ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍ ວ່າດ້ວຍຊາວໜຸ່ມລາວ

10/11/2020 11:32
Email Print 1048
ຂປລ ຂປລ.ໃນວາລະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ວັນທີ 10 ພະຈິກ 2020 ໂດຍການເປັນປະທານຂອງ ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກ ສະພາແຫ່ງຊາດ (ສສຊ)

ຂປລ.ໃນວາລະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ວັນທີ 10 ພະຈິກ 2020 ໂດຍການເປັນປະທານຂອງ ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກ ສະພາແຫ່ງຊາດ (ສສຊ) ໄດ້ພິຈາລະນາ ປະກອບຄຳເຫັນໃສ່ ຮ່າງກົດໝາຍ ວ່າດ້ວຍຊາວໜຸ່ມລາວ (ສະບັບສ້າງໃໝ່) ເຊິ່ງປະກອບມີ 9 ພາກ, 7 ໝວດ, 63 ມາດຕາ, ສະເໜີໂດຍທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.

ທ່ານ ອາລຸນໄຊ ສູນນະລາດ ໄດ້ຊີ້ໃຫ້ເຫັນເຖິງເຫດຜົນ ແລະ ຄວາມຈຳເປັນ ໃນການສ້າງກົດໝາຍ ວ່າດ້ວຍຊາວໜຸ່ມລາວ ເຊິ່ງກົດຫມາຍ ສະບັບນີ້ ຈະເປັນການເພີ່ມ ຄວາມຮັບຜິດຊອບ, ພັນທະ ແລະ ເປັນເຄື່ອງມື ໃຫ້ແກ່ການຈັດຕັ້ງຂອງລັດ, ການຈັດຕັ້ງການເມືອງ-ສັງຄົມ, ບຸກຄົນ, ນິຕິບຸກຄົນ ໃນການຄຸ້ມຄອງ, ປົກປ້ອງ, ສົ່ງເສີມ ແລະ ພັດທະນາຊາວຫນຸ່ມ ໃຫ້ກາຍເປັນກໍາລັງແຮງ ເປັນຜູ້ສືບທອດທີ່ມີຄຸນນະພາບ ໃນການ ປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ. ໃນສະພາບປັດຈຸບັນ ແລະ ອະ ນາຄົດຊາວຫນຸຸ່ມລາວ ແມ່ນນັບມື້ເພີ່ມຂຶ້ນ; ໃນນັ້ນ, ມີຊາວຫນຸຸ່ມຈໍານວນ ຫລາຍສົມຄວນ ທີ່ຍັງບໍ່ທັນໄດ້ຮັບການຄຸ້ມຄອງ, ປົກປ້ອງ, ສົ່ງເສີມ ແລະ ພັດທະນາ ຢ່າງເປັນລະບົບ ຈຶ່ງພາໃຫ້ມີຊາວຫນຸ່ມ ຈໍານວນຫນຶ່ງມີແນວຄິດ ແລະ ເຄື່ອນໄຫວບໍ່ສອດຄ່ອງ ກັບກົດຫມາຍ, ວັດທະນະທໍາ, ຮີດຄອງປະເພນີອັນດີງາມ ເຊິ່ງເປັນ ສາເຫດທີ່ພາໃຫ້ເກີດມີ ປະກົດການຫຍໍ້ທໍ້ ດ້ານຕ່າງໆໃນສັງຄົມ ເປັນຕົ້ນ ມີການຈັດຕັ້ງ ຂອງຊາວຫນຸ່ມ ທີ່ບໍ່ໄດ້ຮັບອະນຸຍາດ ແລະ ບໍ່ຖືກຕ້ອງຕາມກົດຫມາຍຫລາຍສົມຄວນ ໂດຍໄດ້ຮັບການສະຫນັບສະຫນູນ ຈາກບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ. ຊາວຫນຸ່ມລາວຈໍານວນບໍ່ຫນ້ອຍມີການພົວ ພັນກັບສິ່ງເສບຕິດ, ການຂັບຂີ່ທີ່ລະເມີດກົດຫມາຍ ພາໃຫ້ເກີດອຸປະຕິເຫດ ຕາມທ້ອງຖະຫນົນ ນັບມື້ນັບເພີ່ມຂຶ້ນ, ການຂີ້ລັກ, ງັດແງະ, ການປຸ້ນຈີ້ ຊີງຊັບ, ຂ້າເຈົ້າເອົາຂອງ, ການຄ້າມະນຸດ, ບໍ່ມີວິຊາຊີບ, ບໍ່ມີວຽກເຮັດງານທໍາ, ມີຄ່ານິຍົມທີ່ບໍ່ດີ, ປະລະການຮຽນ, ລວມທັງການເຂົ້າເຖິງ ການບໍລິການສຸຂະພາບ ຍັງບໍ່ທັນຮັບປະກັນ, ແຕ່ງດອງກ່ອນໄວອາຍຸ, ການປະຮ້າງ ແລະ ອື່ນໆ.

ພາຍຫລັງກົດຫມາຍ ວ່າດ້ວຍຊາວຫນຸ່ມລາວ ສະບັບນີ້ ໄດ້ຮັບການພິຈາລະນາຮັບຮອງ ຈາກສະ ພາແຫ່ງຊາດໃນຄັ້ງນີ້ ທຸກການຈັດຕັ້ງ ຂອງຊາວຫນຸ່ມລາວ ແມ່ນຂຶ້ນກັບການຄຸ້ມຄອງ ຂອງສະຫະພັນ ຊາວຫນຸ່ມລາວ ໂດຍມີຄະນະຊາວຫນຸ່ມປະຊາຊົນ ປະຕິວັດລາວ ເປັນແກນນໍາ; ການຈັດຕັ້ງຂອງລັດ, ການຈັດ ຕັ້ງຂອງພາກສ່ວນອື່ນ ແລະ ຄອບຄົວ ມີສິດ ແລະ ຫນ້າທີ່ ຄຸ້ມຄອງ, ປົກປ້ອງ, ສົ່ງເສີມ ແລະ ພັດທະ ນາຊາວຫນຸ່ມລາວ ຕາມທີ່ໄດ້ກໍານົດໄວ້ ໃນກົດຫມາຍສະບັບນີ້ ເຊິ່ງຈະເຮັດໃຫ້ ຊາວຫນຸ່ມລາວ ໄດ້ຮັບ ການຄຸ້ມຄອງ, ປົກປ້ອງ, ສົ່ງເສີມ, ພັດທະນາ ແລະ ເປັນການແກ້ໄຂປະກົດ ການຫຍໍ້ທໍ້ຕ່າງໆ ໃນສັງຄົມ ໃຫ້ຫລຸດລົງເທື່ອລະກ້າວ ແລະ ຈະເຮັດໃຫ້ສາກົນ ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບ ນະໂຍບາຍຂອງລັດຕໍ່ການພັດ ທະນາຊາວຫນຸ່ມລາວ ໃນໄລຍະໃໝ່.

ຂ່າວ ສົມຫວັງ-ພາບ ເກດສະໜາ

KPL

ຂ່າວອື່ນໆ

    • ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງການເມືອງ

      ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ

      1/7/2026 2:39:08 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ, ສະຫາຍ ຄຳມອນ ຈັນທະຈິດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງ ປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນ 2026 ວ່າ: ຕົນມີ ຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ມີສ່ວນຮ່ວມເຂົ້າໃນການກຽມກອງປະຊຸມໃນຄັ້ງນີ້ ຖືວ່າເປັນບັນຍາ ກາດທີ່ມີຄວາມຄຶກຄື້ນ, ມີຄວາມຮັບຜິດຊອບ ແລະ ທັງມີຄວາມສະນິດສະໜົມ ບໍ່ວ່າຢູ່ພາຍໃນກອງປະຊຸມ ແລະ ຢູ່ນອກກອງປະຊຸມ ລ້ວນແຕ່ສະແດງເຖິງຄວາມຕັ້ງໃຈ, ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ.

    • ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດການເມືອງ

      ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດ

      1/7/2026 2:33:02 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວັນທີ 6 ມັງກອນ 2026 ນີ້, ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ພະນັກງານສະມາຊິກພັກ ໃນຂອບເຂດທົ່ວປະເທດ ກໍຄື ເປັນຕົວແທນສະມາຊິກພັກກະ ຊວງ ຍທຂ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້, ຖືເປັນເຫດການການເມືອງ ທີ່ມີຄວາມໝາຍຄວາມສໍາຄັນຫລາຍ ທີ່ໄດ້ຮັບຮູ້ກ່ຽວກັບການສະຫລຸບຕີລາຄາການນໍາພາຂອງພັກ ຕະຫລອດໄລຍະ 5 ປີ ຜ່ານມາ ແລະ ກໍານົດທິດທາງແຜນ ການ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາໃນຕໍ່ໜ້າ ໃຫ້ມີອັນພົ້ນເດັ່ນ ມີອັນໃໝ່ໆ ນໍາພາປະເທດຊາດເຮົາກ້າວຂຶ້ນໃນແຕ່ລະໄລຍະ.

    • ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ  ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝການເມືອງ

      ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝ

      1/7/2026 2:26:55 PM

      ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກ ປປ ລາວ ກໍຄື ຄະນະບໍລິຫານງານສູນກາງພັກ ຊຸດທີ XII ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃຫ້ໂປ່ງໃສຍິ່ງຂຶ້ນ, ຫລຸດຜ່ອນຂອດຂັ້ນ ແລະ ຍົກສູງປະສິດທິພາບ ແລະ ຄວາມສາມາດ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ການຫັນເປັນທັນສະໄໝ-ຫັນເປັນດີຈິຕອນ, ການແບ່ງຂັ້ນຄຸ້ມຄອງ, ແບ່ງສິດໃຫ້ຈະແຈ້ງ, ຂາດຕົວ ແລະ ສ້າງສະພາບແວດລ້ອມການລົງທຶນ, ການດໍາເນີນການຜະ ລິດ-ທຸລະກິດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີຄວາມສາມາດສູງຂຶ້ນໃນການແຂ່ງຂັນ.

    • ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນການເມືອງ

      ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ

      1/7/2026 2:06:59 PM

      ໄລຍະ 5 ປີ (2026-2030) ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເປັນແຜນສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ, ບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ທັງເປັນແຜນຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຍຸດທະສາດການພັດທະນາ ໄລຍະ 10 ປີ (2026-2035) ແລະ ວິໄສທັດ ຮອດປີ 2055, ສືບຕໍ່ປະຕິບັດ 4 ບຸກທະລຸ ໃຫ້ແຂງແຮງ, ເລິກເຊິ່ງ.

    • ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນການເມືອງ

      ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນ

      1/7/2026 7:47:13 AM

      ໃນວາລະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດລາວໃນມື້ທຳອິດ ໃນວັນທີ 6 ມັງກອນ 2026.

ads
ads

Top