KPL
ຂປລ. ໃນປີ 2026 ແຂວງເຊກອງ ຈະສຸມໃສ່ພັດທະນາຊົນນະບົດ ແລະສູ້ຊົນເຮັດໃຫ້ອັດຕາພົ້ນທຸກ (ບັນລຸມາດຖານດໍາລັດ 348/ລບ) ໃຫ້ໄດ້ 50%

ຂປລ. ໃນປີ 2026 ແຂວງເຊກອງ ຈະສຸມໃສ່ພັດທະນາຊົນນະບົດ ແລະສູ້ຊົນເຮັດໃຫ້ອັດຕາພົ້ນທຸກ (ບັນລຸມາດຖານດໍາລັດ 348/ລບ) ໃຫ້ໄດ້ 50% ໃນນີ້, ສ້າງບ້ານພົ້ນທຸກໃຫ້ໄດ້ 12 ບ້ານ, ສ້າງຄອບຄົວພົ້ນທຸກໃຫ້ໄດ້ 1,085 ຄອບຄົວ, ສ້າງບ້ານພັດທະນາໃຫ້ໄດ້ 7 ບ້ານ, ສ້າງຄອບຄົວພັດທະນາໃຫ້ໄດ້ 1,290 ຄອບຄົວ, ສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍ 1 ຈຸດ ແລະສ້າງເມືອງເຂັ້ມແຂງຮອບດ້ານໃຫ້ໄດ້ 1 ເມືອງ.
ຕາມບົດສະຫລຸບການພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ຂອງແຂວງເຊກອງ ໃຫ້ຮູ້ວ່າ: ໃນປີ 2026 ນີ້, ແຂວງເຊກອງ ຈະເອົາໃຈໃສ່ພັດທະນາ ຕາມທິດສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ, ສ້າງຖານການຜະລິດ, ການບໍລິການໃຫ້ເຂັ້ມແຂງ ແລະມີຄຸນນະພາບ; ແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ປັບປຸງຄຸ້ມຄອງວຽກງານການເງິນໃຫ້ມີຄວາມທັນສະໄໝ, ໂປ່ງໃສ ແລະຍຸຕິທໍາ; ເພີ່ມທະວີການລະດົມລາຍຮັບພາຍໃນ, ຄຸ້ມຄອງ, ຈັດສັນ ແລະນໍາໃຊ້ແຫລ່ງທຶນຢ່າງມີປະສິດທິຜົນ; ພັດທະນາພື້ນຖານໂຄງລ່າງ, ປັບປຸງບັນຍາ ກາດການລົງທຶນ, ສົ່ງເສີມທຸລະກິດພາກເອກະຊົນ, ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະກາງ, ການລົງ ທຶນໂດຍກົງຈາກຕ່າງປະເທດ ໃຫ້ກາຍເປັນພື້ນຖານເສດຖະກິດທີ່ເຂັ້ມແຂງ; ປັບປຸງໂຄງປະກອບເສດຖະກິດ ໂດຍຖືເອົາກະສິກໍາ ຕິດພັນກັບອຸດສາຫະກໍາປຸງແຕ່ງ ແລະການບໍລິການ ຕາມທິດເສດຖະກິດພູມປັນຍາ, ຫັນເປັນອຸດສາຫະກໍາ ແລະທັນສະໄໝ ເພື່ອສ້າງຄວາມຫລາກຫລາຍ ແລະສ້າງມູນຄ່າເພີ່ມການຜະລິດສິນຄ້າ-ການບໍລິການ ເຮັດໃຫ້ສັດສ່ວນໂຄງປະກອບດ້ານອຸດສາຫະກໍາເພີ່ມຂຶ້ນໃນແຕ່ລະປີ; ຊຸກຍູ້ສົ່ງເສີມການຜະລິດເພື່ອເປັນສິນຄ້າຊົມໃຊ້ພາຍໃນ ແລະສົ່ງອອກໃຫ້ໄດ້ມາດຕະຖານ, ຍົກສູງກໍາລັງແຮງ ແລະຄວາມສາມາດແຂ່ງຂັນພາຍໃນໃຫ້ສູງຂຶ້ນ ເພື່ອຂັບເຄື່ອນການພັດທະນາເສດຖະກິດ, ເປັນການສ້າງອາຊີບ-ສ້າງວຽກເຮັດງານທໍາ, ສ້າງລາຍຮັບທີ່ໝັ້ນຄົງ ແລະແກ້ໄຂຄວາມທຸກຍາກ ຂອງປະຊາຊົນໃຫ້ນັບມື້ຫລຸດລົງເປັນກ້າວໆ.

ແນວໃດກໍດີ, ໃນໄລຍະຜ່ານມາ ອົງການປົກຄອງແຂວງເຊກອງ ໄດ້ສຸມທຶນຮອນເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ສ້າງເງື່ອນໄຂ ແລະສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ການຜະລິດ, ການໄປ-ມາຫາສູ່, ແລກປ່ຽນຊື້-ຂາຍສິນຄ້າຂອງປະຊາຊົນ ເຮັດໃຫ້ເຂດຊົນນະບົດຫ່າງໄກສອກຫລີກທີ່ທຸກຍາກ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈ ຂອງປະຊາຊົນໄດ້ຮັບການຍົກລະດັບໃຫ້ດີຂຶ້ນເທື່ອລະກ້າວ. ປັດຈຸບັນ, ທົ່ວແຂວງມີບ້ານພົ້ນທຸກ 52 ບ້ານ, ຄອບຄົວພົ້ນທຸກ 12,228 ຄອບຄົວ; ມີບ້ານພັດທະນາ 13 ບ້ານ, ຄອບຄົວພັດທະນາ 6,228 ຄອບຄົວ ແລະມີບ້ານໃຫຍ່ໄດ້ຮັບການປະກາດເປັນຕົວເມືອງນ້ອຍຢູ່ຊົນນະບົດ 1 ຈຸດ.
ໂດຍ:ສັນຍາ
KPL