນວທາງປ່ຽນແປງໃໝ່ຢ່າງຮອບ ດ້ານ ມີຫລັກການຂອງພັກເຮົາ ໃນໄລຍະແຕ່ນີ້ ຫາປີ 2055, ຄະນະບໍລິຫານງານສູນກາງພັກ ໄດ້ອອກມະຕິ ສະບັບເລກທີ 05/ຄບສພ, ລົງວັນທີ 5 ກັນຍາ 2023 ວ່າດ້ວຍການສືບຕໍ່ຍູ້ແຮງ ການຜັນຂະຫຍາຍ ແນວທາງປ່ຽນແປງໃໝ່ ສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ; ກົມການເມືອງສູນກາງພັກ ກໍໄດ້ອອກມະຕິ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່. ສະນັ້ນ, ຈຶ່ງມີຄວາມຈຳເປັນຢ່າງພາວະວິໄສ ທີ່ລັດຈະຕ້ອງໄດ້ຄົ້ນຄວ້າ ແລະ ປັບປຸງລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປີ 2015 ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງຂອງພັກ ແລະ ລັດເຮົາ ໃນໄລຍະໃໝ່ນີ້.

ການປັບປຸງລັດຖະທຳມະນູນ ແຫ່ງ ສປປ ລາວ ຄັ້ງນີ້, ແນໃສ່ສືບຕໍ່ຜັນຂະຫຍາຍ ແນວທາງປ່ຽນແປງໃໝ່ ຢ່າງຮອບດ້ານ ມີຫລັກການຂອງພັກ ເປັນຂໍ້ບັນຍັດຂອງລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບໃໝ່ ເປັນຕົ້ນ ມະຕິຄະນະບໍລິຫານງານສູນກາງພັກ ວ່າດ້ວຍການສືບຕໍ່ຍູ້ແຮງການຜັນຂະຫຍາຍ ແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ; ມະຕິກົມການເມືອງສູນການພັກ ກ່ຽວກັບການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ ໃນໄລຍະໃໝ່;  ປັບປຸງບາງບົດບັນຍັດກ່ຽວກັບ ລະບົບອົງ ການອຳນາດແຫ່ງລັດຂັ້ນຕ່າງໆ ເປັນຕົ້ນ ອົງການບໍລິຫານລັດຂັ້ນທ້ອງຖິ່ນ ໃຫ້ມີຄວາມສອດຄ່ອງກັບໜ້າທີ່ການ ເມືອງຂອງພັກ ແລະ ລັດ ໃນໄລຍະໃໝ່, ສາມາດຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການ ໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ຢ່າງມີປະສິດທິພາບ, ປະສິດທິຜົນສູງຂຶ້ນ, ຮັບປະກັນການປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດ ຂຶ້ນສູ່ຈຸດໝາຍສັງຄົມນິຍົມ; ລັດຖະທຳມະນູນສະບັບໃໝ່ນີ້, ຕ້ອງສອດຄ່ອງກັບເນື້ອໃນພື້ນຖານຂອງໂຄງການການເມືອງຂອງພັກ ແລະ ມະຕິຕ່າງໆຂອງບັນດາກອງປະຊຸມໃຫຍ່ຂອງພັກເຮົາ ໃນຕໍ່ໜ້າ;  ເປັນບ່ອນອີງພື້ນຖານຮັບປະກັນໃຫ້ແກ່ການສ້າງ ແລະ ປັບປຸງກົດໝາຍ ໃນຕໍ່ໜ້າໃຫ້ເປັນລະບົບຄົບຊຸດ, ສອດຄ່ອງ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້; ສູ້ຊົນປັບປຸງລັດຖະທຳມະນູນສະບັບໃໝ່ ໃຫ້ສຳເລັດກາງປີ 2025 ແລະ ສາມາດນຳເຂົ້າພິຈາລະນາ, ຮັບຮອງ ໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX.

ຂ່າວ: ກິດຕາ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ປະດັບຫລຽນກາລະນຶກ 70 ປີ ພັກ ປປ ລາວ ໃຫ້ບັນດາການນຳ-ອະດີດການນຳຂັ້ນສູງ ພັກ-ລັດການເມືອງ

      ປະດັບຫລຽນກາລະນຶກ 70 ປີ ພັກ ປປ ລາວ ໃຫ້ບັນດາການນຳ-ອະດີດການນຳຂັ້ນສູງ ພັກ-ລັດ

      3/21/2025 11:53:33 AM

      ຂປລ. ພິທີປະດັບຫລຽນກາລະນຶກ 70 ປີ ພັກປະຊາຊົນປະຕິວັດລາວ (ພັກ ປປ ລາວ) ໃຫ້ບັນດາສະຫາຍ ການນຳ, ອະດີດການນຳຂັ້ນສູງ ພັກ, ລັດ ເນື່ອງໃນໂອກາດເຫລີມສະຫລອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ ຈັດຂຶ້ນໃນວັນທີ 21 ມີນາ 2025 ໃຫ້ກຽດປະດັບຫລຽນໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແລະ ສະຫາຍ ບຸນທອງ ຈິດມະນີ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ.

    • ວາງສະແດງຮູບພາບ  ສະຫລອງວັນ ສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີການເມືອງ

      ວາງສະແດງຮູບພາບ ສະຫລອງວັນ ສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ

      3/21/2025 11:43:53 AM

      ຂປລ. ພິທີວາງສະແດງຮູບພາບ ພາຍໃຕ້ຫົວຂໍ້: “70 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ພັກປະຊາຊົນປະຕິວັດລາວ” (ພັກ ປປ ລາວ) ຈັດຂຶ້ນໃນວັນທີ 21 ມີນາ 2025 ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ນະຄອນຫລວງວຽງຈັນ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ພ້ອມດ້ວຍບັນດາສະຫາຍ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ ເຂົ້າຮ່ວມ.

    • ການນຳພັກ-ລັດ ວາງພວງມາລາ ໂອກາດ ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີການເມືອງ

      ການນຳພັກ-ລັດ ວາງພວງມາລາ ໂອກາດ ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ

      3/21/2025 11:36:26 AM

      ຂປລ. ໃນວັນທີ 21 ມີນາ 2025 ນີ້, ການນຳພັກ, ລັດ ນຳໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະບໍລິຫານງານສູນກາງພັກ, ຄະນະລັດຖະບານ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົມນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບຫລໍ່ຂອງປະທານ ໄກສອນ ພົມວິຫານ ທີ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (ພັກ ປປ ລາວ).

    • ຮັກສາການຫົວໜ້າ ຄຕພ ຕ້ອນຮັບທູດ ຫວຽດນາມ ອວຍພອນວັນສ້າງຕັ້ງພັກ ຄົບຮອບ 70 ປີການເມືອງ

      ຮັກສາການຫົວໜ້າ ຄຕພ ຕ້ອນຮັບທູດ ຫວຽດນາມ ອວຍພອນວັນສ້າງຕັ້ງພັກ ຄົບຮອບ 70 ປີ

      3/21/2025 8:36:43 AM

      ຂປລ. ໃນວັນທີ 20 ມີນາ 2025 ນີ້, ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍພະນັກງານສະຖານທູດ ເຂົ້າອວຍພອນ ຄະນະພັກ-ຄະນະນໍາ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ໃນໂອກາດວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025).

    • ພັກເພື່ອນມິດຍຸດທະສາສາດ ສົ່ງໂທລະເລກອວຍພອນ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີການເມືອງ

      ພັກເພື່ອນມິດຍຸດທະສາສາດ ສົ່ງໂທລະເລກອວຍພອນ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ

      3/21/2025 8:29:41 AM

      ຂປລ. ເນື່ອງໃນໂອກາດສະເຫລີລສະຫລອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025), ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ຄະນະກໍາມະການສູນກາງພັກກອມມູນິດຈີນ ໄດ້ສົ່ງໂທລະເລກອວຍພອນ ເຖິງ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ

ads
ads

Top