KPL
ສະມາຄົມ ຄົ້ນຄວ້າ ວິສາຫະກິດ ຂະໜາດໃຫຍ່ໂລກ ເຊິ່ງເປັນອົງການ ຄົ້ນຄວ້າຂອງ ສ.ອາເມລິກາ ໄດ້ເປີດເຜີຍ ຜົນ ການສຳຫລວດ ເບື້ອງຕົ້ນ ໃນວັນທີ 23 ທັນວານີ້
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ສະມາຄົມ ຄົ້ນຄວ້າ ວິສາຫະກິດ ຂະໜາດໃຫຍ່ໂລກ ເຊິ່ງເປັນອົງການ ຄົ້ນຄວ້າຂອງ ສ.ອາເມລິກາ ໄດ້ເປີດເຜີຍ ຜົນການສຳຫລວດ ເບື້ອງຕົ້ນ ໃນວັນທີ 23 ທັນວານີ້ ໄດ້ສະແດງ ໃຫ້ເຫັນວ່າ: ເນື່ອງຈາກ ການເບິ່ງໄປໃນແງ່ລົບ ຕໍ່ສະພາບແວດລ້ອມ ການຄ້າ ແລະ ຄວາມກັງວົນ ເພີ່ມຂຶ້ນ ດ້ານການຫາ ວຽກເຮັດ ງານທຳ ແລະ ລາຍໄດ້, ດັດຊະນີ ຄວາມໝັ້ນ ໃຈ ຕໍ່ການບໍລິໂພກ ຂອງຊາວອາເມລິກາ ໃນເດືອນທັນວານີ້ ໄດ້ຫລຸດຈາກ 92,9 ທີ່ໄດ້ປັບປຸງ ໃນເດືອນພະຈິກຜ່ານມາ ລົງເປັນ 89,1 ເຊິ່ງເປັນການຕົກຕ່ຳລົງ ເປັນເວລາ 5 ເດືອນຕິດຕໍ່ກັນ ແລະ ເປັນລະດັບ ຕ່ຳສຸດ ນັບແຕ່ ເດືອນເມສາປີນີ້ ເປັນຕົ້ນມາ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL