ສະພາແຫ່ງຊາດ ລາວ ແລະ ສະພາຜູ້ແທນ ປະຊາຊົນ ຈີນ ເພີ່ມທະວີການຮ່ວມມື

05/09/2023 13:10
Email Print 1816
ຂປລ ຂປລ.ເພື່ອປະກອບສ່ວນຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ແລະ ການເປັນຄູ່ຮ່ວມຊະຕາກໍາສັງຄົມນິຍົມ ລາວ-ຈີນ, ຈີນ-ລາວ

ຂປລ.ເພື່ອປະກອບສ່ວນຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ແລະ ການເປັນຄູ່ຮ່ວມຊະຕາກໍາສັງຄົມນິຍົມ ລາວ-ຈີນ, ຈີນ-ລາວ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະພາຜູ້ແທນປະຊາຊົນ ທົ່ວປະເທດຈີນ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ເປັນຮູບປະທໍາຍິ່ງໆຂຶ້ນ. ໃນວັນທີ 4 ກັນຍາ 2023 ທີ່ນະຄອນ ຫລວງປັກກິ່ງ ສປ ຈີນ, ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະ ທານສະພາແຫ່ງຊາດລາວ ແລະ ສະຫາຍ ຈ້າວ ເລີ້ ຈີ້ ກໍາມະການຄະນະປະຈໍາກົມການເມືອງສູນກາງພັກກອມມູນິດຈີນ, ປະທານສະພາຜູ້ແທນ ປະຊາຊົນ ທົ່ວປະເທດຈີນ ໄດ້ລົງນາມ ໃນຂໍ້ຕົກລົງ ການຮ່ວມມື ເຊິ່ງເປັນນິຕິກໍາອັນສໍາຄັນໜຶ່ງທາງປະຫວັດສາດ ແລະ ເປັນບ່ອນອີງ ໃນການພົວພັນຮ່ວມມື ລະຫວ່າງ ສອງອົງການນິບັນຍັດ ຂອງສອງປະເທດ ລາວ-ຈີນ.

ສຳລັບ ເນື້ອໃນສຳຄັນຂອງຂໍ້ຕົກລົງການຮ່ວມມື ໂດຍສອງຝ່າຍ ໄດ້ເຫັນດີເປັນເອກະພາບ ຈະສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງ, ກຳມາທິການ, ຄະນະ ມິດຕະພາບລັດຖະສະພາ ແລະ ວິຊາການຮ່ວມກັນ; ຊຸກຍູ້ການແລກປ່ຽນ, ການໄປມາຫາສູ່ກັນ ລະຫວ່າງ ສະພາປະຊາຊົນຂັ້ນແຂວງ ຂອງ ສປປ ລາວ ແລະ ສະພາປະຊາຊົນ ຂັ້ນທ້ອງຖິ່ນ ຂອງ ສປ ຈີນ. ສອງຝ່າຍ ຈະຮ່ວມກັນພັດທະນາຊັບພະຍາ ກອນມະນຸດ ໂດຍຜ່ານການແລກປ່ຽນບົດຮຽນ ແລະ ປະສົບການ, ແລກປ່ຽນຂໍ້ມູນຂ່າວສານ ໂດຍການຈັດກອງປະຊຸມຝຶກອົບຮົມ, ສຳມະນາ ແລະ ກອງປະຊຸມລະບົບທາງໄກ. ຂໍ້ຕົກລົງສະບັບນີ້, ມີອາຍຸການ ນໍາໃຊ້ 5 ປີ ແຕ່ປີ 2023-2027 ແລະ ສາມາດຕໍ່ໄດ້ຕື່ມອີກ ຕາມການຕົກລົງສອງຝ່າຍ.

ກ່ອນຈະມີການລົງນາມໃນຂໍ້ຕົກລົງການຮ່ວມມືດັ່ງກ່າວ, ປະທານສະພາແຫ່ງຊາດລາວ ແລະ ປະ ທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ໄດ້ພົບປະສອງຝ່າຍ ເພື່ອຮ່ວມກັນຕີລາຄາຄືນ ການພົວພັນ ແລະ ການຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ ລາວ-ຈີນ ໃນໄລຍະຜ່ານມາ ເຊິ່ງສອງຝ່າຍ ໄດ້ມີການແລກປ່ຽນຄະນະຜູ້ແທນຂັ້ນສູງ ຈົນຮອດຂັ້ນວິຊາການ ນັບແຕ່ສູນກາງຈົນຮອດທ້ອງຖິ່ນ, ແລກປ່ຽນບົດຮຽນ, ປະສົບການ ແລະ ຂໍ້ມູນຂ່າວສານ ກ່ຽວກັບການຈັດຕັ້ງ ປະຕິບັດພາລະບົດບາດ ດ້ານນິຕິບັນຍັດ ມີການແລກປ່ຽນສານຊົມເຊີຍ ໃນໂອກາດທີ່ມີການເລືອກຕັ້ງການນໍາສະພາແຫ່ງຊາດ ໃນແຕ່ລະຊຸດ ນໍາກັນ, ສານສະແດງ ຄວາມເຫັນໃຈໃນເວລາເກີດໄພພິບັດທາງທໍາມະຊາດ, ຈັດຕັ້ງກອງປະຊຸມສໍາມະນາ, ທັດສະ ນະສຶກສາ ແລະ ຝຶກອົບຮົມ ໂດຍສະພາ ຜູ້ແທນ ປະຊາຊົນ ທົ່ວປະເທດຈີນ ໄດ້ໃຫ້ທຶນແກ່ ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ແລະ ພະນັກງານວິຊາການ ເຂົ້າຮ່ວມການ ຝຶກອົບຮົມ ໃນການຍົກລະດັບ ດ້ານວິຊາສະເພາະ, ວິຊາການ ແລະ ຮຽນຮູ້ກ່ຽວກັບ ລະບົບການເມືອງ, ການປົກຄອງ ແລະ ການພັດທະນາ ເສດຖະກິດ-ສັງຄົມ ຢູ່ ສປ ຈີນ. ນອກຈາກນີ້, ສອງຝ່າຍ ຍັງໄດ້ຮ່ວມມື ແລະ ສະໜັບສະໜູນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ. ໃນນີ້, ສະພາຜູ້ແທນ ປະຊາຊົນ ທົ່ວປະເທດຈີນ ຈະໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນ ແກ່ສະພາແຫ່ງຊາດລາວ ໃນການເປັນເຈົ້າພາບ ຈັດກອງປະຊຸມ ສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ ຫລື AIPA ຄັ້ງທີ 45 ເຊິ່ງຈະຈັດຂຶ້ນ ໃນເດືອນຕຸລາ 2024.

ພ້ອມດຽວກັນນີ້, ສອງຝ່າຍ ເຫັນດີເປັນເອກະພາບກັນໃນການສືບຕໍ່ຊຸກຍູ້ ແລະ ສົ່ງເສີມ ສາຍພົວ ພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ແລະ ການເປັນຄູ່ຮ່ວມຊະຕາກໍາສັງຄົມນິຍົມ ລາວ-ຈີນ, ຈີນ-ລາວ ໃຫ້ເປັນຮູບປະທໍາຫລາຍຂຶ້ນກວ່າເກົ່າ. ໃນນີ້, ພົ້ນເດັ່ນກວ່າໝູ່ ແມ່ນການຈັດຕັ້ງປະຕິບັດ ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ໂດຍແມ່ນການສ້າງ ເສັ້ນທາງລົດໄຟດ່ວນລາວ-ຈີນ ເຊິ່ງເປັນສັນຍາລັກອັນສໍາຄັນ ແຫ່ງການພົວພັນຮ່ວມມື ກໍຄືການເຊື່ອມໂຍງເຊື່ອມຈອດ, ເປັນເສັ້ນທາງແຫ່ງມິດ ຕະພາບ ແລະ ນໍາເອົາຄວາມຜາສຸກ ມາສູ່ປະຊາຊົນສອງຊາດ ລາວ-ຈີນ.

ສໍາລັບການຮ່ວມມືທາງດ້ານເສດຖະກິດສອງຝ່າຍ ລາວ-ຈີນ ໄດ້ມີໝາກຜົນສໍາເລັດອັນໃໝ່ ເປັນ ຕົ້ນແມ່ນ ສປ ຈີນ ເປັນອັນດັບໜຶ່ງ ຂອງການລົງທຶນ ຕ່າງປະເທດ ຢູ່ ສປປ ລາວ ເຊິ່ງມີ 834 ໂຄງການ ລວມມູນຄ່າ 16 ຕື້ກວ່າໂດລາສະຫະລັດ, ເປັນປະເທດຄູ່ການຄ້າໃຫຍ່ອັນດັບສອງຂອງ ສປປ ລາວ, ມີມູນຄ່າການຄ້າ ລາວ-ຈີນ ໃນປີ 2022 ບັນລຸໄດ້ 5 ຕື້ກວ່າໂດລາສະຫະລັດ. ຂະນະດຽວກັນ, ນັກທ່ອງທ່ຽວຈີນ ກໍຈັດຢູ່ໃນອັນດັບ 2 ຂອງນັກທ່ອງທ່ຽວ ຕ່າງປະເທດ ມາທ່ອງທ່ຽວຢູ່ລາວ ໃນປີ 2022 ມີຈໍານວນ 4 ແສນກວ່າເທື່ອຄົນ.

KPL

ຂ່າວອື່ນໆ

    • ຄວາມໝາຍຄວາມສຳຄັນ ແລະ ຄວາມຄາດຫວັງຕໍ່ຜົນສຳເລັດການຢ້ຽມຢາມທາງການ ສປປ ລາວ ຂອງທ່ານນາຍົກລັດຖະມົນຕີ ສສ ຫວຽດນາມການເມືອງ

      ຄວາມໝາຍຄວາມສຳຄັນ ແລະ ຄວາມຄາດຫວັງຕໍ່ຜົນສຳເລັດການຢ້ຽມຢາມທາງການ ສປປ ລາວ ຂອງທ່ານນາຍົກລັດຖະມົນຕີ ສສ ຫວຽດນາມ

      10/8/2026 10:38:07 AM

      ວັນທີ 6 ຕຸລາ 2026 ນີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍອັນສຳຄັນຂອງການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ວ່າ: ການຢ້ຽມຢາມຄັ້ງນີ້ມີຄວາມໝາຍປະຫວັດສາດອັນຍິ່ງໃຫຍ່, ເປັນການຢ້ຽມຢາມທາງການຄັ້ງທຳອິດຂອງທ່ານ ເລ ມິງ ຮຶງ ນັບຕັ້ງແຕ່ດຳລົງຕຳແໜ່ງນາຍົກລັດຖະມົນຕີ ແລະ ສຳຄັນທີ່ສຸດ, ສປປ ລາວ ເປັນປະເທດທຳອິດທີ່ທ່ານໄດ້ເລືອກມາເຄື່ອນໄຫວຕ່າງປະເທດ. ການເລືອກດັ່ງກ່າວສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມຜູກພັນອັນພິເສດ ແລະ ຄວາມສຳຄັນທີ່ຝ່າຍຫວຽດນາມມອບໃຫ້ແກ່ສາຍພົວພັນສອງປະເທດ, ເປັນການຢືນຢັນວ່າສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ ຈະສືບຕໍ່ຖະນຸຖະໜອມ, ເພີ່ມພູນຄູນສ້າງ ແລະ ກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ.

    • ກະຊວງການເງິນຊີ້ແຈງຫລາຍບັນຫາ ຕິດພັນກັບກົນໄກການປົກຄອງເກັບລາຍຮັບ ແລະ ຈັດສັນຫງົບປະມານການເມືອງ

      ກະຊວງການເງິນຊີ້ແຈງຫລາຍບັນຫາ ຕິດພັນກັບກົນໄກການປົກຄອງເກັບລາຍຮັບ ແລະ ຈັດສັນຫງົບປະມານ

      10/8/2026 9:06:36 AM

      ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລາ 2026 ນີ້, ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໃນຫລາຍບັນຫາສຳຄັນຕິດພັນກັບ ກົນໄກການຄຸ້ມຄອງເກັບລາຍຮັບ, ການຈັດສັນງົບປະມານ, ການຈັດສັນໂຄງການລົງທຶນຂອງລັດເຂົ້າແຜນ, ການຕິດຕາມກວດກາ ແລະ ການນໍາໃຊ້ງົບປະມານລົງທຶນຂອງລັດ.

    • ສສກ ວາງຫລາຍມາດຕະການແກ້ໄຂບັນຫາການປະລະການຮຽນການເມືອງ

      ສສກ ວາງຫລາຍມາດຕະການແກ້ໄຂບັນຫາການປະລະການຮຽນ

      10/8/2026 8:57:50 AM

      ບັນຫາການປະລະການຮຽນຂອງນັກຮຽນແຕ່ລະລະດັບ ນັບແຕ່ຊັ້ນປະຖົມ, ມັດທະຍົມຈົນ ເຖິງການສຶກສາຊັ້ນສູງ ແລະ ອາຊີວະສຶກສາຍັງເປັນສ່ິງທ້າທາຍສຳຄັນຂອງຂະແໜງການສຶກສາ ເນ່ືອງຈາກສົ່ງຜົນຕໍ່ການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນາເສດຖະ ກິດ-ສັງຄົມ. ເພ່ືອແກ້ໄຂບັນຫາດັ່ງກ່າວ, ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ວາງຫລາຍມາດຕະການທັງດ້ານນະໂຍບາຍ, ການຊ່ວຍເຫລືອນັກຮຽນ, ການປັບປຸງໂຄງສ້າງ ແລະ ຄຸນນະພາບການສຶກສາ.

    • ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດມຽນມາ ປະຈຳລາວການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດມຽນມາ ປະຈຳລາວ

      10/8/2026 8:48:22 AM

      ໃນວັນທີ 7 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ອ່ອງ ໂກ (Aung Ko) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ປະຈໍາ ສປປ ລາວ ທີ່ໄດ້ຕາງໜ້າທ່ານປະທານາທິບໍດີ ກໍຄືລັດຖະບານ ແຫ່ງ ສສ ມຽນມາ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນມາຍັງທ່ານ ສະເຫລີມໄຊ ກົມມະສິດ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

    • ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລາຊະທູດລາຊະອານາຈັກໄທ ປະຈຳລາວການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລາຊະທູດລາຊະອານາຈັກໄທ ປະຈຳລາວ

      10/7/2026 9:06:54 AM

      ໃນຕອນບ່າຍວັນທີ 6 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະລາຊະທູດ ແຫ່ງ ລາຊະອານາຈັກໄທ ປະຈຳ ສປປ ລາວ ທ່ີໄດ້ຕາງໜ້າໃຫ້ທ່ານນາຍົກລັດຖະມົນຕີ ກໍຄື ລັດຖະບານ ແຫ່ງ ລາຊະອານາຈັກໄທ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນມາຍັງທ່ານ ສະເຫລີມໄຊ ກົມມະສິດ ທີ່ໄດ້ຮັບແຕ່ງຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ads
ads

Top