ກອງປະຊຸມສະໄໝວິສາມັນ ຄະນະ ກໍາມະການໄອຍະການປະຊາຊົນສູງສຸດ ຊຸດທີ II

05/05/2023 13:02
Email Print 1783
ຂປລ ຂປລ. ກອງປະຊຸມສະໄໝວິສາມັນ ຂອງຄະນະກຳມະການ ໄອຍະການປະຊາຊົນສູງສຸດ ຊຸດທີ II ຈັດ​ຂຶ້ນໃນວັນທີ 4 ພຶດສະພາ 2023 ພາຍໃຕ້ການເປັນປະທານຂອງ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ

 

  ຂປລ. ກອງປະຊຸມສະໄໝວິສາມັນ ຂອງຄະນະກຳມະການ ໄອຍະການປະຊາຊົນສູງສຸດ ຊຸດທີ II ຈັດ​ຂຶ້ນໃນວັນທີ 4 ພຶດສະພາ 2023 ພາຍໃຕ້ການເປັນປະທານຂອງ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານຄະນະກຳມະ ການໄອຍະການປະຊາຊົນສູງສຸດ, ມີຮອງປະທານຄະນະກຳມະການໄອຍະການປະຊາຊົນສູງສຸດ ແລະ ກອງເລຂາ ​ເຂົ້າ​ຮ່ວມ.
   ກອງປະຊຸມໄດ້ຮັບຟັງການລາຍງານ ແລະ ປະກອບຄໍາເຫັນ ໃສ່ຫລາຍບັນຫາສໍາຄັນ ຕາມຄໍາຖາມເຈາະຈີ້ມຂອງ ທ່ານປະທານຄະນະກຳມະການໄອຍະການປະຊາຊົນສູງສຸດ ຊຶ່ງເປັນບັນຫາຍຸດທະສາດຂອງອົງການໄອຍະການປະຊາຊົນ ເປັນຕົ້ນ ຂໍ້ຕົກລົງວ່າດ້ວຍຫ້ອງໃຫ້ຄໍາປຶກສາທາງດ້ານກົດໝາຍແກ່ປະຊາຊົນ ແລະ ການປະເມີນຜົນຂອງ ຫ້ອງໃຫ້ຄໍາປຶກສາທາງດ້ານກົດໝາຍດັ່ງກ່າວ
; ຄົ້ນຄວ້າປັບ ປຸງຂໍ້ຕົກລົງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ວ່າດ້ວຍພະນັກງານໄອຍະການ ແລະ ຜູ້ຊ່ວຍ; ການສະເໜີສ້າງຕັ້ງອົງການໄອຍະການປະຊາຊົນເຂດ ຢູ່ ແຂວງເຊກອງ ແລະ ແຂວງອັດຕະປື; ການປະເມີນຜົນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການໄອຍະການປະຊາຊົນເຂດປະຈໍາເມືອງ ໂດຍຖືເອົາເມືອງປາກງຶ່ມ ນະຄອນຫລວງວຽງຈັນ ເປັນບ່ອນທົດລອງ; ວຽກງານສ້າງ ແລະ ປັບປຸງນິຕິກໍາ ຄູ່ມືການຂຽນຄໍາຖະແຫລງໃນຄະດີອາຍາ ແລະ ຄະດີແພ່ງ, ຄໍາແນະນໍາກ່ຽວກັບການຕິດຕາມກວດກາ ແລະ ການນໍາໃຊ້ 7 ມາດຕະການສະກັດກັ້ນ; ການລາຍງານການປະເມີນຜົນກ່ຽວກັບການຫັນລົງສູ່ຮາກຖານ ເພື່ອຊຸກຍູ້ວຽກງານຕິດຕາມກວດກາທົ່ວໄປ ແລະ ການສ້າງກົນໄກປະສານງານ ລະຫວ່າງ ອົງການໄອຍະການປະຊາຊົນທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ; ການກະກຽມເປັນເຈົ້າພາບຈັດກອງປະຊຸມ 4 ພາກສ່ວນ ກ່ຽວກັບການດໍາເນີນຄະດີຕາມຂະບວນການຍຸຕິທໍາ.
   ໃນວາລະກອງ​ປະຊຸມ, ທ່ານປະທານ
, ຮອງປະທານ ແລະ ບັນດາຄະນະກໍາມະການໄອຍະການປະຊາຊົນສູງສຸດ ໄດ້ສຸມໃສ່ຄົ້ນຄວ້າ, ປຶກສາຫາລື ​ແລະ ປະກອບຄໍາຄິດຄໍາເຫັນ ຢ່າງເປັນຂະບວນຟົດ ຟື້ນ ແນໃສ່ເຮັດໃຫ້ອົງການໄອຍະການປະຊາຊົນ ນັບມື້ເຕີບໃຫຍ່ເຂັ້ມແຂງ, ໄດ້ຮັບການພັດທະນາ ແລະ ຮັບປະກັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການໄອຍະການປະຊາຊົນ ຕາມກົດໝາຍ, ເຮັດໃຫ້ກົດໝາຍໄດ້ຮັບການຄົບລົບ ແລະ ປະຕິບັດຢ່າງຖືກຕ້ອງ ແລະ ເປັນເອກະພາບ  ແນໃສ່ປົກປ້ອງຜົນປະໂຫຍດຂອງລັດ, ສັງຄົມ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ເພີ່ມທະວີນິຕິທຳ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດທາງກ້າວໜ້າ ແລະ ທັນສະໄໝ.

ຂ່າວ: ອອປສ

KPL

ຂ່າວອື່ນໆ

    • ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງການເມືອງ

      ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ

      1/7/2026 2:39:08 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ, ສະຫາຍ ຄຳມອນ ຈັນທະຈິດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງ ປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນ 2026 ວ່າ: ຕົນມີ ຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ມີສ່ວນຮ່ວມເຂົ້າໃນການກຽມກອງປະຊຸມໃນຄັ້ງນີ້ ຖືວ່າເປັນບັນຍາ ກາດທີ່ມີຄວາມຄຶກຄື້ນ, ມີຄວາມຮັບຜິດຊອບ ແລະ ທັງມີຄວາມສະນິດສະໜົມ ບໍ່ວ່າຢູ່ພາຍໃນກອງປະຊຸມ ແລະ ຢູ່ນອກກອງປະຊຸມ ລ້ວນແຕ່ສະແດງເຖິງຄວາມຕັ້ງໃຈ, ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ.

    • ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດການເມືອງ

      ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດ

      1/7/2026 2:33:02 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວັນທີ 6 ມັງກອນ 2026 ນີ້, ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ພະນັກງານສະມາຊິກພັກ ໃນຂອບເຂດທົ່ວປະເທດ ກໍຄື ເປັນຕົວແທນສະມາຊິກພັກກະ ຊວງ ຍທຂ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້, ຖືເປັນເຫດການການເມືອງ ທີ່ມີຄວາມໝາຍຄວາມສໍາຄັນຫລາຍ ທີ່ໄດ້ຮັບຮູ້ກ່ຽວກັບການສະຫລຸບຕີລາຄາການນໍາພາຂອງພັກ ຕະຫລອດໄລຍະ 5 ປີ ຜ່ານມາ ແລະ ກໍານົດທິດທາງແຜນ ການ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາໃນຕໍ່ໜ້າ ໃຫ້ມີອັນພົ້ນເດັ່ນ ມີອັນໃໝ່ໆ ນໍາພາປະເທດຊາດເຮົາກ້າວຂຶ້ນໃນແຕ່ລະໄລຍະ.

    • ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ  ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝການເມືອງ

      ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝ

      1/7/2026 2:26:55 PM

      ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກ ປປ ລາວ ກໍຄື ຄະນະບໍລິຫານງານສູນກາງພັກ ຊຸດທີ XII ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃຫ້ໂປ່ງໃສຍິ່ງຂຶ້ນ, ຫລຸດຜ່ອນຂອດຂັ້ນ ແລະ ຍົກສູງປະສິດທິພາບ ແລະ ຄວາມສາມາດ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ການຫັນເປັນທັນສະໄໝ-ຫັນເປັນດີຈິຕອນ, ການແບ່ງຂັ້ນຄຸ້ມຄອງ, ແບ່ງສິດໃຫ້ຈະແຈ້ງ, ຂາດຕົວ ແລະ ສ້າງສະພາບແວດລ້ອມການລົງທຶນ, ການດໍາເນີນການຜະ ລິດ-ທຸລະກິດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີຄວາມສາມາດສູງຂຶ້ນໃນການແຂ່ງຂັນ.

    • ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນການເມືອງ

      ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ

      1/7/2026 2:06:59 PM

      ໄລຍະ 5 ປີ (2026-2030) ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເປັນແຜນສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ, ບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ທັງເປັນແຜນຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຍຸດທະສາດການພັດທະນາ ໄລຍະ 10 ປີ (2026-2035) ແລະ ວິໄສທັດ ຮອດປີ 2055, ສືບຕໍ່ປະຕິບັດ 4 ບຸກທະລຸ ໃຫ້ແຂງແຮງ, ເລິກເຊິ່ງ.

    • ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນການເມືອງ

      ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນ

      1/7/2026 7:47:13 AM

      ໃນວາລະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດລາວໃນມື້ທຳອິດ ໃນວັນທີ 6 ມັງກອນ 2026.

ads
ads

Top