ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ຢູ່ແຂວງຈຳປາສັກ ສຳເລັດ 99%

24/12/2025 14:04
KPL ຂປລ. ປັດຈຸບັນ, ຂະບວນການຈັດຕັ້ງປະຕິບັດຂະບວນການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ຂອງແຂວງຈໍາປາສັກ ໂດຍສະເພາະການເກັບກໍາຂໍ້ມູນ ຢູ່ພາກສະໜາມ ໄດ້ສໍາເລັດແລ້ວ 99% ຂອງແຜນທີ່ວາງໄວ້.

ຂປລ. ປັດຈຸບັນ, ຂະບວນການຈັດຕັ້ງປະຕິບັດຂະບວນການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ຂອງແຂວງຈໍາປາສັກ ໂດຍສະເພາະການເກັບກໍາຂໍ້ມູນ ຢູ່ພາກສະໜາມ ໄດ້ສໍາເລັດແລ້ວ 99% ຂອງແຜນທີ່ວາງໄວ້.

ທ່ານ ສຸກສະຫວັນ ວິໄລວົງ ປະທານຄະນະກຳມະການປົກຄອງ ແຂວງຈຳປາສັກ ໄດ້ລາຍງານໃນໂອກາດທີ່ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ, ຮອງຫົວໜ້າ ຄະນະຊີ້ນຳລະດັບຊາດ ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ພ້ອມດ້ວຍຄູ່ຮ່ວມພັດທະນາ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຈຳປາສັກ ເມື່ອມໍ່ໆມານີ້ວ່າ: ສະພາບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນໄລຍະ 5 ປີຜ່ານມາ, ຊຶ່ງເຫັນວ່າແຂວງຈໍາປາສັກ ໄດ້ມີຜົນສໍາເລັດຫລາຍດ້ານ ເປັນຕົ້ນ ການພັດທະນາພື້ນຖານໂຄງລ່າງ, ການຊຸກຍູ້ຂະບວນການຜະລິດເປັນສິນຄ້າ, ການເກັບລາຍຮັບ, ການປະຕິບັດລາຍຈ່າຍ ແລະ ອື່ນໆ. ປັດຈຸບັນ, ຂະບວນການຈັດຕັ້ງປະຕິບັດຂະບວນການ ສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ຂອງແຂວງຈໍາປາສັກ ໂດຍສະເພາະ ການເກັບກໍາຂໍ້ມູນ ຢູ່ພາກສະໜາມ ໄດ້ສໍາເລັດແລ້ວ 99% ຂອງແຜນທີ່ວາງໄວ້. ຜ່ານການເກັບກໍາຂໍ້ມູນຢູ່ພາກສະໜາມ ໄດ້ມີຄວາມຄືບໜ້າຫລາຍ ຊຶ່ງມາຮອດປັດຈຸບັນ, ການຈົດນັບພົນລະເມືອງ ແລະ ທີ່ຢູ່ອາໄສ ສຳເລັດແລ້ວ ໃນ 867 ເຂດສຳຫລວດ ຈາກທັງໜົດ 882 ເຂດສຳຫລວດ ເທົ່າກັບ 99% ຂອງແຜນການ ແລະ ຄາດວ່າຈະສໍາເລັດທຸກເຂດສໍາຫລວດ ພາຍໃນວັນທີ 22 ທັນວາ 2025 ຈະມາເຖິງນີ້.

ພ້ອມນີ້, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ກໍໄດ້ສະແດງຄວາມຊົມເຊີຍຕໍ່ນັກເດີນສຳຫລວດ, ນັກກວດກາ ແລະ ອຳນາດການປົກຄອງທ້ອງຖິ່ນ ເວົ້າລວມ ແລະ ເວົ້າສະເພາະ ແຂວງຈໍາປາສັກ ທີ່ໄດ້ເອົາໃຈໃສ່ດຳເນີນຂະບວນການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ແບບດີຈິຕອນ ຄັ້ງທຳອິດ ຂອງ ສປປ ລາວ ພ້ອມທັງຮຽກຮ້ອງໃຫ້ຄະນະນຳຂອງແຂວງ ສືບຕໍ່ນໍາພາ-ຊີ້ນໍາວຽກງານສຳຫລວດພົນລະເມືອງຄັ້ງນີ້ ຈົນໃຫ້ສຳເລັດ ໂດຍຍົກໃຫ້ເຫັນໂຄງການດັ່ງກ່າວ ເປັນໂຄງການຍຸດທະສາດ ຂອງລັດຖະບານ ເພື່ອເກັບກຳຂໍ້ມູນນຳໃຊ້ເປັນບ່ອນອີງໃນການກຳນົດນະໂຍບາຍ ແລະ ເປັນບ່ອນອີງວາງແຜນພັດທະນາປະເທດຊາດໃນອະນາຄົດ.

ໃນມື້ດຽວກັນ, ຄະນະດັ່ງກ່າວ ຍັງໄດ້ລົງເບິ່ງການເກັບກໍາຂໍ້ມູນຕົວຈິງ ຢູ່ເຂດສໍາຫລວດ ບ້ານປາກຊອນ ເມືອງຊະນະສົມບູນ ແລະ ບ້ານດົງເກະໂລ່ງ ນະຄອນປາກເຊ ຊຶ່ງເປັນເຂດສໍາຫລວດກວມເອົາ 2 ບ້ານ ແລະ 2 ເມືອງ ເພື່ອຕິດຕາມຄວາມຄືບໜ້າ, ພ້ອມທັງປຶກສາຫາລືສິ່ງທ້າທາຍ ແລະ ວິທີແກ້ໄຂ ເພື່ອຮັບປະກັນໃຫ້ການສຳຫລວດຄັ້ງນີ້ ມີຄຸນນະພາບ ແລະ ບັນລຸເປົ້າໝາຍທີ່ໄດ້ກຳນົດໄວ້.

KPL

ຂ່າວອື່ນໆ


Top