ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ສ້າງຂະ ບວນອອກແຮງງານ ສະຫລອງວັນສ້າງຕັ້ງກອງທັບ

29/02/2024 13:10
Email Print 984
ຂປລ ຂປລ. ໃນວັນທີ 29 ທັນວາ 2023 ນີ້, ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ສ້າງຂະບວນການອອກແຮງງານ ອະນາໄມອ້ອມຮອບໂຮງຮຽນ ເພື່ອສະເຫລີມສະຫລອງວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ



ຂປລ. ໃນວັນທີ 29 ທັນວາ 2023 ນີ້
, ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ສ້າງຂະບວນການອອກແຮງງານ ອະນາໄມອ້ອມຮອບໂຮງຮຽນ ເພື່ອສະເຫລີມສະຫລອງວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ນຳໂດຍ ທ່ານ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະພັກ, ຄະນະອຳນວຍການໂຮງຮຽນ, ຄະນະພັກ, ຄະນະບັນຊາຫ້ອງການ, ກອງພັນ, ພະນັກງານ-ນັກຮົບ ແລະ ນ້ອງນັກຮຽນ ເຂົ້າຮ່ວມ ຢ່າງເປັນຂະບວນຟົດຟື້ນ.

 

ທ່ານ ພັນເອກ ສະແຫວງ ແດນນາມົນ ກ່າວວ່າ: ການຈັດກິດຈະກຳ ອອກແຮງງານລວມໃນຄັ້ງນີ້
, ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໃຫ້ເປັນຂະບວນການຟົດຟື້ນ, ທັງເປັນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ສະມາຊິກພັກຂອງບັນດາໜ່ວຍພັກ ແລະ ກອງປະຊຸມໃຫຍ່ອົງຄະນະພັກໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ທີ່ຈະມາເຖິງໃນຕໍ່ໜ້ານີ້, ແນໃສ່ເຮັດໃຫ້ກົມກອງ ກໍຄື ໂຮງຮຽນມີຄວາມ ສະອາດງາມຕາມ, ມີຄວາມເປັນລະບຽບຮຽບຮ້ອຍປະຕິບັດຕາມຄຳຂວັນທີ່ວ່າ: “ກິນສະອາດ ຢູ່ສະອາດ ປາສະຈາກໂລກໄພ’’.



ທ່ານ ພັນເອກ ສະແຫວງ ແດນນາມົນ ຍັງກ່າວອີກວ່າ: ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ທີ່ຈະມາເຖິງນີ້
, ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ໄດ້ກະກຽມຫລາຍກິດຈະກໍາ ເພື່ອສະເຫລີມສະຫລອງວັນດັ່ງກ່າວ ເປັນຕົ້ນ ໂຄສະນາມູນເຊື້ອອັນປີຊາສາມາດຂອງກອງທັບ, ຈັດຕັ້ງສ້າງຂະບວນການຕ່າງໆ ພາຍໃນໂຮງຮຽນໃຫ້ເປັນຂະບວນຟົດຟື້ນ ແລະ ກິດຈະກໍາແຂ່ງຂັນກິລາ ເພື່ອໃຫ້ມີບັນຍາກາດຟົດຟື້ນ. ໃນລະຍະຜ່ານມາ ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ກໍໄດ້ຈັດຕັ້ງສະຫລອງວັນສ້າງຕັ້ງກອງທັບ ສໍາເລັດຫລາຍກິດຈະກໍາ  ເປັນຕົ້ນ ກິດຈະກໍາປູກຕົ້ນໄມ້, ໂຄສະນາເຜີຍແຜ່ວັນດັ່ງກ່າວ ໃຫ້ມີຄວາມໝາຍຄວາມສໍາຄັນຢ່າງເປັນປະຈໍາ, ເປີດບັ້ນດໍາເນີນຊີວິດການເມືອງ, ຍູ້ແຮງການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກໃນຂັ້ນຂອງຕົນ ແລະ ເປີດຂະບວນກິລາ ພາຍໃນໂຮງຮຽນ, ສົ່ງນັກກິລາໄປຮ່ວມແຂ່ງຂັນກິລານັກຮຽນທີ່ທາງ ຫ້ອງການສຶກສາ ເມືອງໄຊເສດຖາ, ຂະບວນການໄປແລກປ່ຽນບົດຮຽນແຮກສຽວ ກັບໂຮງຮຽນວັດທະນະທໍາຫລັກ 67 ກະຊວງປ້ອງກັນຄວາມສະຫງົບ ແລະ ຂະບວນການອອກແຮງງານອື່ນໆ ຢ່າງເປັນຂະບວນຟົດຟື້ນ.



ທ່ານ ພັນເອກ ສະແຫວງ ແດນນາມົນ ໃຫ້ຮູ້ອີກວ່າ: ຕະຫລອດໄລຍະ 75 ປີຜ່ານມາ ຮອດປັດຈຸບັນ
, ກອງທັບປະຊາຊົນລາວ ມີການຫັນປ່ຽນຢ່າງຕັ້ງໜ້າ ໂດຍສະເພາະຄຸນນະພາບ ຂອງບຸກຄະລາກອນ, ພະນັກງານນັກ ຮົບ ໃນການນຳພາບັນຊາ ແມ່ນມີຄວາມເຂັ້ມແຂງ, ເປັນຂະບວນການ ຂຶ້ນກວ່າເກົ່າ ໂດຍເລັ່ງໃສ່ວຽກງານການເມືອງແນວຄິດເປັນກົກ ຢູ່ແຕ່ລະກົມກອງ, ມີຫລາຍກົມກອງຍາດໄດ້ເປັນ ກອງແຂງໜ່ວຍພັກຮູ້ນຳພາຮອບດ້ານ, ເປັນກອງສາມປອດ, ເປັນກອງວັດທະນະທຳ ແລະ ເປັນໜ່ວຍພັກປອດໄສເຂັ້ມແຂງໜັກແໜ້ນ.

ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

    • ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIIIການເມືອງ

      ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII

      7/1/2025 2:07:04 PM

      ຂປລ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII ໃນລະຫວ່າງ 30 ມິຖຸນາ- 1 ກໍລະກົດ 2025 ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ສຊປລ ພາຍໃຕ້ການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາຄະນະເລຂາທິການ, ຄະນະບໍລິຫານງານ, ຫົວໜ້າກົມ, ຮອງຫົວໜ້າກົມ, ເລຂາ ຄຊປປລ ກະຊວງ-ອົງການ, ນະຄອນຫລວງວຽງຈັນ, ບັນ ດາແຂວງ ເຂົ້າຮ່ວມ.

    • ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດການເມືອງ

      ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ

      7/1/2025 1:33:52 PM

      ຂປລ. ເມື່ອບໍ່ດົນມານີ້, ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ ພາຍໃຕ້ການເປັນປະທານ ຂອງ ທ່ານ ສຸລິຍາ ຄໍາວົງສາ ຮອງຫົວໜ້າ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ວຽງປຣະສິດ ທິບພະສຸດາ ຜູ້ປະສານງານ ອົງການແຮງງານ ສາກົນ (ILO) ປະຈໍາ ສປປ ລາວ

    • ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມການເມືອງ

      ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

      7/1/2025 1:18:47 PM

      ຂປລ. ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໝຸ່ມ ກອງທັບປະຊາຊົນລາວ ແລະ ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ນໍາໂດຍ ສະຫາຍ ພັນເອກ ຫງຽວນວັນນິງ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ໄດ້ຢ້ຽມຢາມ ແລະ ພົບປະແລກ ປ່ຽນບົດຮຽນ ຢູ່ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

    • ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງການເມືອງ

      ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

      7/1/2025 12:59:39 PM

      ຂປລ. ໃນວັນທີ 30 ມິຖຸນາ 2025 ນີ້, ຫ້ອງວ່າການສູນກາງພັກ (ຫສພ) ຈັດເຜີຍແຜ່, ເຊື່ອມຊຶມມະຕິ 10 ຂອງສູນກາງພັກ ແລະ ປະກາດແຕ່ງຕັ້ງ ສະຫາຍ ບຸນທັນ ກຸສົນສະໜອງ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ແຕ່ງຕັ້ງ ສະຫາຍ ພູນໄຊ ພົມມີໄຊ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍ ຜູ້ປະຈຳການຄະນະເລຂາທິການສູນກາງພັກ

ads
ads

Top