KPL
ໄລຍະ 5 ປີ ຜ່ານມາ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງໄດ້ສຸມກຳລັງລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ.
ຂປລ. ຢູ່ເຂດຫ່າງໄກສອກຫລີກ, ເຂດຊາຍແດນ ແລະ ເຂດຈຸດສຸມທີ່ຫລໍ່ແຫລມ ຈັດຕັ້ງປະຕິບັດແຜນການກ່ໍສ້າງເຂດແນວຫລັງຍຸດທະສາດ ຕິດພັນກັບການພັດທະນາກຸ່ມບ້ານລຽບຕາມຊາຍແດນທາງທິດແນວຫລັງຍຸດທະສາດຢ່າງມີຈຸດສຸມ ແລະ ບັນລຸໄດ້ຕາມຄາດໝາຍທ່ີວາງໄວ້. ພ້ອມທັງ, ສຸມໃສ່ຈັດຕັ້ງປະຕິບັດໂຄງການກໍ່ສ້າງທ່າສະໜາມປ້ອງກັນຊາດຈໍານວນໜຶ່ງ, ສົມທົບກັບບັນດາຂະແໜງການຂັ້ນສູນກາງ, ອົງການປົກຄອງທ້ອງຖິ່ນວາງແຜນພັດທະນາເສດຖະກິດ-ສັງຄົມຢູ່ໃນແຕ່ລະທິດ, ບໍລິເວນຍຸດທະສາດທີ່ສໍາຄັນເພື່ອຮັບປະກັນສົມທົບແໜ້ນ ລະຫວ່າງການພັດທະນາເສດຖະກິດ-ສັງຄົມກັບວຽກງານ ປກຊ-ປກສ (ພັດທະນາເສດຖະກິດເພື່ອສ້າງຄວາມເຂັ້ມແຂງໃຫ້ວຽກງານ ປກຊ-ປກສ).
ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕາງໜ້າຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ໄດ້ລາຍງານໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເມື່ອບໍ່ດົນນີ້ວ່າ: ຕະຫລອດໄລຍະ 5 ປີ ຜ່ານມາ ການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ດ້ວຍຄວາມຮັບຜິດຊອບສູງ, ສາມາດເຮັດສຳເລັດໜ້າທ່ີການເມືອງຂອງຕົນຢ່າງໜ້າເພິ່ງພໍໃຈ, ເຖິງວ່າຈະພົບກັບຄວາມຫຍຸ້ງຍາກ ແລະ ອຸປະສັກນາໆປະການ, ແຕ່ພາຍໃຕ້ການນໍາພາ-ຊີ້ນໍາໂດຍກົງ, ເດັດຂາດ ແລະ ຮອບດ້ານຂອງພັກຊຶ່ງມີຄະນະກຳມະການ ປກຊ- ປກສ ສູນກາງເປັນຜູ້ຊີ້ນໍາ, ບັນຊາໂດຍກົງ, ບວກກັບຄວາມເປັນເອກະພາບສູງຂອງຄະນະບໍລິຫານພັກສອງກະຊວງ, ຄວາມພະຍາຍາມບຸກບືນ, ສູ້ຊົນຂອງຄະນະພັກແຕ່ລະຂັ້ນ ແລະ ການສະໜັບສະໜູນຈາກບັນດາຂະແໜງການອ້ອມຂ້າງສູນກາງ, ອົງການປົກຄອງທ້ອງຖິ່ນ, ປະຊາຊົນລາວບັນດາເຜົ່າ ແລະ ການຮ່ວມມືຂອງປະເທດເພື່ອນມິດຍຸດທະສາດ ໄດ້ເຮັດໃຫ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມ ຄວາມສະຫງົບໂດຍພື້ນຖານ, ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ- ສັງຄົມ ໄດ້ດໍາເນີນໄປຢ່າງຕໍ່ເນື່ອງ.
ພ້ອມນີ້, ຍັງໄດ້ສຸມໃສ່ຄົ້ນຄວ້າ ປັບປຸງຄືນແຜນຍຸດທະສາດປ້ອງກັນ ສປປ ລາວ ແລະ ນິຕິກຳອື່ນໆທີ່ກ່ຽວຂ້ອງ ເພື່ອໃຫ້ສອດຄ່ອງກັບສະພາບການໃໝ່, ເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດ ແລະ ເພີ່ມຄວາມສັກສິດໃນການຄຸ້ມຄອງເຂຍຸດທະສາດປ້ອງກັນຊາດ ໃຫ້ຖືກກັບທ່າສະໜາມປ້ອງກັນຊາດທ່ີໄດ້ ກຳນົດໄວ້, ຕິດພັນກັບວຽກຈັດຕັ້ງ, ຈັດວາງ, ສັບຊ້ອນສະຖານທີ່ຂອງຫົວໜ່ວຍກົມ, ກອງທະຫານຈໍານວນໜຶ່ງຄືນໃໝ່, ເພື່ອເສີມຄວາມເຂັ້ມແຂງໃນການກຽມພ້ອມເຮັດສຳເລັດໜ້າທີ່ປ້ອງກັນຊາດ ຢູ່ແຕ່ລະທິດຍຸດທະສາດຂອງປະເທດ. ໄປຄຽງຄູ່ກັບວຽກງານປ້ອງກັນຊາດ, ຍັງໄດ້ຖືສໍາຄັນ ແລະ ເອົາໃຈໃສ່ວຽກງານຕ້ານ ແລະ ແກ້ໄຂການກໍ່ອາຊະຍາກຳຕ່າງໆ. ໃນນີ້, ແມ່ນສຸມໃສ່ອາຊະຍະກຳທາງອິນເຕີເນັດຊຶ່ງໃນຊຸມປີຜ່ານມາ, ວິທະຍາສາດເຕັກໂນໂລຊີ ໄດ້ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ມີລັກສະນະກ້າວກະໂດດຂອງເຕັກໂນໂລຊີຂໍ້ມູນຂ່າວສານ, ການກຳເນີດຂອງສ່ືອອນລາຍ, ອິນເຕີເນັດໄດ້ເຮັດໃຫ້ສັງຄົມໂລກສາມາດເຂົ້າໃກ້ຫາກັນໄດ້ຢ່າງສະດວກວ່ອງໄວ ໂດຍບໍ່ມີພົມແດນ. ແຕ່ຂະນະດຽວກັນ, ພວກຄົນບໍ່ດີກໍໄດ້ສວຍໃຊ້ອິນເຕີເນັດເພື່ອກໍ່ອາຊະຍາກໍາ ເປັນຕົ້ນການສໍ້ໂກງເອົາຊັບສິນ, ແຊກຊຶມເອົາຂໍ້ມູນລັບຂອງບຸກຄົນ, ອົງກອນ, ໂຈມຕີເຂົ້າລະບົບການເງິນ, ບັນຊີທະນາຄານ ແລະ ອື່ນໆ ຊຶ່ງໄດ້ສ້າງຄວາມເສຍຫາຍທາງດ້ານສັບສິນ ຢ່າງມະຫາສານ ແລະ ເປັນໄພຂົ່ມຂູ່ເຖິງຄວາມໝັ້ນຄົງທາງດ້ານການເມືອງ ແລະ ເສດຖະກິດ-ສັງຄົມຂອງປະເທດເຮົາ; ບັນດາອິດທິກໍາລັງປໍລະປັກໄດ້ສວຍໃຊ້ອິນເຕີເນັດເປັນເຄື່ອງມື ເພື່ອດໍາເນີນການເຄື່ອນໄຫວມ້າງແນວຄິດດ້ວຍຮູບການບິດເບືອນຂໍ້ມູນ, ໂຄສະນາຜ່ານສື່ອອນລາຍແນໃສ່ໂຄ່ນລົ້ມ ໂຈມຕີແນວທາງ, ນະໂຍບາຍຂອງພັກ, ລັດ, ປັ່ນປ່ວນມ້າງແນວຄິດຂອງ ປະຊາຊົນ ເຮັດໃຫ້ສັງຄົມເກີດມີແນວຄິດຊັ່ງຊາປຽບທຽບ, ຄອນແຄນ, ລະແວງສົງໃສກັນ, ຖືກແກ່ດຶງໃຫ້ເຂົ້າຮ່ວມລຸກຮືຂຶ້ນປະທ້ວງຕໍ່ຕ້ານແນວທາງ, ນະໂຍບາຍຂອງພັກ, ລັດ. ແຕ່ຍ້ອນຄວາມເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດຈາກສູນກາງພັກ, ລັດຖະບານ ແລະ ການປະສານສົມທົບຂອງພາກສ່ວນທີ່ກ່ຽວຂ້ອງ, ການປະຕິບັດໜ້າທີ່ຢ່າງເຂັ້ມງວດ ແລະ ດ້ວຍຄວາມຕັດສິນໃຈສູງຂອງເຈ້ົາໜ້າທ່ີຈ່ຶງສາມາດປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂເຫດການ ກໍຄືສາມາດທໍາລາຍກົນອຸບາຍຂອງພວກບໍ່ຫວັງດີໃຫ້ປະລາໄຊລົງ.
ຂ່າວ: ທະນູທອງ; ພາບ: ສົມພອນ
KPL