KPL
ອິນເດຍ ສ້າງປະຫວັດສາດ ດ້ວຍການສົ່ງດາວທຽມສື່ສານ ຊຶ່ງມີນໍ້າໜັກຫລາຍທີ່ສຸດ ເທົ່າທີ່ເຄີຍປ່ອຍຈາກຖານຍິງໃນປະເທດ ຂຶ້ນສູ່ວົງໂຄຈອນໂລກ.
ຂປລ.ສຳນັກຂ່າວຕ່າງປະເທດ ລາຍງານຈາກ ນະຄອນຫລວງ ນີວເເດນລີ ປະເທດ ອິນເດຍ ເມື່ອວັນທີ 24 ທັນວາວ່າ: ອິນເດຍ ສ້າງປະຫວັດສາດ ດ້ວຍການສົ່ງດາວທຽມສື່ສານ ຊຶ່ງມີນໍ້າໜັກຫລາຍທີ່ສຸດ ເທົ່າທີ່ເຄີຍປ່ອຍຈາກຖານຍິງໃນປະເທດ ຂຶ້ນສູ່ວົງໂຄຈອນໂລກ.
ໂດຍອົງການວິໄຈ ອາວະກາດ ອິນເດຍ (ໄອເອສອາຣໂອ) ອອກຖະແຫລງການວ່າ: ຈະຫລວດແອລວີເອັມ-3ເອັມ6 ທະຍານຂຶ້ນ ຈາກຖານປ່ອຍຈະຫລວດ ພາຍໃນສູນອາວະກາດ ສາທິຊ ທາວັນ ເທິງເກາະຄຣີຫຣີໂກຖາ ໃນອ່າວເບງກໍ, ນອກແຄມຝັ່ງ ລັດອານທຳປະເທດ ແລະ ປະສົບຄວາມສຳເລັດ ໃນການນຳສົ່ງດາວທຽມ ສື່ສານ ບລູເບີຣດ ບລອກ2 ຂອງບໍລິສັດ ເອເອສທີ ສະເປຊໂມບາຍ ຈາກສ.ອາເມລິກາ ຂຶ້ນສູ່ລະດັບວົງໂຄຈອນຕໍ່າ ຂອງໂລກ.
ຊຶ່ງດາວທຽມ ດວງດັ່ງກ່າວ ມີນໍ້າໜັກບັນທຸກ 6.100 ກິໂລກຣາມ ຈຶ່ງຖືເປັນດາວທຽມສື່ສານ ທີ່ມີນໍ້າໜັກຫລາຍທີ່ສຸດ, ເທົ່າທີ່ອິນເດຍເຄີຍສົ່ງ, ສ້າງສະຖິຕິການສົ່ງດາວທຽມ ຊີເອັມເອສ-03 ຂອງອິນເດຍເອງ ນໍ້າໜັກປະມານ 4,410 ກິໂລກຣາມ ເມື່ອເດືອນ ພະຈິກທີ່ຜ່ານມາ.
KPL