KPL
ທ່ານ ນະເຣນທຣາ ໂມດີ ນາຍົກ ລັດຖະມົນຕີ ອິນເດຍ ໄດ້ເຂົ້າໃນພິທີ ເປີດໂຮງງານ ປະກອບການທົດລອງ ແລະ ບັນຈຸຜະລິດຕະພັນ ເຊມິດຄອນດັກເຕີ ຂອງ ໄມຄຣອນ ເຕັກໂນໂລຊີ ຊຶ່ງເປັນ ບໍລິສັດ ເຕັກໂນໂລຊີ ຈາກ ສ.ອາເມລິກາ ໃນລັດຄຸຊຣາດ ຂອງ ອິນເດຍ
ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ນະຄອນຫລວງ ນິວແດນລີ ປະເທດ ອິນເດຍ ເມື່ອບໍ່ດົນມານີ້ວ່າ: ທ່ານ ນະເຣນທຣາ ໂມດີ ນາຍົກ ລັດຖະມົນຕີ ອິນເດຍ ໄດ້ເຂົ້າໃນພິທີ ເປີດໂຮງງານ ປະກອບການທົດລອງ ແລະ ບັນຈຸຜະລິດຕະພັນ ເຊມິດຄອນດັກເຕີ ຂອງ ໄມຄຣອນ ເຕັກໂນໂລຊີ ຊຶ່ງເປັນ ບໍລິສັດ ເຕັກໂນໂລຊີ ຈາກ ສ.ອາເມລິກາ ໃນລັດຄຸຊຣາດ ຂອງ ອິນເດຍ ໂດຍຍົກຍ້ອງວ່າ ເປັນສັງກາດ ແຫ່ງຍຸກໃໝ່ ຂອງ ອິນເດຍ.
ທ່ານ ນະເຣນທຣາ ໂມດີ ກ່າວວ່າ: ທົດສະວັດນີ້ ເປັນຈຸດປ່ຽນແປງ ໃນອະນາຄົດ ດ້ານເຕັກໂນໂລຊີ ຂອງເຮົາ. ຊຶ່ງໂຮງງານແຫ່ງນີ້ ຈະແປຮູບແຜ່ນ ເວເຟີຣເຊມິດຄອນ ດັກເຕີຂັ້ນສູງ ຈາກເຄືອຂ່າຍທົ່ວໂລກ ຂອງ ໄມຄຣອນ ໃຫ້ເປັນຜະລິດຕະພັນ ໜ່ວຍຄວາມຈຳ ແລະ ເປັນສະຖານທີ່ ເກັບຂໍ້ມູນ ສຳເລັດຮູບ./
KPL