KPL
ທ່ານ ສີ ຈິ້ນຜິງ ປະທານ ປະເທດຈີນ ໄດ້ສົ່ງສານ ອວຍພອນ ເຖິງພິທີໄຂ “ປີແຫ່ງການແລກປ່ຽນ ດ້ານວັດທະນະທຳ ຈີນ-ອາຟຣິກາ” ປີ 2026.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ວັນທີ 8 ມັງກອນນີ້, ທ່ານ ສີ ຈິ້ນຜິງ ປະທານ ປະເທດຈີນ ໄດ້ສົ່ງສານ ອວຍພອນ ເຖິງພິທີໄຂ “ປີແຫ່ງການແລກປ່ຽນ ດ້ານວັດທະນະທຳ ຈີນ-ອາຟຣິກາ” ປີ 2026. ທ່ານ ສີ ຈິ້ນຜິງ ໄດ້ຊີ້ອອກວ່າ: ການຈັດກິດຈະກຳ “ປີແຫ່ງການແລກ ປ່ຽນດ້ານວັດທະນະທຳຈີນ-ອາຟຣິກາ” ເນື່ອງໃນໂອກາດຄົບຮອບ 70 ປີ ຂອງການສ້າງຕັ້ງ ສາຍພົວພັນ ທາງການທູດ ລະຫວ່າງ ສປ ຈີນ-ອາຟຣິກາ ແມ່ນຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນ ລະຫວ່າງ ຜູ້ນຳສອງປະເທດ, ແມ່ນມາດຕະການ ທີ່ສຳຄັນໃນການຊຸກຍູ້ ໃຫ້ໄມຕີຈິດມິດຕະພາບລະຫວ່າງ ສປ ຈີນ-ອາຟຣິກາ ເຊື່ອມເຂົ້າຈິດໃຈ ຂອງປະຊາຊົນຕື່ມອີກ ໃນຈຸດເລີ່ມຕົ້ນໃໝ໋ ທາງປະຫວັດສາດ. ຫວັງວ່າ ສອງຝ່າຍ ຈະຖືປີແຫ່ງການແລກປ່ຽນຄັ້ງນີ້ ເປັນໂອກາດ ເພື່ອເພີ່ມທະວີ ການຖອດຖອນ ບົດຮຽນ ເຊິ່ງກັນ ແລະ ກັນດ້ານອາລິຍະທຳ, ຮັດແໜ້ນ ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນ ໂດຍສະເພາະ ແມ່ນການໄປມາ ຫາສູ່ກັນ ລະຫວ່າງ ຊາວໜຸ່ມ, ລົງເລິກການແລກປ່ຽນ ດ້ານການ ປົກຄອງ ປະເທດ ແລະ ຄຸ້ມຄອງລັດ, ຮ່ວມມືກັນຊຸກຍູ້ ຄວາມທັນສະໄໝ, ຊຸກຍູ້ໃຫ້ປະຊາຊົນຈີນ ແລະ ອາຟຣິກາ ທີ່ມີປະຊາກອນ 2,8 ຕື້ກວ່າຄົນ ເຊື່ອມຈິດເຊື່ອມໃຈ, ເຕົ້າໂຮມກຳລັງ, ປະກອບສ່ວນ ອັນໃໝ່ ຂອງ ສປ ຈີນ ແລະ ອາຟຣິກາ ເຂົ້າໃນການຮັບມືກັບ ສິ່ງທ້າທາຍລະດັບໂລກ ຂອງເຂດໂລກໃຕ້, ການສົ່ງເສີມຄຸນຄ່າຮ່ວມກັນ ຂອງມວນມະນຸດ ແລະ ການຊຸກຍູ້ ການສ້າງປະຊາຄົມຮ່ວມຊາຕາກຳ ຂອງມວນມະນຸດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL