ຂປລ
ຂປລ.ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງ ທ່ຽວ ໄດ້ມີຄຳເຫັນໃນເວທີສົນທະນາ ສື່ມວນຊົນລາວ ໃນວັນທີ 10 ສິງຫາ 2023 ນີ້ ເນື່ອງໃນໂອກາດວັນສ້າງຕັ້ງ ສື່ມວນຊົນ ຄົບຮອບ 73 ປີ

ຂປລ.ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງ ທ່ຽວ ໄດ້ມີຄຳເຫັນໃນເວທີສົນທະນາ ສື່ມວນຊົນລາວ ໃນວັນທີ 10 ສິງຫາ 2023 ນີ້ ເນື່ອງໃນໂອກາດວັນສ້າງຕັ້ງ ສື່ມວນຊົນ ຄົບຮອບ 73 ປີ ໂດຍຍົກໃຫ້ເຫັນເຖິງ ສື່ສັງຄົມອອນລາຍ ແລະ ການຄຸ້ມຄອງໜ້າຂ່າວ ໃນສື່ສັງຄົມອອນລາຍ. ສື່ສັງຄົມອອນລາຍ ຫລື ສື່ແບບໃໝ່ ໝາຍເຖິງພາຫະ ນະໂຄສະນາປະເພດໜຶ່ງ ຂອງສື່ເອເລັກໂຕຣນິກທີ່ສາມາດສື່ສານໄດ້ ສອງລວງດ້ວຍການນໍາໃຊ້ ເຕັກໂນໂລຊີສື່ສານ ທັນສະໄໝ ໃນການສົ່ງຂໍ້ມູນ-ຂ່າວສານເປັນຕົວອັກສອນ, ພາບ ແລະ ສຽງ ຜ່ານລະບົບເຄື່ອຂ່າຍອິນເຕີເນັດ.
ສື່ສັງຄົມອອນລາຍ ໄດ້ເຂົ້າມາມີບົດບາດສໍາຄັນ ແລະ ແຜ່ຫລາຍ ເຊິ່ງໄດ້ຮັບຄວາມນິຍົມຊົມຊອບ ຈາກຄົນໃນສັງຄົມປັດຈຸບັນ ເຮັດໃຫ້ສື່ແບບເກົ່າ ໄດ້ຮັບຜົນກະທົບຢ່າງຫລີກລ່ຽງບໍ່ໄດ້ ຈຶ່ງຮຽກຮ້ອງໃຫ້ທົ່ວສັງຄົມ ບໍລິໂພກຂ່າວແບບໃໝ່ຢ່າງມີສະຕິ ໂດຍສະເພາະ ບັນດາສື່ມວນຊົນລາວ ຕ້ອງສຶກສາຮຽນຮູ້ ແລະ ກຳແໜ້ນດ້ານເນື້ອໃນ ທີ່ອາດກະ ທົບຕໍ່ນະໂຍບາຍ ຂອງພັກ ແລະ ລັດຖະບານ. ພ້ອມນັ້ນ ສື່ມວນຊົນລາວ ຕ້ອງພັດທະນາຕົນເອງ ໃຫ້ມີຄວາມກ້າວໜ້າ ແລະ ມີຄຸນນະພາບ, ສາມານຳໃຊ້ ເຕັກໂນໂລຊີ ທີ່ທັນສິໄໝ ຢ່າງຖືກຕ້ອງ.
ທ່ານ ສົມສະຫວາດ ພົງສາ ໃຫ້ຮູ້ອີກວ່າ: ສື່ສັງຄົມອອນລາຍ ມີທັງດ້ານດີ ແລະ ດ້ານລົບ ທີ່ຕິດພັນກັບການດຳລົງຊີວິດ ຂອງມວນມະນຸດເຮົາໃນປັດຈຸບັນ ເຊິ່ງດ້ານດີແມ່ນຊ່ວຍໃຫ້ ສາມາດຕິດຕໍ່ສື່ສານ, ຕິດຕໍ່ພົວພັນໄດ້ຢ່າງວ່ອງໄວ ເຮັດໃຫ້ເຫດການຕ່າງໆ ທີ່ເກີດຂຶ້ນໃນໂລກນີ້ ສາມາດຮັບຮູ້ໄດ້ພາຍໃນ 1 ນາທີ. ຂະນະດຽວກັນ ກໍຍັງມີຄົນຈຳນວນໜຶ່ງ ທີ່ບໍ່ທັນຮັບຮູ້ ຫລື ຮູ້ເທົ່າບໍ່ເຖິງການ ນຳໃຊ້ສື່ສັງຄົມອອນລາຍ ໃນດ້ານທີ່ຜິດເຊັ່ນ: ເອົາຂໍ້ມູນທີ່ບຶດເບືອນຄວາມຈິງ, ຂໍ້ມູນທີ່ຈົງໃຈສ້າງຂຶ້ນ ເພື່ອສ້າງຜົນປະໂຫຍດ ໃຫ້ແກ່ຕົນເອງ ແລະ ຫວັງທຳຮ້າຍຄົນອື່ນ ອອກມາເຜີຍແຜ່.
ສະນັ້ນ, ເພື່ອຄຸ້ມຄອງການນຳໃຊ້ ສື່ສັງຄົມອອນລາຍ, ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ມີລະບຽບການໃນຄຸ້ມຄອງ ໂດຍນຳໃຊ້ກົດໝາຍ ວ່າດ້ວຍສືມວນຊົນ, ກົດໝາຍຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ທັງນີ້, ກໍເພື່ອຄຸ້ມຄອງ ສື່ສັງຄົມອອນລາຍ ໃຫ້ເຂົ້າສູ່ລະບຽບການ.
KPL