KPL
ປັດຈຸບັນ, ທ່ານ ໂດນັນ ທຣຳ ປະທານາທິບໍດີ ສະຫະລັດ ອາເມລິກາ ກໍຄື ຄະນະຮັກສາຄວາມໝັ້ນຄົງແຫ່ງຊາດ ສະຫະລັດ ອາເມລິກາ ພວມປຶກສາຫາລື ຢ່າງຕັ້ງໜ້າ ກ່ຽວກັບ ຄວາມເປັນໄປໄດ້ ໃນການ “ຊື້” ເກາະກຣີນແລນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ທ່ານນາງ ຄາໂຣລິນ ເລວິດ ໂຄສົກທຳນຽບຂາວ ສະຫະລັດ ອາເມລິກາ ກ່າວວ່າ: ປັດຈຸບັນ, ທ່ານ ໂດນັນ ທຣຳ ປະທານາທິບໍດີ ສະຫະລັດ ອາເມລິກາ ກໍຄື ຄະນະຮັກສາຄວາມໝັ້ນຄົງແຫ່ງຊາດ ສະຫະລັດ ອາເມລິກາ ພວມປຶກສາຫາລື ຢ່າງຕັ້ງໜ້າ ກ່ຽວກັບ ຄວາມເປັນໄປໄດ້ ໃນການ “ຊື້” ເກາະກຣີນແລນ. ໃນມື້ດຽວກັນ, ທ່ານ ມາໂຄ ອັນໂຕນີໂອ ຣຸບີໂອ ລັດຖະມົນຕີ ກະຊວງການຕ່າງປະເທດ ສະຫະລັດ ອາເມລິກາໄດ້ເຜີຍວ່າ: ມີແຜນ ຈະພົບປະກັບ ເຈົ້າໜ້າທີ່ ດານມາກ ກ່ຽວກັບ ເລື່ອງນີ້ ໃນອາທິດໜ້າ.ຈາກນັ້ນ ທ່ານ ນາງ ຄາໂຣລິນ ເລວິດ ໄດ້ກ່າວໃນກອງປະຊຸມ ຖະແຫລງຂ່າວ ກ່ຽວກັບວິທີທີ່ ສະຫະລັດ ອາເມຣລິກາ ຈະໄດ້ຄອບຄອງ ເກາະກຣີນແລນ ວ່າ: “ປະທານາທິບໍດີ ສະຫະລັດ ອາເມລິກາ ຈະຮັກສາຄວາມ ອາດເປັນໄປໄດ້ ໃນທຸກທາງເລືອກ, ແຕ່ທາງການທູດ ຍັງແມ່ນທາງເລືອກ ທຳອິດ ທີ່ຕ້ອງການສະເໝີ.”/.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL