KPL
ຢູ່ສຳນັກງານ ລັດຖະບານ, ທີ່ ນະຄອນຫລວງ ຮ່າໂນ້ຍ, ທ່ານ ໂຮ່ກວັກຢຸງ, ຮອງນາຍົກ ລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບ ທ່ານ Ioannis Plakiotakis, ຮອງປະທານ ຜູ້ທີໜຶ່ງ ສະພາແຫ່ງຊາດ ເກຣັກ ທີ່ ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 28 ກຸມພາ - 05 ມີນາ 2026.
ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ເມື່ອບໍ່ດົນມານີ້, ຢູ່ສຳນັກງານ ລັດຖະບານ, ທີ່ ນະຄອນຫລວງ ຮ່າໂນ້ຍ, ທ່ານ ໂຮ່ກວັກຢຸງ, ຮອງນາຍົກ ລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບ ທ່ານ Ioannis Plakiotakis, ຮອງປະທານ ຜູ້ທີໜຶ່ງ ສະພາແຫ່ງຊາດ ເກຣັກ ທີ່ ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 28 ກຸມພາ - 05 ມີນາ 2026.
ໃນການຕ້ອນຮັບ, ທ່ານຮອງນາຍົກ ລັດຖະມົນຕີ ໂຮ່ກວັກຢຸງ ປາດຖະໜາວ່າ ສະພາແຫ່ງຊາດ ເກຣັກ ຈະເພີ່ມທະວີ ການຮ່ວມມື ກັບ ຫວຽດນາມ ກ່ຽວກັບ ການຂົນສົ່ງ ທາງທະເລ, ທ່າກຳປັ່ນ - ໂລຈິສະຕິກ, ຕໍ່ກຳປັ່ນ, ພະລັງງານ ຜະລິດຄືນໃໝ່, ກະສິກຳ, ການທ່ອງທ່ຽວ, ຄົ້ນຄວ້າ ກ່ຽວກັບ ການຊຸກຍູ້ ເລື່ອງເປີດສາຍການບິນ ໂດຍກົງ, ເພື່ອສ້າງ ຄວາມສະດວກ ໃຫ້ປະຊາຄົມ ວິສາຫະກິດ ລະຫວ່າງ 2 ປະເທດ ເພື່ອການຮ່ວມມື ຢ່າງຍາວນານ, ສືບຕໍ່ສະໜັບສະໜູນ, ຂົນຂວາຍ ບັນດາປະເທດ ເອີຣົບ (ອີຢູ) ທີ່ ຍັງເຫລືອ ໃຫ້ສັດຕະຍາບັນ ສັນຍາ ອາລັກຂາ ການລົງທຶນ ຫວຽດນາມ - ອີຢູ (EVIPA) ໂດຍໄວ.
ສ່ວນທ່ານ Ioannis Plakiotakis, ຮອງປະທານ ຜູ້ທີໜຶ່ງ ສະພາແຫ່ງຊາດ ເກຼັກ ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມື ທີ່ ສຳຄັນຂອງ ເກຣັກ ຢູ່ພາກພື້ນ ອາຊີຕາເວັນອອກ ສ່ຽງໃຕ້ ແລະ ປາດຖະໜາວ່າ ອີຢູ ຈະຍົກເລີກບັດເຫລືອງ IUU ໃຫ້ແກ່ ຫວຽດນາມ ໂດຍໄວ./
KPL