ເຊີນທ່ຽວງານບຸນປະເພນີ ບັນດາເຜົ່າ ແຂວງອຸດົມໄຊ ໃນກາງເດືອນນີ້

14/01/2026 13:48
KPL ຂປລ. ບຸນປະເພນີ ບັນດາເຜົ່າ​ແຂວງ​ອຸດົ​ມ​ໄຊ​ ຈະຈັດຂຶ້ນ ລະຫວ່າງ ວັນທີ 15-19 ມັງກອນ 2026 ທີ່ຈະມາເຖິງນີ້ ຢູ່ທີ່ເດີ່ນສະໜາມກິລາ ເທສະບານແຂວງອຸດົມໄຊ ​ເພື່ອ​ເປັນການປົກປັກຮັກສາ, ອະນຸລັກວັດທະນະທຳຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າ

ຂປລ. ບຸນປະເພນີ ບັນດາເຜົ່າ​ແຂວງ​ອຸດົ​ມ​ໄຊ​ ຈະຈັດຂຶ້ນ ລະຫວ່າງ ວັນທີ 15-19 ມັງກອນ 2026 ທີ່ຈະມາເຖິງນີ້  ຢູ່ທີ່ເດີ່ນສະໜາມກິລາ ເທສະບານແຂວງອຸດົມໄຊ ​ເພື່ອ​ເປັນການປົກປັກຮັກສາ, ອະນຸລັກວັດທະນະທຳຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າ ໃນການຈັດງານບຸນປະເພນີໃຫ້ມີບັນຍາກາດເບີກບານມ່ວນຊື່ນ ທັງ​ນີ້​ກໍ​ເພື່ອ ເປັນການສົ່ງເສີມ, ດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວທາງດ້ານປະຫວັດສາດ, ວັດທະນະທໍາ ແລະ ທໍາມະຊາດ ຢູ່ແຂວງອຸດົມໄຊ ໃຫ້ນັບມື້ນັບຫລາຍຂຶ້ນ. ​ໂດຍກິດຈະກຳພາຍໃນງານປະກອບມີ: ທ່ຽວຊົມເຮືອນຈຳລອງທີ່ເປັນເອກະລັກຂອງ 4 ຊົນເຜົ່າຄື: ເຜົ່າກືມມຸ, ເຜົ່າມົ້ງ, ເຜົ່າຫໍ້ ແລະ ເຜົ່າໄຕ໋ດຳ,  ມີການວາງສະແດງສິນຄ້າ ແລະ ຕະຫລາດນັດ , ເຄື່ອງຫັດຖະກຳ ແລະ ກະສິກຳຂອງບັນດາເມືອງ,  ກິລາພື້ນເມືອງ ຂອງບັນດາເຜົ່າເຊັ່ນວ່າ: ໂຍນໝາກຄອນຂອງເຜົ່າມົ້ງ,  ຂີ່ຊິງຊ່າຂອງເຜົ່າຫໍ້, ເຕັ້ນແຊຂອງເຜົ່າໄຕດຳ, ເຕັ້ນຕຣຽດຂອງເຜົ່າກຶມມຸ, ສັບໝາກຂາງ, ຍິງໜ້າເກັກ,  ຊີມອາຫານທ້ອງຖິ່ນ, ດື່ມເຫລົ້າໄຫ ແລະ ອື່ນໆ,  ນອກຈາກນັ້ນ ຍັງມີເວທີສົນທະນາແລກປ່ຽນບົດຮຽນດ້ານການຄ້າ-ການລົງທຶນ ແລະ ການທ່ອງທ່ຽວ.

ທ່ານ ສຸຫວັດ ມະຫາວົງສະໜັ່ນ ຮອງປະທານ ຄະນະກຳມະການປົກຄອງ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ການຈັດກິດຈະກຳໃນຄັ້ງນີ້ ກໍເພື່ອເປັນການປົກປັກຮັກສາ, ອະນຸລັກວັດທະນະທຳ ຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າ ໃນການຈັດງານບຸນປະເພນີຂອງຕົນໃຫ້ມີບັນຍາກາດເບີກບານມ່ວນຊື່ນ, ທັງເປັນການເຕົ້າໂຮມຄວາມສາມັກຄີປອງດອງບັນດາເຜົ່າ ພາຍໃນແຂວງໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ, ມີການແລກປ່ຽນສີລະປະ - ວັດທະນະ ທຳພາຍໃນ ແລະ ຕ່າງປະເທດ ທັງ​ນີ້​ກໍ​ເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວທາງດ້ານປະຫວັດສາດ, ວັດທະນະທໍາ ແລະ ທໍາມະຊາດ ຢູ່ແຂວງອຸດົມໄຊ ໃຫ້ນັບມື້ນັບຫລາຍຂຶ້ນ ພ້ອມເປັນການຊຸກຍູ້ ເສດຖະກິດ-ສັງຄົມພາຍໃນແຂວງ, ເປັນການສ້າງຂະບວນການຂໍ່ານັບຮັບຕ້ອນສະເຫລີມສະຫລອງວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ, ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເຊິ່ງກິດຈະກໍາ ພາຍໃນງານຈະປະກອບມີ: ທ່ຽວຊົມເຮືອນຈໍາລອງ ແລະ ບຸນປະເພນີຂອງບັນດາເຜົ່າ,ວາງສະແດງສິນຄ້າກະສິກຳ ແລະ ງານຕະຫລາດນັດ,ສະແດງສິລະປະ, ວັນນະຄະດີ ແລກປ່ຽນພາຍໃນ ແລະ ຕ່າງປະເທດ, ເວທີສົນທະນາແລກປ່ຽນບົດຮຽນທາງດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ເຊິ່ງງານດັ່ງກ່າວ ຈະເປີດຢ່າງເປັນທາງການໃນຕອນແລງຂອງວັນທີ 17 ມັງກອນ 2026 ນີ້. ພ້ອມນັ້ນ, ຮອງປະທານ ຄະນະກຳມະການ ປົກຄອງແຂວງອຸດົມໄຊ ຍັງໄດ້ຮຽກຮ້ອງໃຫ້ບັນດານັກທຸລະກິດ, ຜູ້ປະກອບການ ໂຮງແຮມ,ເຮືອນພັກ,ຮ້ານອາຫານ,ການບໍລິການດ້ານຕ່າງໆ ຕະຫລອດຮອດ ປະຊາຊົນບັນດາເຜົ່າ ພາຍໃນແຂວງອຸດົມໄຊ ໃຫ້ເປັນເຈົ້າການຕ້ອນຮັບແຂກຄົນ,ນັກທ່ຽວທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ພ້ອມທັງເຊີນຊວນ ມ່ວນຊົນທຸກທົ່ວໜ້າໃຫ້ຫາໂອກາດ ເຂົ້າຮ່ວມ ແລະ ທ່ຽວຊົມງານ ດັ່ງກ່າວ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ.

KPL

ຂ່າວອື່ນໆ


Top