KPL
ຂປລ. ປະເທດລາວເປັນປະເທດໜຶ່ງທີ່ມີສະຖານທີ່ທ່ອງທີ່ສວຍງາມຫລາຍບ່ອນບໍ່ວ່າຈະເປັນແຫລ່ງທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳທີ່ມີເອກະລັກໂດດເດັ່ນປະຈຳແຂວງ, ປະຈຳພາກ, ປະຈຳທ້ອງຖິ່ນ ໂດຍສະເພາະແມ່ນທຳມະຊາດ, ພູຜາປ່າດົງ, ນ້ຳຕົກຕາດ ແລະ ສັດປ່ານາໆຊະນິດ.

ຂປລ. ປະເທດລາວເປັນປະເທດໜຶ່ງທີ່ມີສະຖານທີ່ທ່ອງທີ່ສວຍງາມຫລາຍບ່ອນບໍ່ວ່າຈະເປັນແຫລ່ງທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳທີ່ມີເອກະລັກໂດດເດັ່ນປະຈຳແຂວງ, ປະຈຳພາກ, ປະຈຳທ້ອງຖິ່ນ ໂດຍສະເພາະແມ່ນທຳມະຊາດ, ພູຜາປ່າດົງ, ນ້ຳຕົກຕາດ ແລະ ສັດປ່ານາໆຊະນິດ. ເມື່ອເວົ້າເຖິງທຳມະຊາດແລ້ວມື້ນີ້ຜູ້ຂຽນຈະພາທ່ານຜູ້ອ່ານໄປສຳຜັດບັນຍາກາດສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງທາງພາກໃຕ້ຂອງລາວ ແລະ ປະຫວັດຄວາມເປັນມາຂອງຊື່ເອີ້ນຂອງຕາດ ນັ້ນກໍຄື ຕາດສົມພະມິດ (ຫລີ່ຜີ) ເປັນນ້ຳຕົກຕາດຂະໜາດໃຫຍ່ ທີ່ມີກະແສນ້ຳໄຫລແຮງ ເກີດຈາກການຫລຸດລ່ຽນຂອງລະດັບພື້ນແມ່ນ້ຳຂອງ ບໍ່ແມ່ນນ້ຳຕົກຈາກໜ້າຜາສູງ ແຕ່ເປັນການໄຫລຜ່ານໂງ່ນຫີນນ້ອຍ-ໃຫຍ່ທີ່ສະຫລັບສັບປ່ຽນກັນເຮັດໃຫ້ເກີດພາບຟອງນ້ຳສີຂາວຂຸ່ນ ຕັດກັບສີຂຽວມໍລະກົດຂອງນ້ຳໃນບາງລະດູ ເບິ່ງແລ້ວມີຄວາມຂັງ, ຊົງພະລັງຢ່າງຍິ່ງ ແລະ ເປັນນໍ້າຕົກຕາດ ທີ່ຂຶ້ນຊື່ລືນາມ ຮອງຈາກນໍ້າຕົກຕາດຄອນພະເພັງ ຕັ້ງຢູ່ທິ ດຕາເວັນຕົກຂອງດອນຄອນ ຫລື ບ້ານຄອນໃຕ້ ແຂວງຈຳປາສັກ, ຫ່າງຈາກຂົວຂ້າມແມ່ນ້ຳຂອງ ເສັ້ນທາງລົດໄຟປະມານ 700 ແມັດ ເຊິ່ງເປັນອີກໜຶ່ງຈຸດໝາຍປາຍທາງຂອງນັກທ່ອງທ່ຽວທີ່ຈະເດີນທາງໄປທ່ຽວທາງພາກໃຕ້ຂອງລາວ.

ຕາດສົມພະມິດ ຫລື ທີ່ຊາວບ້ານເອີ້ນກັນຕິດປາກວ່າ "ຫລີ່ຜີ" ເປັນອີກໜຶ່ງສະຖານທີ່ທີ່ສະແດງເຖິງຄວາມຍິ່ງໃຫຍ່ຂອງແມ່ນ້ຳຂອງ ໃນເຂດມະຫານະທີສີພັນດອນ, ດ້ວຍຄວາມໂດດເດັ່ນທີ່ເປັນເອກະລັກຈາກສາຍນ້ຳໄຫລຜ່ານໂງ່ນຫີນຂະໜາດນ້ອຍ-ໃຫຍ່ສະຫລັບຊັບປ່ຽນກັນເຮັດໃຫ້ເກີດກະແສຟອງນ້ຳສີຂາວຂຸ່ນຕັດກັບສີຂຽວມໍລະກົດຂອງນ້ຳຕາມລະດູການ ເຮັດໃຫ້ນັກທ່ອງທ່ຽວເພີດເພີນອີ່ມອົກອີ່ມໃຈເມື່ອພົບເຫັນບວກກັບບັນຍາກາດທີ່ມີສາຍລົມພັດຜ່ານ ເຮັດໃຫ້ຮູ້ສຶກເຢັນສະບາຍຈົນລືມຄວາມອິດເມື່ອຍເລີຍກໍວ່າໄດ້. ນອກຈາກຈະໄດ້ຊົມຄວາມງົດງາມຂອງທຳມະຊາດແລ້ວ, ນັກທ່ອງທ່ຽວຍັງຈະໄດ້ສຳຜັດກັບກິດຈະກຳຕ່າງໆບໍ່ວ່າຈະເປັນ,ການຍ່າງຂ້າມຂົວອູ່, ການຂີ່ລົດຖ່ີ ຫລື ລົດສາມລໍ້ທ່ຽວຊົມທິວທັດທຳມະຊາດ, ວີຖີຊີວິດຂອງຊາວດອນເດດ-ດອນຄອນ, ພ້ອມນັ້ນຍັງມີຈຸດຊົມທິວທັດທີ່ເຫັນພາບລວມຂອງກະແສນ້ຳໄຫລຜ່ານໂງ່ນຫີນນ້ອຍໃຫຍ່ຢ່າງສວຍງາມຕະການຕາ, ທ່ຽວຊົມຂົວລົດໄຟເກົ່າ ແລະ ຊາກຫົວລົດໄຟອາຍນ້ຳ...ນອກນັ້ນຍັງມີສິ່ງອຳນວຍຄວາມດວກຕ່າງໆເຊັ່ນ: ມີບ່ອນນັ່ງພັກຜ່ອນ, ມີຮ້ານອາຫານ-ເຄື່ອງດື່ມ, ມີຫ້ອງນ້ຳທີ່ສະອາດ, ມີສະຖານທີ່ຈອດລົດທີ່ກວ້າງຂວາງໄວ້ຄອຍບໍລິການແຂກຄົນທີ່ເຂົ້າມາຢ້ຽມຢາມ.

ຊື່ “ສົມພະມິດ” ນີ້ມີຕຳນານໄດ້ກ່າວໄວ້ວ່າ ແມ່ນພະມະປາສາມັນນໍາຫາຍາກ ໂດຍສ້າງວັດວາອາຮາມ ແລະ ເປັນເຈົ້າອາວາດວັດແຫ່ງນີ້ ຕໍ່ມາພະມາຫາປາສາມັນ ໄດ້ໄປສ້າງສຳນັກວິ ປັດສະນາກຳມະຖານ ຢູ່ດ້ານເທິງນ້ຳຕົກຕາດ ເພິ່ນເອີ້ນວ່າ: ວັດດອນຄອນ. ເມື່ອສ້າງສຳເລັດແລ້ວ ພະມະຫາປາສະມັນ ໄດ້ໄປນຳເອົາພະພຸດທະຮູບອົງສັກສິດ ມາຈາກນະຄອນທົມ (ນະຄອນພະນົມໃນປັດຈຸບັນ) ຫວັງຈະນຳມາປະດິດສະຖານໄວ້ ທີ່ສຳນັກວິປັດສະນາກຳມະຖານ ເພື່ອເປັນທ່ີກາບໄຫວ້ຂອງເທວະດາ ແລະ ມະນຸດທັງຫລາຍ ເມື່ອມາເຖິງຝ່ັງນ້ຳ; ຍາດໂຍມ ໄດ້ຄາດເຮືອ 3 ລໍາຕິດກັນແລ້ວ ນຳພະພຸດທະຮູບຂຶ້ນໃສ່ ຂ້າມມາໃສ່ສຳນັກວິປັດສະນາກຳມະຖານ. ໃກ້ຈະມາຮອດທ່າພະລານຫີນບ່ອນຈອດແລ້ວ; ບັງເອີນເຮືອໄດ້ໄຫລລົງໃສ່ກະແສນ້ຳ ທີ່ເປັນພຸເປັນຂັນ, ເຮືອຈຶ່ງແຕກອອກຈາກກັນ, ພະພຸດທະຮູບກໍຕົກລົງສູ່ພາກພື້ນນ້ຳ. ເມື່ອເຫັນເປັນເຊັ່ນນັ້ນ ພະມະຫາປາສະມັນ ຈຶ່ງໄດ້ຕັກເຕືອນຍາດໂຍມວ່າ: ອາດຕະມາ ຈະໄດ້ນັ່ງ ທຳການສະມາທິ ວິງວອນຂໍແຜ່ເມດຕາ ຂໍໃຫ້ພະພຸດທະຮູບພົ້ນຂຶ້ນມາ ຂໍໃຫ້ຍາດໂຍມຢ່າຮ້ອງເຮ, ນັ່ງພະນົມມືເປັນສະມາທິດ້ວຍກັນ ເພື່ອພະພຸດທະຮູບ ຍ້າຍເຂົ້າມາແຄມຕາຝ່ັງ ແລ້ວ ຈຶ່ງໂຈມຂຶ້ນໃສ່ພະລານຫີນ. ເມ່ືອກ່າວເຕືອນຍາດໂຍມແລ້ວ ພະມະຫາປາສະມັນ ກໍນັ່ງສະມາທິ, ຕັ້ງສັດຍາທິຖານ ອາລາທະນານິມົນ ພະພຸດທະຮູບໄດ້ຜຸດຂຶ້ນ ແລ້ວເຂົ້າສູ່ຝັ່ງເຖິງແຄມ. ທັນໃດນັ້ນ ພະພຸດທະຮູບ ກໍຜຸດຂຶ້ນສູ່ໜ້ານ້ຳ ຍາດໂຍມແນມເຫັນດີໃຈຫລາຍເລີຍພາກັນຮ້ອງຂຶ້ນວ່າ: “ສາທຸ” ພະພຸດທະຮູບກໍຈົມລົງຄືນ. ພະມະຫາປາສະມັນ ກໍໄດ້ເຕືອນຍາດໂຍມເປັນ ຄັ້ງທີ 2 ວ່າ: ເມ່ືອ ພະພຸດຮູບພຸດຂຶ້ນເທິງໜ້ານ້ຳ ແລະ ເຂົ້າສູ່ຝັ່ງເຖິງແຄມແລ້ວ ຍາດໂຍມໂຈມຂຶ້ນສູ່ພະລານຫີນ ແລ້ວຈຶ່ງປາກເວົ້າໄດ້. ພະມະຫາປາສາມັນໄດ້ເຂົ້າ ນັ່ງສາມາທິວິງວອນ ຂໍຄວາມເມດຕາ ໃຫ້ ພະພຸດທະຮູບ ຜຸດຂຶ້ນມາເປັນເທ່ືອທີ 2. ທັນໃດນັ້ນ ພະພຸດທະຮູບ ກໍຜຸດຂຶ້ນມາ ແລ້ວຍັບຍ້າຍເຂົ້າແຖ່ນພະລານຫີນ ຍາດໂຍມ ໂຈມເອົາຜັກຂຶ້ນຫວິດຈາກໜ້ານ້ຳ ພໍພຽງຄືບໜຶ່ງ ຍາດ ໂຍມຢູ່ທາງດ້ານເທິງພະລານຫີນ ກໍຮ້ອງຂຶ້ນວ່າ “ຊ້າເຝີ” ໝົດທຸກຄົນ ກໍຮັບຄຳວ່າ: “ຊ້າ!” ພະພຸດທະຮູບ ກໍໜັກລົງຫລຸດມືຍາດໂຍມ, ຜິກຈົມລົງຄືນ. ພະມະຫາປາ ສະມັນ ນັ່ງສະມາທິອີກ ພະພຸດທະຮູບກໍບໍ່ຜຸດຂຶ້ນອີກ ກໍເລີຍບໍ່ໄດ້ພະພຸດທະຮູບມາປະດິດສະຖານ ຢູ່ສຳນັກວິປັດສະນາກຳມະຖານ.

ດ້ວຍເຫດນີ້ ຈຶ່ງໄດ້ໃສ່ຊື່ແຫລ່ງທ່ອງທ່ຽວແຫ່ງນີ້ວ່າ: “ສົມພະມິດ” ແປວ່າ: ສົມພະເສຍ ຍ້ອນບໍ່ຟັງຄຳເຕືອນ. ສ່ວນຊື່: “ຄັນຫລີ່ຜີ” ຫລື “ຫລີ່ຜີ” ຫລາຍທ່ານ ກໍ່ເຂົ້າໃຈວ່າ ແມ່ນນ້ຳຕົກຕາດຄອນພະເພັງ ແລະ ອີກຫລາຍທ່ານກໍເຂົ້າໃຈ ແມ່ນນ້ຳຕົກຕາດສົມພະມິດ ແລະ ມີຄວາມແປ ແລະ ນຶກຄິດ ຕາມຈິດສຳນຶກໃຜລາວ. ຄວາມເປັນຈິງແລ້ວ ຄັນຫລີ່ຜີ ຫລື ຫລີ່ຜີນີ້ ແມ່ນນໍ້າຕົກຕາດເຫວ, ຄອນທັງຫລາຍ ນັບແຕ່ນ້ຳແຄມຕາດຄອນພະເພັງຈົນເຖິງຄອນຝັ່ງທີ່ຕິດກັບດິນແດນຢູ່ກຳປູເຈຍ ໃນພູມສາດແຫ່ງຊາດໄດ້ກ່າວໄວ້ວ່າ: “ສາຍພູເຫລັກຍາວຢຽດ ຂວາງກັ້ນແມ່ນ້ຳຕອນໃຕ້ຂອງປະເທດ ເຊິ່ງມີຄວາມຍາວປະມານ 15 -20 ກິໂລແມັດ” ສາຍພູເຫລັກດັ່ງກ່າວຂ້າງເທິງນີ້ ເຖົ້າ ແກ່ບູຮານ ໄດ້ຂະໝາມນາມວ່າ: ຫລີ່ຜີ ແປວ່າ ຄັນຕັນເອົາຊາກສົບຄົນຕາຍ.
KPL